ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ກອງພັນ 456 ກອງພັນໃຫຍ່ 641
ເວລາອອກຂ່າວ: 2026-05-04 14:40:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 523 | ຄວາມນິຍົມ:



ວັນທີ 30 ເມສາ 2026 , ກອງພັນໃຫຍ່ 641 ໄດ້ຈັດຕັ້ງພິທີ ມອບ-ຮັບ ໂຄງການກໍ່ສ້າງ ຫ້ອງການກອງພັນ 456 ທີ່ຂຶ້ນກັບ ກອງພັນໃຫຍ່ 641 (ຫຼັງໃໝ່), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ອົດສາ ໄຊຍະເສນ ຫົວໜ້າການທະຫານກອງພັນໃຫຍ່ 641, ມີ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ວິຊາການຂອງກົມວິຊາສະເພາະ ຕະຫຼອດຮອດອະນຸກໍາມະການກວດກາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ໄຊ ສົມພັນ ຫົວໜ້າຂະແໜງກໍ່ສ້າງກອງພັນໃຫຍ່ 641 ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລຍະຜ່ານມາ ໂຄງການດັ່ງກ່າວ ເລີ່ມຕົ້ນລົງມືກໍ່ສ້າງແຕ່ຕົ້ນເດືອນ ທັນວາ 2025 ຫາ ຕົ້ນເດືອນ ເມສາ 2026 ໄດ້ສໍາເລັດ 100% ໃນນີ້, ລວມມູນຄ່າການກໍ່ສ້າງ 1.159.713.000 ກີບ ໂດຍແມ່ນກະຊວງປ້ອງກັນປະເທດສະໜອງທຶນໃຫ້. ຈາກນັ້ນ, ທັງສອງພາກສ່ວນກໍ່ໄດ້ລົງນາມເຊັນບົດບັນທຶກ ມອບ - ຮັບ ລະຫວ່າງ ກອງພັນໃຫຍ່ 641, ຕ່າງໜ້າກ່າວມອບໂດຍ ສະຫາຍ ພັນໂທ ໄຊ ສົມພັນ ຫົວໜ້າຂະແໜງກໍ່ສ້າງກອງພັນໃຫຍ່ 641 ພ້ອມຄະນະ ແລະ ຕາງໜ້າກ່າວຮັບຂອງ ສະຫາຍ ພັນໂທ ຈອມທອງ ແກ້ວສຸພອນ ຫົວໜ້າການທະຫານ ກອງພັນ 456 ພ້ອມຄະນະ. ໂອກາດດັ່ງກ່າວ, ສະຫາຍ ປະທານ ກໍໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງໂຄງການດັ່ງກ່າວ ພ້ອມທັງເນັ້ນໃຫ້ ຄະນະພັກ- ຄະນະບັນຊາແຕ່ລະຂັ້ນ ເວົ້າລວມ ເວົ້າສະເພາະ ກໍຄືກອງພັນ 456 ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງຂອງກົມກອງໃຫ້ມີຄວາມສະຫງົບ ປອດໄພ ໂດຍພື້ນຖານ, ສືບຕໍ່ດໍາເນີນຊີວິດການເມືອງເປັນປົກກະຕິ, ປຸກລະດົມຊຸກຍູ້ພະນັກງານ -ນັກຮົບ ເປັນເຈົ້າການປົກປັກຮັກສາ ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ພັດທະນາ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບ, ສືບຕໍ່ປົກປັກຮັກສາ ຫ້ອງການຫຼັງໃໝ່ນີ້ໃຫ້ນໍາໃຊ້ໄດ້ຍາວນານ. ໂດຍ: ກອງເພັດ ແລະ ເດີນ ບຸນໄພພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ