ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V
ເວລາອອກຂ່າວ: 2026-05-04 14:54:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ: ![]()
ໃນວັນທີ 30 ເມສາ 2026, ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ປະຈໍາເຂດເລືອກຕັ້ງ ເມືອງອະນຸວົງ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V, ຢູ່ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊສົມບູນ, ໂດຍການເປັນປະທານຂອງ ສະຫາຍ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລຶອກຕັ້ງ ເມືອງອະນຸວົງ, ມີສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ, ມີສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາປະຈໍາເຂດເລຶອກຕັ້ງ ເມືອງອະນຸວົງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງບັນຊາການເຂົ້າຮ່ວມ.
ໃນໂອກາດທີ່ລົງເຜີຍແຜ່ຜົນເລັດກອງປະຊຸມນີ້, ສະຫາຍ ພັນໂທ ຟອງສະໄໝ ຊໍແສງທອງ ສະມະຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງ ເມືອງອະນຸວົງ ປະທານຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 23-27 ມີນາ 2026 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບການຈັດຕັ້ງ, ເລືອກຕັ້ງ ແລະ ຮັບຮອງບຸກຄະລາກອນຂອງລະບົບອຳນາດລັດ ດ້ວຍຄະແນນສຽງເຫັນດີເປັນເອກະສັນ ໂດຍເລືອກຕັ້ງສະຫາຍ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ສະຫາຍ ນາງ ສູນທອນ ໄຊຍະຈັກ, ສະຫາຍ ກອງແກ້ວ ໄຊສົງຄາມ, ສະຫາຍ ວິໄລວົງ ບຸດດາຄຳ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການພິຈາລະນາຮັບຮອງດ້ານຫຼັກການ ໂຄງການລົງທືນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສານປະຊາຊົນ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການໄອຍະການປະຊາຊົນ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການກວດກາແຫ່ງລັດ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສະພາແຫ່ງຊາດຊຸດທີ X, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມພິຈາລະນາ, ຮັບຮອງ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດ ຈຳນວນ 20 ສະບັບ.
ພ້ອມນັ້ນ ສະຫາຍ ນາງ ແສງຈັນ ນາມມີໄຊ ສະມະຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງ ເມືອງອະນຸວົງ ຮອງຫົວໜ້າຄະນະສະມະຊິກສະພາປະຈໍາເຂດເລືອກຕັ້ງເມືອງອະນຸວົງ ທັງເປັນຫົວໜ້າຫ້ອງການສະພາປະຈໍາເຂດເລືອກຕັ້ງເມືອງອະນຸວົງ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລຶກຂອງສະມາຊິກສະພາປະຊາຊົນແຂວງ ເຊິ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7-9 ເມສາ 2026 ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ປະທານສະພາປະຊາຊົນແຂວງ ກອງປະຊຸມໄດ້ພິຈາລະນາຮັບຮອງຫຼາຍໜ້າວຽກທີ່ສຳຄັນເປັນຕົ້ນພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຂອງສະພາປະຊາຊົນ ແຂວງໄຊສົມບູນ ດ້ວຍຄະແນນສຽງເຫັນດີເປັນເອກະສັນຮັບຮອງເອົາ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເປັນປະທານສະພາປະຊາຊົນແຂວງ, ສະຫາຍ ນາງ ຄຳສີ ສິດທິວໍລະດາ, ສະຫາຍ ຄົວຈັ້ງ ດຣາເຊັ້ງ ເປັນຮອງປະທານສະພາປະຊາຊົນແຂວງ, ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ IV, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ V, ຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດ ແຜນງົບປະມານ 5 ປີ ຄັ້ງທີ II ຂອງແຂວງ, ເຫັນດີຮັບຮອງເອົາທ່າແຮງ, ທິດທາງລວມ, ເປົ້າໝາຍລວມ, ວຽກງານບຸລິມາສິດຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຕໍ່ໜ້າ ແລະ ວຽກງານອື່ນໆຕື່ມອິກ. ພ້ອມດຽວກັນນັ້ນ, ຍັງໄດ້ໃຫ້ພະນັກງານຫຼັກແຫຼ່ງຜູ້ທີ່ເຂົ້າຮ່ວມຮັບຟັງເຜີຍແຜ່ຜົນສໍາເລັດກອງປະຊຸມປະຖົມມະລຶກໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃນຕອນທ້າຍຄະນະປະທານ ຍັງໄດ້ສະແດງຄວາມຂອບໃຈໃນການໃຊ້ສິດ ແລະ ພ້ອມກັນເລືອກຕັ້ງເອົາສະມາຊິກສະພາໄດ້ສໍາເລັດ ພ້ອມທັງຮຽກຮ້ອງໃຫ້ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າຈົ່ງພ້ອມກັນເປັນຫູເປັນຕາ ແລະ ພ້ອມກັນປົກປັກຮັກສາ ພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ໂດຍ: ຄໍາພາ ສີນວນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















