ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ແບ່ງປັນ​ນ້ຳໃຈ​ໃຫ້​ກັນ ແລະ ກັນ ເພື່ອ​ຜ່ອນຜັນ​ບັນຫາ​ລົດ​ຕິດ
ເວລາອອກຂ່າວ: 2026-05-05 09:24:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ໃນ​ຍຸກ​ປັດຈຸບັນ​ນີ້​ສັງຄົມ​ມີ ການ​ຂະຫຍາຍຕົວ​ໃນ​ດ້ານ​ເຕັກ ໂນ​ໂລ​ຢີ ຄຽງ​ຄູ່​ກັບ​ການ​ເພີ່ມຂຶ້ນ ຂອງ​ຈຳນວນ​ພົນລະເມືອງຢ່າງ ຫຼວງຫຼາຍ ເຊິ່ງ​ໃນ​ແຕ່​ລະ​ມື້ຄົນ​ເຫຼົ່ານັ້ນ​ຕ້ອງ​ໄດ້ຕໍ່ສູ້້ດີ້ນຮົນ ເພື່ອ​ຫາ​ລ້ຽງ​ຊີບ​ຈຳເປັນ​ຕ້ອງ​ໄດ້​ນຳ​ໃຊ້​ລົດ​ປະເພດ​ຕ່າງໆ​ເປັນ​ພາ ຫະນະ​ໃນ​ການ​ເດີນທາງໂດຍ ​ພາກັນ ຫຼັ່ງໄຫຼ​ອອກ​ສູ່​ທ້ອງ​ຖະ ໜົນ ຫຼວງ​ໃນ​ເວລາ​ດຽວ​ກັນ ແລະ ໄດ້​ມີ​ການ​ຍາດ​ແຍ່ງ​ແຂ່ງຂັນ​ກັນ ເພື່ອ​ແຊງ​ຂຶ້ນ​ໜ້າ, ຕ່າງ​ຄົນ​ຕ່າງ ຢາກ​ໄປ​ໃຫ້​ຮອດ​ເປົ້າ​ໝາຍ ຂອງ​ໃຜ​ມັນ​ສ່ວນ​ຫຼາຍ​ໃນ​ເວລາ​ຕອນ​ເຊົ້າ​ກ່ອນ​ໂມງ​ເຂົ້າ​ການ ແລະ ຕອນ​ແລງ​ຫຼັງ​ຈາກ​ໂມງເລີກ​ການລົດ​ມັກ​ຕິດ​ຢູ່​ບໍລິເວນຊຸມ​ຊົນ​ແອ​ອັດ, ບ່ອນ​ທາງ​ແຄບ, ເຂດຕະ ຫຼາດ, ໂຮງຮຽນ ແລະ ອື່ນໆ​ທີ່​ມີ​ຄົນ​ສົນລະວົນ​ຜູ້​ຂັບຂີ່​ບາງ​ຄົນ​ຊ້ຳ​ ຜັດ​ເປັນ​ຄົນ​ເຫັນ ແກ່​ຕົວ​ບໍ່​ນັບຖື​ກົດ​ລະບຽບ ແລະ ບໍ່​ປະຕິບັດຕາມ ​ເຈົ້າ​ໜາ​ທີ່ ແນະນຳ​ຍັງ​ລ່ວງ​ລະ ເມີດຫ້າມ, ລ່ວງ​ໄຟ​ອຳນາດພາ ໃຫ້ເກີດ​ອຸບັດ​ຕິ​ເຫດ​ນຳ​ຄວາມ​ເສຍຫາຍ​ມາສູ່​ຕົນ​ເອງ ແລະ ຄົນ​ ອື່ນ, ສ້າງ​ບັນຫາ​ໃຫ້ສັງຄົມບາງ​ ຄັ້ງ ຖະຫນົນ​ຕ້ອງ​ກາຍເປັນ​ອຳ ມະພາດ​ລົດ​ຕິດ​ຍາວ​ຢຽດ​ເປັນ​ເວ ລາ ດົນ​ນານ​ຫຼາຍ​ຊົ່ວໂມງ. ໃນ​ໄລຍະ​ທີ່​ຜ່ານ​ມາ​ຍັງ​ປະກົດເຫັນ​ບາງ​ບ່ອນມີ​ບາງ​ຄົນ ​ກໍ​ສວຍໂອກາດ​ຢຶດ​ເອົາ​ເຂດ​ທາງ​ຍ່າງແຄມ​ທາງ​ຫຼວງ​ໄປ​ເປັນ​ບ່ອນດຳເນີນ​ທຸລະ​ກິດ​ຫາລາຍໄດ້ ສ່ວນ​ບຸກຄົນ​ເປັນຕົ້ນ​ແມ່ນ​ວາງ​ຂາຍເຄື່ອງ​ແຄມ​ທາງ, ມື້​ດັບ​ວັນ ​ສິນ​ຂາຍ​ໝາກເບັງ, ມື້ຫວຍອອກ ​ເປັນ​ບ່ອນ​ຂາຍ ໂດຍ​ບໍ່​ໄດ້​ຮັບ​ອະ ນຸຍາດ​ຈາກ​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ກໍ​ຍັງ​ເຫັນ​ມີ ດັ່ງນັ້ນ ເພື່ອເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ໄດ້ຮັບ​ການ​ແກ້​ໄຂ​ນັ້ນ​ມັນ​ຂຶ້ນ​ຢູ່​ກັບພວກ​ເຮົາ​ທຸກ​ຄົນ​ທີ່​ນຳ​ໃຊ້​ລົດ​ໃຊ້ຖະໜົນ​ຫົນທາງ​ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ນຳ​ກັນ​ໃນ​ການ​ປະຕິບັດ​ຕໍ່​ລະບຽບ​ການ​ຕ່າງໆ​ຢ່າງ​ເຂັ້ມງວດ ແລະ ຮູ້ຈັກ​ແບ່ງປັນ​ນ້ຳໃຈໃຫ້​ກຽດ​ເຊິ່ງ ​ກັນ ແລະ ກັນ​ໃນ​ເວລາ​ຂັບຂີ່ເພື່ອ​ ຜ່ອນຜັນ​ບັນຫາ​ລົດ​ຕິດ​ຫຼຸດ​ລົງ​ໄດ້. ຕໍ່​ບັນຫາ​ດັ່ງກ່າວ​ນີ້, ໃນທ່າມ ກາງ​ທີ່​ທົ່ວ​ພັກ​ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງຊົນ ລາວທັງຊາດຫາກໍສຳເລັດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ເທື່ອ​ທີ X ຊຸດ​ທີ V ເຖິງ​ເວລາ​ແລ້ວ ທີ່​ພວກ​ເຮົາ​ຄົນ​ລາວ​ທຸກ​ຄົນ​ຕ້ອງ ໄດ້​ຮັດ​ແໜ້ນ​ຄວາມ​ສາມັກຄີ, ແບ່ງປັນ​ນ້ຳໃຈ​ເອື້ອເຟື້ອ​ເພື່ອ​ແຜ່​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເປັນ​ເຈົ້າ ການ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ. ກົດ​ລະບຽບ, ກົດໝາຍ​ຂອງ​ບ້ານ​ເມືອງ​ບໍ່​ສະເພາະ​ແຕ່​ການ​ນຳ​ໃຊ້ ຖະໜົນ​ຫົນທາງ​ໃນ​ການ​ສັນຈອນ​ໄປ​ມາ​ເທົ່າ​ນັ້ນ​ເຮົາ​ຕ້ອງພ້ອມ​ກັນ​ເປັນ​ຫູ​ເປັນຕາ​ໃຫ້​ແກ່ອຳນາດ​ການ​ປົກຄອງ, ເຈົ້າ​ໜ້າທີ່ ແລະ ການຈັດຕັ້ງ​ນັ້ນ​ເທິງ​ໃນການ​ຕິດ ຕາມ-ລາຍ​ງານ​ຫາກເຫັນມີປະ ກົດການ​ຫຍໍ້ທໍ້​ເກີດ​ຂຶ້ນ ຢູ່​ໃນ​ສັງ ຄົມ ເພື່ອຫາວິທີ​ແກ້​ໄຂໃຫ້ທັນເວ ລາເຮັດ​ໃຫ້ສັງຄົມລາວ​ມີ​ຄວາມ​ສີວິໄລ​ຢູ່​ເຢັນ​ເປັນ​ສຸກຍູ້​ທ່າງທຳ​ ມາ​ຫາ​ກິນ ລ້ຽງ​ຊີບ​ໄດ້​ຢ່າງ​ສະ ດວກ​ສະບາຍ​ດ້ວຍຄວາມຖືກ ຕ້ອງ​ຕາມກົດໝາຍ, ປອດໃສ​ຂາວ​ສະອາດ ພ້ອມ​ກັນ​ປະກອບສ່ວນ​ເຂົ້າໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃຫ້​ຈະເລີນ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ. ໂດຍ: ບຸນ​ຊ້ອຍ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ