ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງບັນຊາການທະຫານແຂວງອັດຕະປື ສະຫຼຸບວຽກງານກວດກາພັກ-ລັດ 5 ປີ ຄັ້ງທີ IV
ເວລາອອກຂ່າວ: 2026-05-04 10:06:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 531 | ຄວາມນິຍົມ:



ວັນທີ 30 ເມສາ 2026 , ກອງບັນຊາການທະຫານແຂວງອັດຕະປື, ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ 5 ປີ ຄື: (ແຕ່ປີ 2021-2025) ທົ່ວກອງບັນຊາການທະຫານແຂວງ ຄັ້ງທີ IV ແລະ ທິດທາງແຜນການ ( ປີ 2026-2030), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື, ມີສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງປະທານກວດກາ, ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ, ສະຫາຍ ສຸວັນສີ ເເກ້ວວີເສີດ ຄະນະປະຈຳພັກເເຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງອັດຕະປື, ມີບັນດາສະຫາຍຄະນະພັກ - ຄະນະບັນຊາ 5 ຫ້ອງ, ຄະນະພັກ-ຄະນະບັນຊາກົມກອງ, ພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ໄດ້ກ່າວເປີດກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມວຽກງານກວດກາພັກ-ລັດ 5 ປີ ທົ່ວກອງບັນຊາການທະຫານແຂວງອັດຕະປື ຄັ້ງທີ IV , ໂດຍປະຕິບັດຕາມລະບຽບການ ແລະ ປະຕິບັດຕາມບົດແນະນຳຂອງຄະນະກວດກາສູນກາງພັກ ກ່ຽວກັບການດຳເນີນກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ. ພ້ອມເປັນການສະຫຼຸບຕີລາຄາຄືນສະພາບການເຄື່ອນໄຫວ, ແບບແຜນວິທີເຮັດວຽກຂອງກອງບັນຊາການທະຫານແຂວງ ກໍຄື ການເຄື່ອນໄຫວວຽກງານກວດກາພັກ-ລັດ ແລະ ການຕ້ານສໍ້ລາດບັງຫຼວງ ໃນໄລຍະ 5 ປີຜ່ານມາ ເພື່ອເປັນພື້ນຖານໃຫ້ການປັບປຸງການຈັດຕັ້ງ, ການເຄື່ອນໄຫວວຽກງານ ແລະ ແບບແຜນວິທີເຮັດວຽກຂອງຄະນະກວດກາແຕ່ລະຂັ້ນ ໃນທົ່ວກອງບັນຊາການທະຫານແຂວງ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ, ຕ້ານການສໍ້ລາດບັງຫຼວງໃຫ້ມີປະສິດທິຜົນ ໃຫ້ແກ່ກອງບັນຊາການທະຫານແຂວງອັດຕະປື. ຈາກນັ້ນ, ສະຫາຍ ພັນເອກ ຄຳມະນີ ແກ້ວສາທິດ ຄະນະປະຈຳພັກ, ປະທານກວດກາພັກ-ລັດ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື, ໄດ້ຜ່ານບົດສະຫຼຸບວຽກງານກວດກາພັກ-ລັດ 5 ປີ ຄື: (ເເຕ່ປີ 2021-2025) ແລະ ທິດທາງແຜນການ (ປີ 2026-2030), ໃນໄລຍະ 5 ປີຜ່ານມາຄະນະພັກ- ຄະນະບັນຊາ, ຄະນະກວດກາແຕ່ລະຂັ້ນ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດດີຫຼາຍດ້ານ ເປັນຕົ້ນເເມ່ນ: ການຄົ້ນຄວ້າເຊື່ອມຊຶມເຜີຍແຜ່ເອກະສານມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດໝາຍ, ເວົ້າລວມ, ເວົ້າສະເພາະ ແມ່ນພາລະບົດບາດກວດກາພັກ-ກວດກາລັດ, ກົດໝາຍຕ້ານການສໍ້ລາດບັງຫຼວງ, ກົດໝາຍກວດກາລັດ, ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳ ອື່ນໆ. ກ່ຽວກັບວຽກງານກວດກາຢູ່ກອງບັນຊາການທະຫານແຂວງອັດຕະປືພວກເຮົາ ໄດ້ຈັດຕັ້ງເຜີຍແຜ່ໃຫ້ບັນດາພະນັກງານ - ນັກຮົບ ນັບແຕ່ຂັ້ນອົງການ, ລົງຮອດກົມກອງຕ່າງໆ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເປັນຕົ້ນແມ່ນ: ໄດ້ຈັດຕັ້ງດໍາເນີນການກວດກາ ຢູ່ໃນ 27 ກົມກອງ ແລະ 48 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກກອງບັນຊາການທະຫານແຂວງ ຢ່າງເປັນປົກກະຕິ, ໄດ້ຕິດຕາມ, ກວດກາ, ສະກັດກັ້ນເຄື່ອນໄຫວການລັກລອບ ຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ຂອບເຂດ ຄໍ 541 ແລະ ຄໍ 544, ໄດ້ຈັດຕັ້ງປະຕິບັດ ເຄື່ອນໄຫວນໍາສະເພາະກິດສູນກາງ 03 ຄັ້ງ, ລົງກວດການໍາຄະນະສະເພາະ ແຂວງອັດຕະປື 4 ຄັ້ງ, ລົງຕາມການມອບໝາຍຂອງກອງບັນຊາການທະຫານແຂວງອັດຕະປື ຈຳນວນ 8 ຄັ້ງ. ເຊິ່ງໃນໄລຍະ 5 ປີຜ່ານມາ ໄດ້ປະຕິບັດວິໄນຕໍ່ສະມາຊິກພັກ ຈໍານວນ 9 ສະຫາຍ ໃນປີ 2021 ແລະ ປີ 2024, ຮູບການລົງວິໄນແມ່ນໂຈະຜົນງານ 2 ປີ ແລະ ໂຈະຮ່ວມຊິວິດພັກ 6 ເດືອນຈໍານວນ 4 ສະຫາຍ, ໄລ່ອອກຈາກອົງການຈັດຕັ້ງພັກ ຈໍານວນ 5 ສະຫາຍ, ໄດ້ແກ້ໄຂຄໍາຮ້ອງຟ້ອງ-ຄໍາສະເໜີ ໄດ້ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍໄດ້ວາງອອກ ເຊິ່ງໄດ້ຮັບຄໍາຮ້ອງຟ້ອງ, ຄໍາສະເໜີ ຈາກພະນັກງານ-ນັກຮົບ ແລະ ພົນລະເມືອງ ມີທັງໝົດ 18 ສະບັບ. ໃນກອງປະຊຸມ ບັນດາກົມກອງ ກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນ. ໂດຍ: ສຸກສະໄໝ ນວນມະລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ