ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ສະຫຼຸບວຽກງານຮອບດ້ານ ແລະ ຖອດຖອນບົດຮຽນ ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກປີ 2025-2026
ເວລາອອກຂ່າວ: 2026-05-04 09:49:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:



ໃນວັນທີ 30 ເມສາ 2026 ນີ້, ທີ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ແລະ ຖອດຖອນບົດຮຽນ ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກປີ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຊີ້ນຳ ວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອທະນຸດສະທຳ ລາວ-ຣັດເຊຍ ຢູ່ເມືອວຽງໄຊ ປະຈຳສົກ 2025-2026, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຄະນະຮັບຜິດຊອບວຽກງານແຕ່ລະດ້ານຈາກກົມ, ຫ້ອງການ, ເຫຼົ່າຮົບວິຊາສະເພາະເຂົ້າຮ່ວວມ. ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ, ຫົວໜ້າກອງເລຂາ ຊ່ວຍວຽກຄະນະຊີ້ນໍາລວມ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກປີ 2025-2026 ຜ່ານການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໄດ້ນຳໃຊ້ກຳລັງເຂົ້າສະໜາມທັງໝົດ 156 ສະຫາຍ ປະກອບມີ: ກຳລັງກວດກູ້ມິນສາກົນ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ 22 ສະຫາຍ, ກຳລັງກວດກູ້ລະເບີດເພື່ອມະນຸດສະທຳ ສູນ 523 ມີ 17 ສະຫາຍ, ກຳລັງເຫຼົ່າຮົບຊ່າງແສງ 51 ສະຫາຍ ແລະ ກຳລັງເຮັດໜ້າທີ່ຮັບປະກັນແຕ່ລະດ້ານ 45 ສະຫາຍ ເຊິ່ງການກວດກູ້ພື້ນທີ່ ຮ່ວມມືກັບກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຢູ່ວຽງໄຊ ແຂວງຫົວພັນ ຈຳນວນ 3 ສະໜາມ ມີເນື້ອທີ່ທັງໝົດ 38,2 ເຮັດຕາ, ເປັນ ເຂດສູງເນີນ ແລະ ຕິດຈອດກັບພື່ນທີ່ທຳການຜະລິດກະສິກຳຂອງເມືອງ ແລະ ບ້ານເຮືອນປະຊາຊົນ ຕະຫຼອດໄລຍະເວລາ 5 ເດືອນ ກຳລັງຂອງສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮ່ວມກັນກວດກູ້ລະເບີດໃນ 2 ສະໜາມ ສາມາດກວດກູ້ສຳເລັດ ໃນເນື້ອທີ່ທັງໝົດ 20,13 ເຮັກຕາ ສາມາດກວດພົບລູກລະເບີດທັງໝົດ 461 ລູກ, ພົບເສດສະເກັດ 31,001 ສິ້ນສ່ວນ, ເສດໂລຫະຕ່າງໆ 107,923 ສິ້ນສ່ວນ ແລະ ໄດ້ທຳລາຍລະເບີດທັງໝົດ 60 ຄັ້ງ ຈຳນວນ 461 ໜ່ວຍ ໃນນີ້, ມີ ບົມບີ່ (BLU-26) ຈຳນວນ 91 ໜ່ວຍ, ບົມບີ່ (BLU-24) ຈຳນວນ 3 ໜ່ວຍ, ບົມບີ່ (BLU-66) ຈຳນວນ 1 ໜ່ວຍ, ສຳພາວຸດ 365 ລູກ ໂດຍການຮ່ວມມືກັບເພື່ອນຣັດເຊຍແລກປ່ຽນປະສົບການ ແລະ ບົດຮຽນກັນທຸກຄັ້ງ ຜ່ານການຈັດຕັ້ງປະຕິບັດການທຳລາຍລະເບີດແຕ່ລະຄັ້ງມີຄວາມປອດໄພ ຕະຫຼອດການປະຕິບັດວຽກງານກວດກູ້ບະເບີດບໍ່ທັນແຕກເພື່ອມະນຸສະທຳ ລາວ-ຣັດເຊຍ ຢູ່ເມືອງວຽງໄຊ ສົກປີ 2025-2026 ຄະນະຊີ້ນຳ ແລະ ຄະນະຮັບຜິດຊອບແຕ່ບະດ້ານໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດ ຂອງພະນັກງານ-ນັກຮົບ ກຳແໜ້ນແນວທາງນະໂຍບາຍຂອງພັກ ກຳແໜ້ນຄຸນທາດການເມືອງ ຄຸນສົມບັດ ສິນທຳປະຕິວັດ, ມີຄວາມບຸກບືນຫ້າວຫັນ ເຮັດສຳເລັດໜ້າທີ່ການເມືອງ ເປັນຢ່າງດີຕາມການມອບໝາຍຂອງຂັ້ນເທິງ ເຮັດໃຫ້ວຽກງານກວດກູ້ ແລະ ທຳລາຍລະເບີດເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກປີ 2025-2026 ທີ່ເມືອງວຽງໄຊ ແຂວງ ຫົວພັນ ຄັ້ງນີ້ ສຳເລັດໄປຕາມແຜນການ ແລະ ໄດ້ຮັບຄວາມປອດໄພ 100%. ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ໂອ້ລົມ ແລະ ໄດ້ຍ້ອງຍໍຊົມຕໍ່ ຄະນະຮັບຜິດຊອບທຸກພາກສ່ວນ ທີ່ສາມາດປະຕິບັດໄດ້ໃນຂອບວຽກງານການກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳໃນໄລຍະຜ່ານມາ ເຫັນໄດ້ວ່າ ຄະນະຮັບຜິດຊອບແຕ່ລະະດ້ານ ໄດ້ສຸມທຸກສະຕິປັນຍາ ຄວາມຮູ້ຄວາມາດ ຊີ້ນຳ-ນຳພາ ອ້າຍນ້ອງ ທີ່ປະຈຳຢູ່ພາກສະໜາມເຮັດສຳເລັດໜ້າທີ່ຕາມແຜນການ ໄດ້ຮັບຄວາມປອດໄພດີ ພ້ອມທັງເໜັ້ນໜັກໃຫ້ແຕ່ລະພາກສ່ວນ ຄົ້ນຄວ້າປືກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອສືບຕໍ່ປະຕິບັດໜ້າທີເຄື່ອນໄຫວວຽກງານກວດກູ້ ແລະ ທຳລາຍລະເບີດ ບໍ່ທັນແຕກເພື່ອທະນຸດສະທຳ ລາວ-ຣັດເຊຍ ໃນສົກປີ 2026-2027 ໃຫ້ສຳເລັດໄປຕາມແຜນການ. ໂດຍ: ບຸນເກີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ