ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທີ່ປຶກສາທູດປ້ອງກັນຊາດ ບຣູໄນ ຄົນໃໝ່
ເວລາອອກຂ່າວ: 2026-05-04 14:45:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 561 | ຄວາມນິຍົມ:



ໃນວັນທີ 4 ພຶດສະພາ 2026 ນີ້, ຢູ່ທີ່ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງ (ຫ້ອງງາຊ້າງ), ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ພັນໂທ ທະຫານເຮືອ ໂມຫາລັດ ພາດ ລິນ ບັນ ຣາຈີ ຊັບລິ ທີ່ປຶກສາທູດປ້ອງກັນຊາດ ບຣູໄນ ດາຣູຊາລາມ ຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ພັນໂທ ໂມຫາລັດ ພາດ ລິນ ບັນ ຣາຈີ ຊັບລິ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ແລະ ກອງທັບບຣູໄນ ໃຫ້ມາປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ ກໍຄືສອງກອງທັບ ລາວ-ບຣູໄນ ທີ່ໄດ້ຮັບການເສີມສ້າງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນໃນຂອບອາຊຽນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະການດຳລົງຕຳແໜ່ງຂອງ ທີ່ປຶກສາທູດປ້ອງກັນຊາດຄົນໃໝ່ ຈະເປັນຂົວຕໍ່ທີ່ສຳຄັນໃນການປະສານງານ, ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ການບຳລຸງສ້າງບຸກຄະລາກອນ, ການຊ່ວຍເຫຼືອດ້ານການເຝິກອົບຮົມ ພາສາອັງກິດ ແລະ ວິຊາສະເພາະອື່ນໆ. ໃນໂອກາດດຽວກັນ, ທ່ານ ພັນໂທ ໂມຫາລັດ ພາດ ລິນ ບັນ ຣາຈີ ຊັບລິ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ພົນໂທ ສາຍໃຈ ກົມມະສິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນວ່າຈະທຸ່ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ກອງທັບລາວ ແລະ ກອງທັບບຣູໄນ ໃຫ້ມີຜົນສຳເລັດໃໝ່ທີ່ດີກວ່າເກົ່າ. ໃນຕອນທ້າຍ, ທ່ານ ພົນໂທ ສາຍໃຈ ກົມມະສິດ ກໍໄດ້ອວຍພອນໃຫ້ ທີ່ປຶກສາທູດປ້ອງກັນຊາດບຣູໄນ ຄົນໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ມີສຸຂະພາບເຂັ້ມແຂງ ເພື່ອຮ່ວມກັນສ້າງສາສາຍພົວພັນ ລາວ-ບຣູໄນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໃນວັນດຽວກັນ, ສະຫາຍ ພັນໂທ ທະຫານເຮືອ ໂມຫາມັດ ນາດລິນ ບິນ ຮາຈິ ຊັບລິ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ, ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານງານ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີກອງປະຊຸມອາຊຽນ ກໍຄືກິດຈະກຳຕ່າງໆທີ່ກ່ຽວຂ້ອງ. ການຢ້ຽມຢາມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການທະຫານ ລະຫວ່າງ ສປປ ລາວ ແລະ ບຣູໄນ ໃຫ້ກ້າວສູ່ລະດັບໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ