ອຳນວຍການ ວິທະຍາຄານນາຍທະຫານບົກ ກົມມະດຳ ພົບປະໂອ້ລົມນັກຮຽນ-ນັກສຶກສາ ກ່ອນອອກເຄື່ອນທັບ
ເວລາອອກຂ່າວ: 2026-05-05 15:14:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1782 | ຄວາມນິຍົມ: ![]()
ວັນທີ 1 ພຶດສະພາ 2026 ນີ້, ສະຫາຍ ພົນຈັດຕະວາ ບົວໄລ ສີລັກສາ ອໍນນວຍການ ຫົວໜ້າການເມືອງ ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ລົງພົບປະໂອ້ລົມ ນັກຮຽນ-ນັກສຶກສາ ມະຫາໄລ ຊຸດທີ 21 ກ່ອນອອກເຄື່ອນທັບ, ໂດຍມີບັນດາຫ້ອງ, ຄະນະວິຊາຄູ, ພະແນກການ, ກອງພັນ, ບັນດາຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ບົວໄລ ສີລັກສາ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ຄູ-ອາຈານ ທຸກສະຫາຍ ທີ່ໄດ້ເອົາໃຈໃສ່ຊີ້ນຳສິດສອນ ຢ່າງໃກ້ສິດຕິດແທດ, ຕໍ່ບັນດານັກຮຽນ-ນັກສຶກສາ ພ້ອມທັງຮຽກຮ້ອງມາຍັງຄູອາຈານ ນັກຮຽນ-ນັກສຶກສາທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເອົາໃຈໃສ່ໃນການຊີ້ນຳ-ນຳພາຫັດແອບຕາມຫຼັກການຢ່າງເຂັ້ມງວດ ແລະ ຈົ່ງພ້ອມກັນນຳເອົາເນື້ອໃນບົດຮຽນທີ່ໄດ້ຮຽນມາໃນພາກທິດສະດີ-ຫຼັກການມາໝູນໃຊ້ເຂົ້າໃນການຫັດແອບຊ້ອມຮົບຍິງລູກປືນແທ້ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ, ຮັບປະກັນໄດ້ທາງດ້ານພະຫານະ, ກຳລັງພົນໃຫ້ປອດໄພ 100% ທັງນີ້, ກໍເພື່ອເປັນການປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ຂອງວິທະຍາຄານ ນາຍທະຫານບົກ ກົມມະດຳ ທັງເປັນການວັດແທກຄວາມຮູ້ຄວາມສາມາດຂອງນັກຮຽນ-ນັກສຶກສາ ໃນການນຳເອົາພາກທິດສະດີຫຼັກການທີ່ໄດ້ຮຽນມາ ມານຳໃຊ້ເຂົ້າໃນການຫັດແອບພາກສະໜາມຢູ່ພູມີປະເທດຕົວຈິງໃຫ້ມີຄວາມຊໍານິຊໍານານ, ມີຄວາມຄ່ອງແຄ່ວ ແລະ ມີຜົນສຳເລັດສູງ.
ໃນຕອນທ້າຍ ຄະນະພັກ-ຄະນະອຳນວຍການ, ກອງພັນກ່ຽວຂ້ອງ ແລະ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ກໍໄດ້ ມອບເຄື່ອງບໍລິໂພກ ເພື່ອເປັນການປະກອບສ່ວນຊຸກຍູ້ ໃຫ້ກຳລັງໃຈບັນດາພາກສ່ວນທີ່ກຳລັງຈະຫັດແອບຊ້ອມຮົບຍິງລູກປືນແທ້ ໃຫ້ມີກຳລັງໃຈເຮັດສຳເລັດໜ້າທີ່ຕາມການມອບໝາຍ.
ໂດຍ: ຮ້ອຍຕີ ນາງ ລານີ ວັນຍາສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















