ພ້ອມກັນ ສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 140 ປີໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ
ເວລາອອກຂ່າວ: 2026-04-28 09:53:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ທີ່ຈະໝູນວຽນມາຄົບຮອບ 140 ປີ (1 ພຶດສະພາ 1886 -1 ພຶດສະພາ 2026), ສູນກາງສະຫະພັນກຳມະບານລາວ ໄດ້ແຈ້ງເຖິງ ສະຫະພັນກຳມະບານແຕ່ລະຂັ້ນໃນທົ່ວປະເທດ ຈັດຕັ້ງສະເຫຼີມສະຫຼອງວັນກຳມະກອນສາກົນ ໃນປີນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.
ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສາ 2026 ນີ້ວ່າ: ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ນີ້, ໃຫ້ສະຫະພັນກຳມະບານແຕ່ລະຂັ້ນໃນຂອບເຂດທົ່ວປະເທດ ພ້ອມກັນ ສະເຫຼີມສະຫຼອງວັນດັ່ງກ່າວ, ໃຫ້ເປັນຂະບວນການຟົດຟື້ນ ແລະ ໃຫ້ຖືເອົາວັນກຳມະກອນສາກົນ ແມ່ນວຽກໜຶ່ງ, ກິດຈະກຳໜຶ່ງທີ່ສຳຄັນຂອງສະຫະພັນກຳມະບານລາວ ເພາະເປັນການທົບທວນຫວນຄືນພາລະກຳປະຫວັດ ສາດ, ມູນເຊື້ອ ແລະ ສືບຕໍ່ຜັນຂະຫຍາຍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ຂອງກຳມະກອນ ແລະ ຊາວຜູ້ອອກ
ແຮງງານອື່ນ ໂດຍຈັດຕັ້ງການໂຄສະນາ, ຈັດຕັ້ງປາຖະກະຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ ຕິດພັນກັບການສຶກສາອົບຮົມໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້, ເຂົ້າ
ໃຈຢ່າງເລິກເຊິ່ງຕໍ່ພາລະກຳປະຫວັດຊາດຂອງກຳມະກອນສາກົນ ແລະ ຂອງກຳມະກອນລາວ ແລະ ເພື່ອເຮັດສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ມີຄວາມສາມັກຄີ, ມີຄວາມຕື່ນຕົວທາງການເມືອງ, ຮູ້ສິດ, ພັນທະ ແລະ ຜົນປະໂຫຍດຂອງຕົນ, ມີຄວາມຮູ້ຄວາມສາມາດທາງດ້ານ ວິທະຍາສາດເຕັກໂນໂລຊີ, ມີອະລິຍະທຳທາງດ້ານຈິດໃຈ ແລະ ມີວິໄນ ໃນການອອກແຮງງານ; ສ້າງເງື່ອນໄຂໃຫ້ຄະນະພັກ, ຄະນະນຳຂັ້ນຕ່າງຕ່າງໆລົງພົບປະຢ້ຽມຍາມກຳມະກອນຢູ່ຕາມໂຮງຈັກໂຮງງານ ແລະ ຫົວໜ່ວຍແຮງງານ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ; ສ້າງຂະບວນການ ແລະ ກິດຈະການຕ່າງໆໃຫ້ເປັນຂະບວນກວ້າງຂວາງ ເຊັ່ນ: ການອະນາໄມສຳນັກງານ, ອົງການ, ໂຮງຈັກໂຮງງານ; ຈັດກິດຈະກຳຖາມ-ຕອບ ຄວາມຮູ້ກ່ຽວກັບວັນ ກຳມະກອນ
ສາກົນ; ການແຂ່ງຂັນສີມືແຮງງານ, ການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ, ການແຂ່ງຂັນກິລາ, ສິລະປະວັນນະຄະດີ ແລະ ອື່ນໆ ຕາມຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະບ່ອນ ແລະ ດ້ວຍການປະຫຍັດມັດທະຍັດ.
ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ພ້ອມທັງຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງມາຍັງການ ນຳພັກ, ລັດ ແຕ່ລະຂັ້ນ ເອົາໃຈໃສ່ຊີ້ນຳ-ນຳພາການຈັດຕັ້ງກຳມະບານໃນຂັ້ນຂອງຕົນ ໃຫ້ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ປະກົດຜົນເປັນຈິງ; ຮຽກຮ້ອງມາຍັງອົງການຈັດຕັ້ງກຳມະບານຢູ່ແຕ່ລະຂັ້ນ, ແຕ່ລະບ່ອນ ຈົ່ງເປັນເຈົ້າການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ມີປະສິດຕິຜົນສູງ; ຮຽກຮ້ອງໃຫ້ບັນດາສະມາຊິກກຳມະບານລາວ ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ຖືກ
ຕ້ອງ ແລະ ມີປະສິດຕິຜົນ; ບັນດາກຳມະກອນ, ຊາວຜູ້ອອກແຮງງານ ຈົ່ງຕັ້ງໜ້າປະຕິ ບັດໜ້າທີ່, ສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ, ມີຜົນສຳເລັດ ແລະ ມີປະສິດຕິຜົນສູງ.
ສຳລັບ ສູນກາງສະຫະພັນກຳມະບານລາວ ຈະຈັດພິທີ ແລະ ກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍຈະເຊີນການ
ນຳພັກ, ລັດ, ສະມາຊິກກຳມະບານ, ຜູ້ບໍລິຫານຈັດການຫົວໜ່ວຍທີ່ໃຊ້ແຮງງານ, ຜູ້ຕາງໜ້າກຳມະກອນ ແລະ ຊາວຜູ້ອອກແຮງງານຈຳນວນໜຶ່ງ ເຂົ້າຮ່ວມ.
ຂ່າວ: ທະນູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















