ກອງບັນຊາການທະຫານແຂວງຈໍາປາສັກ ຈັດພິທີ ເຄົາລົບທຸງຊາດ ປະຈຳເດືອນ
ເວລາອອກຂ່າວ: 2026-05-04 15:22:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 507 | ຄວາມນິຍົມ: ![]()
ວັນທີ 4 ພຶດສະພາ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີ ເຄົາລົບທຸງຊາດ ປະຈໍາເດືອນ ພຶດສະພາ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ສະຫຼຸບຫຍໍ້ກ່ຽວການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ພາຍໃນ 1 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ,ເປັນຕົ້ນວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານເຮັດໃຫ້ສະພາບຂອບເຂດກົມກອງຮັບຜີດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ວຽກງານການປັບປຸງກໍ່ສ້າງກຳລັງ, ວຽກງານຮັບປະກັນທາງດ້ານພາຫະນະ, ອາວຸດ-ລູກກະສຸນ, ວຽກງານແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ວຽກງານພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ປະເທດທີ່ມີຊາຍແດນຕິດຈອດ ແລະ ວຽກງານອື່ນໆທີ່ສຳຄັນ ທີ່ກົມກອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ. ທັງນີ້ ກໍ່ເພື່ອປະຕິບັດຕາມລະບຽບຂອງກອງທັບ ວ່າດ້ວຍການເຄົາລົບທຸງຊາດ ປະຈຳເດືອນ ຂອງກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະກໍຄື ກອງບັນຂາການທະຫານແຂວງຈໍາປາສັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ.
ຈາກນັ້ນ, ກໍໄດ້ຮັບຊົມການເດີນຂະບວນສວນສະໜາມ ຂອງກ້ອນກຳລັງ ອົງການ 5 ຫ້ອງ ແລະ ບັນດາກົມກອງອ້ອມຂ້າງ .
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















