ໂຮງຮຽນກໍ່ສ້າງນາຍສິບເລກ 1 ຈັດພິທີເຄົາທຸງຊາດ ປະຈຳເດືອນ ເມສາ ປີ2026
ເວລາອອກຂ່າວ: 2026-05-05 15:11:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1799 | ຄວາມນິຍົມ: ![]()
ຕອນເຊົ້າຂອງ ວັນທີ 4 ພຶດສະພາ ປີ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດພິທີເຄົາທຸງຊາດ ປະຈຳເດືອນ ເມສາ, ຢູ່ທີ່ເດີນຜາມໄຊ ຂອງໂຮງຮຽນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະອຳນວຍການ, ອົງການ 5 ຫ້ອງ, 4 ກອງພັນຕະຫຼອດຮອດ ພະນັກງານ-ນັກຮົບ ແລະ ນັກຮຽນເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ສະຫຼຸບຕີຄາລາຄືນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນເດືອນເມສາ ຜ່ານມາພ້ອມທັງວາງທິດທາງແຜນການ ໃນເດືອນພຶດສະພາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເປັນຕົ້ນ: ຄະນະພັກ-ຄະນະບັນຊາ ແຕ່ລະອົງການ-ກົມກອງ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີທັດສະນະຫຼັກໝັ້ນ ມີຄວາມຮັບຮູ້ເຊື່ອມຊຶມ ຕໍ່ແນວທາງການເມືອງ-ການທະຫານ, ຊີ້ນຳພາກ ສ່ວນວິຊາການ-ວິຊາສະເພາະ ເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບ ຜິດຊອບສູງ, ປະຕິບັດໂຄງການຫຼັກສູດ ການຮຽນ-ການສອນ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 39 ໃຫ້ຖືກຕ້ອງຕາມທິດຊີ້ນຳ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ, ເພີ່ມທະວີຄວາມສາມັກຄີລະຫວ່າງ ພະນັກງານ-ນັກຮົບ ຄູ-ອາຈານ ແລະ ນັກຮຽນ ສົມທົບກັບອຳນາດການປົກຄອງ, ພໍ່ແມ່ປະຊາຊົນ ໃຫ້ໜັກແໜ້ນຫຼາຍຂຶ້ນ, ສະພາບການສະເຫຼີມສະຫຼອງບຸນປີໃໝ່ລາວ ແມ່ນສະຫງົບ ບໍ່ມີບັນຫາເກີດຂຶ້ນຂອບເຂດໂຮງຮຽນຕັ້ງທັບ. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກ ໃຫ້ທຸກພາກສ່ວນຈົ່ງເປັນເຈົ້າການ ໃນການປະຕິບັດ ທຸກມະຕິຄຳສັ່ງ, ຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກໃຫ້ເຂັ້ມງວດ, ຈັດຕັ້ງກຳລັງປະຈຳການ ໃນແຕ່ລະວັນບໍ່ໃຫ້ຂາດ, ຕັ້ງໜ້າປະກອບສ່ວນເຂົ້າຮ່ວມຂະ ບວນການຕ່າງໆ ທີ່ທາງໂຮງຮຽນຈັດຂຶ້ນ ໃຫ້ເປັນຂະບວນຟົດຟື້ນ, ສຸມໃສ່ວຽກງານ ເພີ່ມພູມຜະລິດຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ຄອບຄົວໃຫ້ນັບມື້ດີຂຶ້ນ.
ໂດຍ: ຮ.ອ ອາລຸນ ແແກ້ວຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















