ສອງອົງງານຈັດຕັ້ງມະຫາຊົນ ວິທະຍາຄານພະລາທິການກອງທັບ ຈັດຕັ້ງແຂ່ງຂັນສິລະປະສະໝັກຫຼິ້ນ
ເວລາອອກຂ່າວ: 2026-05-04 09:59:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ: ![]()
ວັນທີ 29 ເມສາ 2026, ຢູ່ທີ່ສະໂມສອນວິທະຍາຄານພະລາທິການກອງທັບ, ສອງອົງງານຈັດຕັ້ງມະຫາຊົນ ວິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງແຂ່ງຂັນສິລະປະສະໝັກຫຼິ້ນ, ໂດຍການ ເປັນປະທານ ຂອງສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະນໍາ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ພະນັກງານ, ຄູ-ອາຈານ, ນັກຮົບ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມຊົມ.
ເພື່ອຂໍ່ານັບຮັບຕ້ອນ, ຂໍ່ານັບຊົມເຊີຍ ບັນດາວັນປະຫວັດສາດທີ່ສໍາຄັນຕ່າງໆ ເວົ້າລວມ, ເວົ້າສະເພາະ ເພື່ອຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 116 ປີ, ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ທີ່ຜ່ານມາ, ທັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ວິທະຍາຄານພະລາທິການກອງທັບ ຄົບຮອບ 30 ປີ ທີ່ຈະໄດ້ໝູນວຽນມາເຖິງໃນມໍ່ໆນີ້ອີກດ້ວຍ. ດັ່ງນັ້ນ, ສອງອົງການຈັດຕັ້ງມະຫາຊົນ: ຊາວໜຸ່ມ ແລະ ແມ່ຍິງວິທະຍາຄານພະລາທິການກອງທັບ ຈຶ່ງໄດ້ຈັດງານແຂ່ງຂັນສິລະປະສະໝັກຫຼີ້ນຂຶ້ນມາ. ນອກຈາກເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບແລ້ວ ຍັງຖືເປັນການຊອກຄົ້ນ ເພື່ອຄັດເລືອກເອົາຜູ້ທີ່ມີພອນສະຫວັນ, ຄວາມສາມາດ, ມັກ, ຮັກທາງດ້ານການຮ້ອງເພັງ, ຂັບ, ລໍາ, ຟ້ອນ ຢູ່ບັນດາຫົວໜ່ວຍ-ກົມກອງ, ເພື່ອກະກຽມເຂົ້າຮ່ວມງານແຂ່ງຂັນສິລະປະສະ ໝັກຫຼີ້ນ ທົ່ວກອງທັບ ທີ່ກະຊວງປ້ອງກັນປະເທດຈະໄດ້ຈັດຂຶ້ນໃນຕໍ່ໜ້າ, ສໍາລັບການແຂ່ງຂັນຄັ້ງນີ້, ປະກອບມີ 03 ປະເພດແຂ່ງຂັນຄື: ຮ້ອງເພງ, ຂັບລໍາທ້ອງຖິ່ນ, ຟ້ອນລວມໝູ່, ເຊິ່ງມີນັກແຂ່ງຂັນທັງໝົດ 08 ທີມ, ຈາກ 08 ກົມກອງທົ່ວ ວິທະຍາຄານພະລາທິການກອງທັບ, ການແຂ່ງຂັນດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ບັນດາຜູ້ເຂົ້າຮ່ວມແຂ່ງຂັນຕ່າງກໍສະແດງຄວາມສາມາດທາງດ້ານສິລະປະ-ວັນນະຄະດີ ທີ່ອ່ອນຊ້ອຍນິ້ມນວນອ່ອນຫວານ ທີ່ເປັນເອກກະລັກສະເພາະຕົວແຕກຕ່າງກັນ, ຈົນສ້າງຄວາມໜັກໃຈໃຫ້ຄະນະກໍາມະການໃນການຕັດສິນ. ຜົນຂອງການແຂ່ງ ປະເພດຮ້ອງເພງ ລາງວັນທີ 1 ໄດ້ແກ່ ຮ້ອຍໂທ ນາງ ໂມເມ ວົງພະຈັນ ຈາກຫ້ອງອົບຮົມ, ທີ 2 ໄດ້ແກ່ ຮ້ອຍເອກ ວຽງອາຄົມ ຈາກກອງພັນທີ 1 ແລະ ລາງວັນທີ 3 ໄດ້ແກ່ ຊັ້ນ2 ສຸລິວັນ ແກ້ວນາລີ ຈາກຫ້ອງການ; ປະເພດຂັບລໍາທ້ອງຖິ່ນ ລາງວັນທີ 1 ໄດ້ແກ່ ສິບເອກ ສີພັນ ກຸສົນ ຈາກກອງພັນທີ 2, ທີ 2 ໄດ້ແກ່ ຮ້ອຍໂທ ນາງ ໂຈມຄໍາ ພັນລະດາ ຈາກຫ້ອງການເມືອງ ແລະ ລາງວັນທີ 3 ໄດ້ແກ່ ຮ້ອຍໂທ ນາງ ດໍາດີ ໄຊຍະວົງ ຈາກກອງພັນທີ 1; ປະເພດຟ້ອນລວມໝູ່ ລາງວັນທີ 1 ໄດ້ແກ່ ຫ້ອງອົບຮົມ, ທີ 2 ໄດ້ແກ່ ຫ້ອງການເມືອງ ແລະ ລາງວັນທີ 3 ແມ່ນ ກອງພັນທີ 2, ໂອກາດນີ້ ຄະນະພັກ-ຄະນະອໍານວຍການ ກໍໄດ້ຜັດປ່ຽນກັນຂຶ້ນມອບລາງວັນມອບລາງວັນໃຫ້ຜູ້ເຂົ້າແຂ່ງຂັນຢ່າງສົມກຽດ.
ໃນຕອນທ້າຍ ສະຫາຍປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນກ່ຽວຂ້ອງ, ທີ່ໄດ້ຮ່ວມແຮງຮ່ວມໃຈຈັດງານແຂ່ງຂັນອັນເປັນການສ້າງສີສັນບັນຍາກາດຄວາມເບີກບານມ່ວນຊື່ນໃຫ້ແກ່ກົມກອງ, ຕະຫຼອດຮອດບັນດາທີມນັກແຂ່ງຂັນສິລະປະວັນນະຄະດີ, ພ້ອມທັງໄດ້ຮ້ຽກຮ້ອງໃຫ້ທຸກພາກສ່ວນສືບຕໍ່ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມນີ້ໃວ້ໃຫ້ຄຽງຄູ່ກັບ ວິທະຍາຄານພະລາທິການກອງທັບຕະຫຼອດໄປ, ພ້ອມໄດ້ກ່າວປິດການແຂ່ງຂັນຢ່າງເປັນທາງການ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















