ລາວ-ຫວຽດນາມ ສືບຕໍ່ປຶກສາຫາລືສົ່ງເສີມ ການພົວພັນຮ່ວມມືສອງຝ່າຍ
ເວລາອອກຂ່າວ: 2026-05-04 11:03:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ: ![]()
ໃນວັນທີ 28 ເມສາ 2026 ນີ້, ທີ່ ບຣູໄນ ດາຣູຊາລາມ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 25.
ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາ ຄາສູງທີ່ ສະຫາຍ ເລ ຮວາຍ ຈູງ ສືບຕໍ່ໄດ້ຮັບການແຕ່ງຕັ້ງໃຫ້ດຳ ລົງຕຳແໜ່ງເປັນລັດຖະມົນຕີກະ ຊວງການຕ່າງປະເທດຫວຽດ ນາມ ອີກສະໄໝໜຶ່ງ ໃນກອງ ປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດ ແຫ່ງ ສສ ຫວຽດ ນາມ ຊຸດທີ XVI, ພ້ອມທັງໄດ້ ຕາງໜ້າພັກ, ລັດ ແລະ ປະຊາ ຊົນລາວ ບັນດາເຜົ່າສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ
ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຕະຫຼອດມາ ໂດຍສະ ເພາະໃນສະພາບການ ທີ່ ສປປ ລາວ ປະເຊີນກັບການຂາດແຄນດ້ານພະລັງງານ. ໃນຂະນະດຽວກັນ, ສະຫາຍ ເລ ຮວາຍ ຈູງ ກໍໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດລາວ ຊຸດທີ X.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວ ພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະ
ຫວ່າງສອງປະເທດໃນໄລຍະຜ່ານມາທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານລວມທັງການພົວພັນຮ່ວມມືທາງດ້ານການເມືອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍສະເພາະດ້ານເສດຖະກິດແມ່ນມີບາດກ້າວທີ່ໜ້າເພິ່ງພໍໃຈ ເຊິ່ງເປັນປັດໄຈສຳຄັນເພື່ອໃຫ້ສອງຝ່າຍສາມາດສູ້ຊົນມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 5-10 ຕື້ໂລດາ ໃນໄລຍະ 5 ປີຕໍ່ໜ້າ ຕາມເນື້ອໃນຈິດໃຈຂອງການນຳຂັ້ນສູງສອງຝ່າຍ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ລາວ ແລະ ຫວຽດນາມ, ລວມເຖິງການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງ ສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອແນໃສ່ໃນການເຊື່ອມໂຍງເຊື່ອມຈອດພື້ນ ຖານເສດຖະກິດຂອງສອງປະເທດ ຜ່ານບັນດາ
ໂຄງການຍຸດທະສາດຕ່າງໆ.
ໃນໂອກາດດຽວກັນນີ້, ສອງ ຝ່າຍຍັງໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມື ແລະ ການປະ ສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບຈະປະ ສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກ ລົງວ່າດ້ວຍ ການຮ່ວມມື ລະຫວ່າງສອງກະຊວງ ໂດຍສະເພາະແມ່ນກົນໄກກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 13 ທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ ຂັ້ນຮອງ ລັດຖະມົນຕີ ຄັ້ງທີ 11 ແມ່ນຝ່າຍຫວຽດນາມ ຈະເປັນເຈົ້າພາບ, ລວມເຖິງການກະກຽມຢ່າງຮອບດ້ານໃຫ້ແກ່ການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ ໂດຍສະເພາະການກະ ກຽມການຢ້ຽມ
ຢາມ ສສ ຫວຽດນາມ ຂອງສະຫາຍນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໄວໆນີ້.
ຂ່າວ: ກຕທ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















