ໂຮງໝໍບໍລິເວນ 107 ປະກາດການຈັດຕັ້ງຂັ້ນຄະນະພັກ - ຄະນະບັນຊາ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-05-04 15:10:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 523 | ຄວາມນິຍົມ: ![]()
ວັນທີ 30 ເມສາ 2026, ໂຮງໝໍບໍລິເວນ 107 ໄດ້ຈັດພິທີ ການປະກາດການຈັດຕັ້ງ ຂັ້ນຄະນະພັກ-ຄະນະບັນຊາ ແລະ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນຂັ້ນນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາສະຫາຍຄະນະໜ່ວຍພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງໂຮງໝໍບໍລິເວນ 107 ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ແລະ ມະຕິຕົກລົງຂອງຄະນະພັກກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ທັງເປັນຄະນະປະຈໍາພັກໂຮງໝໍບໍລິເວນ 107 ໂດຍຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ເປັນເລຂາຄະນະພັກຮາກຖານ, ເປັນຫົວໜ້າການເມືອງ ປ່ຽນແທນ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ພັກການຮັບບຳນານ. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນນາຍທະຫານ, ໃນນີ້, ຕົກລົງເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຊັ້ນຮ້ອຍເອກຂຶ້ນພັນຕີ ຈໍານວນ 07 ສະຫາຍ, , ຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 07 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 04 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານທີ່ບັນດາສະຫາຍໄດ້ຮັບຊັ້ນໃໝ່ນັ້ນກໍຍ້ອນຄວາມຫ້າວຫັນ, ບຸກບືນ, ເອົາໃສ່ຕໍ່ໜ້າທີ່ວຽກງານຂອງບັນດາສະຫາຍ, ສະຫາຍໄດ້ເນັ້ນໜັກໃຫ້ສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ພ້ອມທັງຮຽກຮ້ອງ ມາຍັງພະນັກງານທີ່ໄດ້ຮັບຊັ້ນໃໝ່ໃຫ້ສືບຕໍ່ເຝິກຝົນ ຫຼ່ໍຫຼອມຕົນເອງທາງດ້ານວິຊາສະເພາະເຕັກນິກ, ຍົກສູງຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ອຸ່ນອຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ເປັນແບບຢ່າງນໍາ ໜ້າທີ່ດີໃນການເຄື່ອນໄຫວວຽກງານ, ໃຫ້ມີຄວາມ ສາມັກຄີກັບໝູ່ເພື່ອນທັງພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ພ້ອມກັນສືບຕໍ່ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















