ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ກົມ​ກອງ​ເຂດ​ຫ່າງ​ໄກ​ສອກຫຼີກ
ເວລາອອກຂ່າວ: 2026-05-05 09:14:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 5 ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້ ແລະ ນຳ​ເອົາ ​ເຄື່ອງ​ອຸປະໂພກ-ບໍລິໂພກ ທີ່​ໄດ້​ຮັບ​ຈາກ​ຫ້ອງການ​ສະຫະພັນ​ແມ່ ຍິງ​ກອງທັບ ນຳໄປ​ມອບ​ຕໍ່ໃຫ້​ແກ່​ພະນັກງານ-ນັກຮົບ​ທີ່​ປະຈຳການ ແລະ ປະຕິບັດ​ໜ້າທີ່ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ທຸລະກັນດານ ໃນ​ນັ້ນ, ມີ​ກອງ​ປະຕິບັດ​ງານ 218, ກອງພັນ 13 ແລະ ກອງພັນ 23. ເຄື່ອງ​ອຸປະໂພກ-ບໍລິໂພກ ທີ່​ນຳ ໄປ​ມອບປະກອບ​ມີ: ອາຫານແຫ້ງ, ນ້ຳ​ປາ, ໝີ່​ສຳເລັດ​ຮູບ, ຢາສະຜົມ, ເຄື່ອງໃຊ້​ຈຳເປັນອື່ນໆ ແລະ ວັດຖຸ​ປັດ​ໄຈ​ອີກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 177.092.000 ກີບ. ທັງ​ນີ້, ກໍ​ເພື່ອ​ເປັນ​ການສະແດງ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຢ່າງ​ໃກ້ຊິດ​ຂອງ​ຄະນະ​ພັກ-ຄະ ນະ​ບັນຊາ ກອງ​ພົນ​ທີ 5 ກໍຄື ຫ້ອງການ​ສະຫະພັນ​ແມ່ຍິງ​ກອງ ທັບ ທີ່​ມີ​ຕໍ່​ພະນັກງານ-ນັກຮົບ ທີ່​ກຳລັງ​ປະຈຳການ ແລະ ປະຕິບັດ​ໜ້າທີ່ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ທຸລະກັນດານ ໂດຍ​ສະເພາະໃນ​ ເຂດ​ທີ່​ມີ​ສະພາບ​ການ​ດຳລົງ​ຊີ ວິດ​ຫຍຸ້ງຍາກ, ການ​ເຂົ້າ​ເຖິງ​ສິ່ງ​ ອຳນວຍ​ຄວາມ​ສະດວກ​ຍັງຈຳ ກັດ. ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ໄດ້​ຍ້ອງຍໍ​ຊົມເຊີຍ ຕໍ່​ພະນັກງານ-ນັກຮົບ ທີ່​ມີ​ນ້ຳໃຈ​ຮັກ​ຊາດ, ຮັກ​ປະຊາຊົນ, ຮັກ​ໃນ​ໜ້າທີ່ ພ້ອມ​ທັງ​ປະຕິບັດ​ລະບຽບ​ວິໄນ​ຂອງ​ກອງທັບ ໄດ້​ຢ່າງ​ເຂັ້ມ​ງວດ, ສູ້​ຊົນ​ປະຕິບັດ​ທຸກ​ພາລະກິດ ໃຫ້​ສຳເລັດ. ໂອກາດ​ນີ້, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ ໄດ້​ສະ ແດງ​ຄວາມ​ຂອບໃຈ ຕໍ່​ຄະນະພັກ- ຄະນະ​ບັນຊາກອງ​ພົນ​ທີ 5 ກໍ​ຄືຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ທີ່​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ຕໍ່​ພະນັກງານ-ນັກຮົບ​ພວກ​ເຮົາ ການ​ມາ​ຊຸກຍູ້​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເປັນ​ການ​ຕອບ​ສະໜອງ​ເຄື່ອງ​ຂອງ​ສິ່ງ​ຈຳເປັນ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ສ້າງ​ຂວັນ​ກຳລັງ​ໃຈ ແລະ ສ້າງ​ສາຍສຳພັນ​ອັນ​ແໜ້ນ​ແຟ້ນ ລະຫວ່າງ​ຄະນະ​ພັກ-ຄະນະ​ບັນຊາ ກັບ​ພະນັກງານ-ພະນັກງານ-ນັກຮົບ ຢູ່​ບັນດາ​ກົມ​ກອງ ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ​ອີກ. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ