ຫົວໜ້າການເມືອງ ກອງພົນທີ 4 ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ກອງຮ້ອຍ 154 ແລະ 305
ເວລາອອກຂ່າວ: 2026-05-05 09:13:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ: ![]()
ວັນທີ 29 ເມສາ 2026 ນີ້, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກອງຮ້ອຍ 154 ແລະ ກອງຮ້ອຍ 305 ທີ່ຂຶ້ນກັບກອງພົນທີ 4, ໂດຍການຕ້ອນຮັບຂອງຄະນະພັກ-ຄະນະບັນຊາທັງ 2 ກົມກອງ.
ໃນພິທີ ຄະນະພັກ-ຄະນະບັນຊາ ທັງ 2 ກົມກອງ ໄດ້ລາຍງານຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ຕີລາຄາໝາກຜົນໃນການຈັດຕັ້ງປະ
ຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ, ເປັນຕົ້ນແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ນາຍ ແລະ
ພົນທະຫານ ມີຄວາມໜັກແໜ້ນເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຈັດຕັ້ງກຳລັງເຄື່ອນໄຫວປ້ອງກັນເວນຍາມ
ເພື່ອຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ ຂອງນາຍ ແລະ
ພົນທະຫານ, ຍົກສູງນ້ຳໃຈເພິ່ງຕົນເອງກຸ້ມຕົນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບົວລະບັດຜັດເຊັດຄຸ້ມຄອງພາຫະນະເຕັກນິກ, ອາວຸດ-ຢຸດໂທປະກອນ ທີ່ຂັ້ນເທິງປະກອບໃຫ້ມີຄວາມຮັບປະກັນ ແລະ ນຳໃຊ້ໄດ້ຍາວນານ.
ໂອກາດນີ້, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ອ້າຍນ້ອງພະນັກງານ-ນັກຮົບ ໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະ
ກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນກົມກອງ, ຍົກສູງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແກ່ນສານ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດ
ຊອບ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບການກໍ່ສ້າງກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ໃຫ້ປະສົບຜົນສຳເລັດຕາມຂັ້ນເທິງມອບໝາຍ. ພ້ອມນັ້ນ, ຍັງໄດ້ລົງສຳຫຼວດສະຖານທີ່ຄ້າຍຄູ ເພື່ອໃຫ້ທິດໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມແໜ້ນໜາຖາວອນ ຕື່ມອີກ.
ໂດຍ: ອານຸສັກ ຈູມມະນີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















