ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ
ເວລາອອກຂ່າວ: 2026-05-04 09:45:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ໃນວັນທີ 30 ເມສາ 2026 ນີ້, ກອງບັນຊາການທະການເເຂວງຈໍາປາສັກ ໄດ້ ປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ, ມີສະຫາຍ ພັນເອກ ພູເວີນ ສຸນນີວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານເເຂວງຈໍາປາສັກ, ມີຜູ້ຕາງໜ້າ 5 ຫ້ອງກອງບັນຊາການ, ພະແນກການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດນາຍ ເເລະ ພົນທະຫານ ເຂົ້າຮ່ວມຮັບຟັງ. ສະຫາຍ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 65 ປີຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ່ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເວລາໃດ, ກໍມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ. ນັບແຕ່ມື້ກຳເນີດເກີດຂຶ້ນກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ທັງມີມູນເຊື້ອຕໍ່ສູ້, ປັບປຸງ-ກໍ່ສ້າງຕົນເອງໂດຍໄດ້ຮັບການອົບຮົມສັ່ງສອນຈາກພັກປະຊາຊົນ ປະຕິວັດລາວ ແລະ ການອູ້ມຊູຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່ ແລະ ສ້າງໄດ້ມູນເຊື້ອອັນສະຫງ່າງາມ ເປັນຕົ້ນແມ່ນມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອພິລະອາດຫານບໍ່ຍອມຈໍານົນຕໍ່ກັບສັດຕູ, ກຸ່ມຄົນບໍ່ດີ, ມີມູນເຊື້ອໃນການເຝິກຝົນຫຼໍ່ຫຼອມຕົນເອງ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດຄໍາສັ່ງຢ່າງເຂັ້ມງວດ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ມີມູນເຊື້ອກັບປະຊາຊົນບັນດາເຜົ່າຢ່າງແໜ້ນແຟ້ນ, ມີມູນເຊື້ອພົວພັນກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ. ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ