ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ຖື​ເອົາ​ການ​ປູກຝັງ-ລ້ຽງສັດ ເປັນ​ການ​ສ້າງ​ລາຍ​ຮັບ​ເສີມ​ໃຫ້​ແກ່​ຄອບຄົວ
ເວລາອອກຂ່າວ: 2026-05-05 09:15:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ຄອບຄົວພະ ນັກງານ-ນັກຮົບ ຜູ້​ທີ່​ມີ​ຄວາມ​ບຸກ​ບືນ, ດຸໝັ່ນ, ຫ້າວຫັນໃນ​ການ ເຄື່ອນໄຫວ ປະຕິບັດ​ໜ້າທີ່ວຽກ ງານ​ວິຊາ​ສະເພາະ ກໍ​ຄື​ການ​ປະຕິ ບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ​ແລ້ວ, ຍັງ​ໄດ້​ຍາດ​ແຍ່ງ​ເວລາ​ຫວ່າງ​ໃຫ້​ເປັນ​ປະໂຫຍດ ໂດຍ​ຖື​ເອົາ​ການ​ອອກແຮງ​ງານ ເພີ່ມ​ພູນ​ຜະລິດຜົນປູກຝັງ-ລ້ຽງສັດ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ຄື​ດັ່ງ​ຄອບຄົວ ສະຫາຍ ພັນ​ໂທ ສົມ​ເພັງ ອ້ວນ​ວິໄລ ຮອງ​ຫົວໜ້າ​ຫ້ອງ​ພະລາທິການກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ແມ່ນ​ຄອບຄົວ​ໜື່ງ​ທີ່ ມີ​ຄວາມ​ບຸກ​ບືນ, ຫ້າວຫັນ, ໃນ​ການ​ເພີ່ມ​ພູນ​ຜະລິດຜົນ ປູກຝັງ-ລ້ຽງສັດ ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ຄອບຄົວ ໄດ້​ມີ​ຢູ່​ມີ​ກິນ ແລະ ເປັນ​ແບບຢ່າງ​ທີ່​ດີ ໃຫ້​ແກ່​ຄອບຄົວ ນາຍ ແລະ ພົນທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ຈຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມເຊີຍ ຈາກ​ຄະນະ​ພັກ-ຄະນະ​ບັນຊາ​ກອງບັນ ຊາ​ການ​ທະຫານ​ແຂວງ​ຂັ້ນ ແລະ ອົງ​ການຈັດຕັ້ງ, ໝູ່​ເພື່ອນ​ຕະຫຼອດ​ມາ. ສະຫາຍ ພັນ​ໂທ ສົມ​ເພັງ ອ້ວນ​ວິໄລ ມີ​ຖີ່ນ​ກຳເນີດ ຢູ່​ບ້ານ ຝັ່ງ​ແດງ ເມືອງ​ໄຊ​ເສດ​ຖາ ແຂວງ ອັດ​ຕະ​ປື ຍ້ອນ​ມີ​ຄວາມຮັກຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ ແລະ ຢາກ​ປະກອບ​ສວ່ນ​ຮັບ​ໃຊ້​ຊາດ​ໃນ​ຖັນ​ແຖວ​ຂອງ​ກອງທັບ​ປະຊາ ຊົນ​ລາວ. ສະຫາຍ ຈື່ງ​ໄດ້​ສະໝັກ​ ໃຈ​ເຂົ້າ​ເປັນ​ທະຫານ​ໃນ​ປີ 1979 ແລະ ໄດ້​ສຶກ​ສາ​ຮ່ຳຮຽນ​ຢູ່​ໂຮງ ຮຽນ​ວັດທະນະທຳ​ວຽງ​ໄຊ ມາ​ຮອດ​ປີ 1984 ໄດ້​ໄປ​ສຶກ​ສາ​ຮຽນ​ຕໍ່​ຢູ່​ໂຮງຮຽນ ຈິ​ນາຍ​ໂມ້ ຮອດ​ປີ 1986 ໄດ້​ຖືກຊັບຊ້ອນ​ໄປ​ປະຈຳການ​ຢູ່ກົມ​ການ​ເງິນກົມ​ໃຫຍ່​ພະລາທິການ​ກອງທັບ ມາ​ຮອດ​ປີ 1988 ໄດ້​ສ້າງ​ຄອບຄົວ ກັບ ນາງ ວຽງ​ຕາວັນ. ປັດຈຸບັນ ຢູ່​ບ້ານໜອງ​ແວງ ເມືອງປະທຸມ​ພອນ ແຂວງ​ຈຳປາ​ສັກ ແລະ ໄດ້​ມີ​ບຸດ​ຮ່ວມ​ກັນ 2 ຄົນ, ຕົກ​ມາ ​ຮອດ​ປີ 1989 ໄດ້​ຍົກຍ້າຍມາ ​ຈຳ​ການ​ຢູ່​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຈຳປາ​ສັກ. ຍ້ອນ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ​ຂອງ​ສະຫາຍ ຈຶ່ງ​ໄດ້​ຍາດ​ເວລາ​ຫວ່າງ​ໃຫ້​ເປັນ​ປະໂຫຍດ ນຳພາ​ຄອບຄົວ​ສ້າງ​ເສດຖະກິດ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ໂດຍ​ຖື​ເອົາ​ການ​ປູກຝັງ-ລ້ຽງສັດ​ເປັນ​ເງື່ອນໄຂ​ທ່າແຮງ​ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ ດ້ວຍ​ຕົນ​ເອງ ກໍ​ຄື 4 ປູກ 4 ລ້ຽງ​ທີ່​ກົມໃຫຍ່ພະ ລາທິການ​ວາງ​ອອກ, ມາ​ຮອດ​ປີ 2010 ຄອບຄົວ​ຈຶ່ງ​ໄດ້​ປືກ​ສາ ​ຫາລື​ກັນ ຊອກ​ຫາວິທີໃນການ​ສ້າງ​ ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ຄອບຄົວ​ໄດ້​ມີ​ຢູ່​ມີ​ກິນ​ດີ​ຂຶ້ນ​ກວ່າ​ເກົ່າ. ດັ່ງ ນັ້ນ, ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ສະ​ສົມ​ຈຳນວນ​ໜຶ່ງ​ໃນ​ຄອບຄົວ ມາລົງ ​ທືນ​ຊື້​ໝູ​ມາ​ລ້ຽງ ເປັນໝູ​ແມ່​ພັນ ຈຳນວນ 10 ໂຕ ແລະ ໝູແມ່ຂຸນ ຈຳນວນ 50-60 ໂຕ, ຕໍ່​ມາ ໄດ້​ມີ​ການ​ຂະຫຍາຍ​ໝູ​ແມ່​ພັນ ຈຳນວນ 18 ໂຕ, ໝູ່​ພໍ່​ພັນ ຈຳນວນ 2 ໂຕ ແລະ ໝູ​ແມ່​ຂຸນ ຈຳນວນ 180-200 ໂຕ ຕໍ່​ງວດ; ນອກຈາກ​ນັ້ນ ແລ້ວ ຄອບຄົວ​ຂອງ​ສະຫາຍ ຍັງ​ໄດ້​ລ້ຽງ​ເປັດ-ໄກ່ ແລະ ປູກ​ຕົ້ນໄມ້​ກິນ​ໝາກ ໃນ​ນັ້ນ ມີ​ຕົ້ນ​ໝາກຖົ່ວ​ລຽນ, ໝາກ​ເງາະ, ໝາກພ້າວ, ໝາກ​ມວງ ແລະ ໝາກ​ໄມ້​ຊະນິດ​ອື່ນໆ ອີກ​ຈຳນວນ​ໜື່ງ ດ້ວຍ​ຄວາມ​ດຸໝັ່ນ​ຂະຫຍາຍ​ພຽນ​ຂອງ​ສະຫາຍ ແລະ ຄອບຄົວ ຈຶ່ງ​ສາ ມາດ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ຄອບຄົວ ຈາກ​ການ​ຂາຍ​ໝູ ໄດ້​ຈຳນວນ 100-200 ລ້ານ​ກີບ​ຕໍ່​ປີ ແລະ ລາຍ​ໄດ້​ຈາກ​ການ​ຂາຍ​ເປັດ-ໄກ່, ໝາກ​ໄມ້ ອີກ​ຈຳນວນ​ໜຶ່ງ. ສະຫາຍ ພັນ​ໂທ ສົມ​ເພັງ ອ້ວນ​ວິໄລ ໄດ້​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ທິດ​ທາງ​ໃນຕໍ່ໜ້າ​ແມ່ນ​ຈະ​ ສືບຕໍ່​ສຸມ​ໃສ່​ການ​ບົວລະບັດ​ຮັກ ສາ​ຕົ້ນໄມ້​ກິນ​ໝາກ​ຊະນິດ​ຕ່າງໆ ແລະ ສັດລ້ຽງ​ທີ່​ມີ​ແລ້ວ ໃຫ້​ຂະ ຫຍາຍ​ພັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ພ້ອມ​ທັງ​ຈະ​ສຸມ​ໃສ່​ຂະຫຍາຍ​ການ​ປູກ​ຜືດ​ຜັກ​ໄລຍະ​ສັ້ນ, ຕົ້ນໄມ້​ກິນ​ໝາກ ແລະ ຂະຫຍາຍ​ໜອງ​ປາ ດ້ວຍ​ກາຍ​ຂຸດ​ຄອງ​ໃສ້​ໄກ່​ເພື່ອ​ເຮັດ​ໃຫ້​ຄອບຄົວ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ. ບົດ: ດາ​ວົງ ບຸດ​ຕະ​ວົງ ພາບ: ນາງ ສີ​ລິ​ຄານ ສີດາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ