ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທີ່ປຶກສາທູດຝຣັ່ງຝ່າຍປ້ອງກັນຊາດ ປະຈຳລາວ
ເວລາອອກຂ່າວ: 2026-05-05 12:01:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:



ວັນທີ 4 ພຶດສະພາ 2026 ນີ້, ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນເອກ ນາງ ອານ ແບຼັງ (Anne BRUN) ທີ່ປຶກສາທູດຝຣັ່ງຝ່າຍປ້ອງກັນຊາດ ປະຈໍາລາວ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມກິດຈະກຳທົວຄະນະຜູ້ແທນທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈຳລາວ ໄປທັດສະນະທ່ອງທຽ່ວ ແລະ ຢ້ຽມຢາມ ແຂວງຈຳປາສັກ ໃນລະຫວ່າງວັນທີ 4-8 ພຶດສະພາ 2026 ນີ້. ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ພັນເອກ ນາງ ອານ ແບຼັງ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກິດຈະກຳທົວຄະນະຜູ້ແທນທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈຳລາວ ໄປທັດສະນະທ່ອງທ່ຽວ ແລະ ຢ້ຽມຢາມ ແຂວງຈຳປາສັກ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພສ 2569 ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈັດຂຶ້ນໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການມາເຂົ້າຮ່ວມກິດຈະກຳນີ້ ຈະສ້າງຄວາມປະທັບໃຈ ໃຫ້ທ່ານບໍ່ຫຼາຍກໍໜ້ອຍ. ຈາກນັ້ນ, ທ່ານ ພັນເອກ ນາງ ອານ ແບຼັງ ໄດ້ສະແດງຄວາມຂອບໃນຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ເຖິງແມ່ນວ່າສອງປະເທດຈະບໍ່ມີສາຍພົວພັນອັນຍິ່ງໃຫຍ່ ແຕ່ກໍເປັນໂອກາດອັນດີທີ່ໄດ້ພົບປະແລກປ່ຽນປະສົບການກັບທ່ານຫົວໜ້າກົມພົວພັນຕ່າງປະເທດ ຂອງກອງທັບປະຊາຊົນລາວ. ພ້ອມນັ້ນ ທັງສອງຝ່າຍກໍໄດ້ມີຄຳເຫັນແລກປ່ຽນຫຼາຍບັນຫາ ເພື່ອຄົ້ນຄວ້າຫາຄວາມເປັນໄປໄດ້ໃນການພົວພັນຮ່ວມມືທີ່ທັງສອງຝ່າຍເຫັນດີຮ່ວມກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ