ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເປີດເຝິກອົບຮົມ ການລາຍງານຂ່າວບັນຫາສີຂຽວ ປະຈໍາປີ 2026 ໃຫ້ແກ່ສື່ມວນຊົນລາວ
ເວລາອອກຂ່າວ: 2026-05-05 09:43:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ວັນທີ 4 ພຶດສະພາ 2026 ນີ້, ອົງການຈັດຕັ້ງມະຫາຊົນ ຮ່ວມກັບ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ, ໄດ້ເປີດເຝິກອົບຮົມ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນລາວ, ທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຂອງສະຫາຍ ສະຫວັນຄອນ ຣາຊມົມຕຣີ ປະທານສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ, ມີສະຫາຍ ບຸນໄຫຼ ດວງເດືອນ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ສະຫາຍ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ປະຈຳ ສປປ ລາວ, ມີຄະນະສະມາຄົມນັກຂ່າວລາວ, ຄູເຝິກ, ຊ່ຽວຊານການສ້າງຫຼັກສູດ ແລະ ເຝິກອົບຮົມໂຄງການແກມຊິວ ແລະ ນັກສໍາມະນາກອນເຂົ້າຮ່ວມ. ການເຝິກອົບຮົມ ແມ່ນເພື່ອເປັນການພັດທະນາສີຂຽວ ໃນ ສປປ ລາວ (GAMCIL), ໂດຍມີນັກຂ່າວຮຽນແບບເຊິ່ງໜ້າມາຈາກ 8 ແຂວງພາກເໜືອ ຄື: ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ຫຼວງພະບາງ. ສ່ວນເຂົ້າຮ່ວມຮຽນອອນລາຍ ມີນັກຂ່າວພາກກາງ ແລະ ພາກໃຕ້, ເຊິ່ງເປັນການຍົກລະດັບຄວາມຮູ້ດ້ານສື່, ຕ້ານຂ່າວປອມ ແລະ ເສີມທັກສະການຜະລິດເນື້ອໃນອອນລາຍຍຸກໃໝ່. ໃນຕະຫຼອດໄລຍະການເຝິກອົບຮົບ ນັກສໍາມະນາກອນຈະໄດ້ແນະນໍາການສ້າງເນື້ອໃນສື່ອອນລາຍຍຸກໃໝ່, ນຳໃຊ້ເທັກໂນໂລຊີຊ່ວຍຜະລິດຂ່າວ, ການຕັດຕໍ່, ບົດບາດຍິງ-ຊາຍ ແລະ ລາຍງານຂ່າວສີຂຽວ (ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ) ເປົ້າໝາຍຫຼັກ ເພື່ອປັບປຸງຄວາມຮູ້ສື່ສັງຄົມ, ຫຼຸດຄວາມສ່ຽງໃນການຮັບຮູ້ຂ່າວປອມ ແລະ ປູກຈິດສຳນຶກປົກປັກຮັກສາສິ່ງແວດລ້ອມ, ເພື່ອສ້າງນັກຂ່າວເປັນມືອາຊີບໃນການລາຍງານຂ່າວ ພ້ອມເປັນກະບອກສຽງໃຫ້ແກ່ສັງຄົມ. ສ່ວນໄລຍະການເຝິກອົບຮົມແມ່ນເລີ່ມແຕ່ວັນທີ 5-8 ພຶດສະພາ 2026 ຈຶ່ງຈະສຳເລັດ, ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຮົບ ໂຄງການ ແຄ ປະຈຳ ສປປ ລາວ. ໂດຍ: ທະນູສິນ ອິດທິພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ