1 ພຶດສະພາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນທຸກທົ່ວໜ້າ
ເວລາອອກຂ່າວ: 2026-05-05 09:16:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນກຳມະ ກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ນີ້, ສະຫາຍ ພັນໂທ ລຳເງິນ ສຸລິຂັນ ຮອງອຳນວຍການໂຮງງານເກີບທັນວາກອງທັບ ໄດ້ສະແດງຄວາມຮູ້ສຶກວ່າ: ວັນກຳມະກອນສາກົນ ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທົ່ວ ໂລກ, ແມ່ນວັນແຫ່ງການເຕົ້າ ໂຮມຄວາມສາມັກຄີໃນການລຸກ ຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງໃຫ້ເພີ່ມຄ່າແຮງງານ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ເພື່ອພ້ອມກັນທວງເອົາສິດທິພື້ນ ຖານ ແລະ ຜົນປະໂຫຍດອັນຊອບທຳຈາກນາຍທຶນ, ດ້ານການຂະຫຍາຍຕົວໃນໄລຍະຜ່ານ ມາ ເຖິງປັດຈຸບັນແມ່ນຂະຫຍາຍ ຕົວຢ່າງເຕີບໃຫຍ່ ແລະ ກວ້າງ ຂວາງບໍ່ວ່າຈະເປັນທາງດ້ານອຸດສາຫະກຳ ແລະ ກະສິກຳເຫຼົ່າ ນີ້ເປັນຕົ້ນ, ໃນນີ້ເວົ້າລວມ, ເວົ້າ ສະເພາະກໍຄືຢູ່ໂຮງງານເກີບທັນ ວາຄະນະພັກ-ຄະນະອຳນວຍການໄດ້ສູ້ຊົນຜະລິດເຄື່ອງອຸປະ ໂພກຮັບໃຊ້ກອງທັບ, ຮັບປະກັນ ທາງດ້ານຄຸນະພາບ ແລະ ປະລິ ມານ, ສະໜອງໃຫ້ຂັ້ນເທິງໃນການເບີກຈ່າຍຮັບໃຊ້ໃນທຸກສະ ພາບການ, ນອກຈາກນັ້ນ, ກໍສູ້ຊົນຊອກທຸກວິທີເພື່ອຫາລາຍຮັບເຂົ້າສູ່ກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ.
ເນື່ອງໃນໂອກາດວັນກຳມະ ກອນສາກົນ ຄົບຮອບ 140 ປີ ສະຫາຍ ພັນໂທ ລຳເງິນ ສຸລິຂັນ ຕາງໜ້າໃຫ້ ຄະນະພັກ-ຄະນະອຳນວຍການ, ພະນັກງານ-ນັກ ຮົບ ທົ່ວໂຮງງານເກີບທັນວາກອງທັບ ໄດ້ສະແດງຄວາມຮູ້ສຶກ ພາກພູມໃຈເປັນຢ່າງຍິ່ງຕໍ່ວັນທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະ ກອນ ເວົ້າສະເພາະຊົນຊັ້ນກຳ ມະກອນລາວ ພວກເຮົາແມ່ນໄດ້ ເອົາໃຈໃສ່ໃນການສ້າງສາພັດທະ ນາປະເທດຊາດເຮັດໃຫ້ປະເທດຊາດ ມີຄວາມຈະເລີນສີວິໄລ ແລະ ຝາກເຖິງກຳມະກອນຜູ້ອອກ ແຮງງານ ຈົ່ງພ້ອມກັນເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕຂອງພວກເຮົາໄວ້ໃຫ້ຍືນຍົງຕະຫລອດໄປ. ພ້ອມທັງອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ມີຄວາມຜາສຸກໃນ ຊີວິດ ແລະ ມີຜົນສຳເລັດໃນໜ້າ ທີ່ວຽກງານ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ມີຄວາມຈະເລີນ ຮຸ່ງເຮືອງ, ກ້າວໜ້າຂຶ້ນໄປຢ່າງ ບໍ່ຢຸດຢັ້ງອວຍພອນແດ່ນາຍ ແລະ ພົນທະຫານ, ພະນັກງານ, ກຳ ມະກອນ, ພໍ່, ແມ່ ປະຊາຊົນ ທຸກຊັ້ນຄົນຈົ່ງມີແຕ່ສຸຂະພາບເຂັ້ມແຂງ ມີຄວາມສຸກ ພ້ອມກັນສືບຕໍ່ພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເຮົາໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ.
ໂດຍ: ຄຳໄຕ ຈັນນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















