ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເສີມ​ຂະຫຍາຍ ແນວ​ຄິດ ໄກສອນ ພົມວິຫານ ກ່ຽວ​ກັບ​ອົງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ລາວ​ໃນຕໍ່ໜ້າ
ເວລາອອກຂ່າວ: 2026-04-28 09:50:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ:



ທ່ານ ນາງ ບົວ​ສະຫວັນ ອິນ​ທິສານ ຮອງ​ຫົວໜ້າ​ກົມ​ໂຄສະນາ-ວັດທະນະທຳ ປະທານ​ ສະຫະພັນ​ແມ່ຍິງ ສູນກາງສະຫະພັນ​ແມ່ຍິງ​ລາວ ໄດ້ກ່າວລາຍ​ງານ​ຕໍ່​ກອງ​ປະຊຸມເຜີຍແຜ່ບົດ ​ຄົ້ນຄວ້າ​ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວ​ກັບ​ວຽກ​ງານ​ແມ່ຍິງ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ໃນ​ຫົວຂໍ້: ເສີມ​ຂະຫຍາຍ ແນວ​ຄິດ ໄກສອນ ພົມວິຫານ ກ່ຽວ​ກັບ​ອົງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ລາວ​ໃນຕໍ່ໜ້າ. ຄົ້ນຄ້ວາຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມະຕິກອງປະຊຸມ ໃຫຍ່ແມ່ຍິງລາວທົ່ວປະເທດ, ແຜນພັດທະນາແມ່ຍິງລາວຕິດ ພັນກັບການຈັດຕັ້ງປະຕິບັດພາ ລະບົດບາດ, ໜ້າທີ່, ຄວາມຮັບ ຜິດຊອບຂັ້ນຕົນທີ່ກໍານົດໄວ້ ກົດໝາຍ, ກົດລະບຽບຂອງສະຫະ ພັນແມ່ຍິງລາວ ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ; ປັບປຸງກົງຈັກການຈັດຕັ້ງສະຫະພັນແມ່ຍິງລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ບຸກທະລຸພັດທະນາແມ່ຍິງລາວ, ສ້າງຄ່ານິຍົມທີ່ຖືກຕ້ອງ, ກ້າວໜ້າ, ມີວິທະຍາສາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຖືເອົາຜົນສໍາເລັດເປັນໄມ້ຫຼາວັດແທກຄຸນສົມບັດ, ຄວາມສາມາດ ແລະ ຄວາມກ້າວໜ້າຂອງຕົນ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງການນໍາເພດຍິງຮຸ່ນກ່ອນໆ, ແມ່ຍິງລາວບັນດາເຜົ່າໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ, ລັດຖະທຳມະນູນ, ກົດໝາຍ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງວິຖີຊີວິດໃໝ່ ເພື່ອພັດທະນາຕົນເອງ ແລະ ຄອບຄົວໃຫ້ຫຼຸດພົ້ນຈາກ ຄວາມທຸກຍາກ; 2. ເອົາໃຈໃສ່ ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງ ແບບແຜນວິທີນໍາພາ, ວິທີເຮັດ ວຽກໃຫ້ແທດຕົວຈິງ, ຕິດແທດ ກັບຮາກຖານ, ການເຮັດວຽກ ໃຫ້ມີແຜນການ, ແຜນງານ, ມີ ໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດ ຮຽນໃນແຕ່ລະໄລຍະຢ່າງພາວະ ວິໄສ, ປັບປຸງໂຮມບັນດາກົງຈັກທີ່ມີພາລະບົດບາດ, ໜ້າວຽກທີ່ຄ້າຍຄືກັນເຂົ້າກັນເຮັດໃຫ້ກົງຈັກ ກະທັດຮັດຕິດພັນກັບການສັບ ຊ້ອນພະນັກງານໃຫ້ຖືກກັບ ຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ແທດເໝາະກັບ ຄວາມຮຽກຮ້ອງຕົວຈິງຂອງ ວຽກງານໃນໄລຍະໃໝ່; 3. ຂະຫຍາຍການຈັດຕັ້ງ, ຂະຫຍາຍ ສະມາຊິກສະຫະພັນແມ່ຍິງອາ ຍຸ 15 ປີ ຂຶ້ນໄປໃຫ້ກວມເອົາ ແມ່ຍິງຢູ່ຕົວເມືອງ, ເຂດຊົນນະບົດ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ວິສະຫະກິດ, ຫົວໜ່ວຍທຸລະກິດຂອງລັດ ແລະ ເອກະຊົນ ເພື່ອໃຫ້ແມ່ຍິງ ໃນທຸກສາຂາອາຊີບໄດ້ເຂົ້າເປັນ ສະມາຊິກ ແລະ ເຂົ້າໃນການຈັດ ຕັ້ງສະຫະພັນແມ່ຍິງຫຼາຍເທົ່າໃດ ຍິ່ງດີ; 4. ສືບຕໍ່ຫັນລົງສູ່ຮາກ ຖານຢ່າງແຂງແຮງ, ປຸກລະດົມ ຊຸກຍູ້, ຕິດຕາມຂະບວນການ, ກຳແໜ້ນຮາກຖານ, ປະຕິບັດຂໍ້ກຳນົດ, ກົດລະບຽບ, ຫຼັກການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ ພະນັກງານເພດຍິງ, ສະມາຊິກ ສະຫະພັນແມ່ຍິງມີໂອກາດບຳລຸງ ຍົກລະດັບທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ວິຊາຊີບ, ພາສາຕ່າງປະເທດ, ເຝິກອົບຮົມໄລຍະສັ້ນ-ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະ ເທດ ເພື່ອສ້າງພະນັກງານເພດຍິງທີ່ມີຄວາມຮູ້-ຄວາມສາມາດ ໃນທຸກຂົງເຂດວຽກງານ; 5. ປະສານສົມທົບກັບລັດຖະບານ, ອົງການປົກຄອງແຕ່ລະຂັ້ນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອຂຶ້ນແຜນກຳນົດກໍ່ສ້າງພະນັກງານ ເພດຍິງແຕ່ລະຂັ້ນ, ສ້າງຖັນແຖວພະນັກງານເພດຍິງໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າໃນ ທຸກດ້ານ; ສ້າງເງື່ອນໄຂໃຫ້ພະນັກງານເພດຍິງຊົນເຜົ່າຢູ່ຂັ້ນ ຕ່າງໆໄດ້ບັນຈຸສັບຊ້ອນເຂົ້າ ໃນຕຳແໜ່ງນໍາພາ, ຕັດສິນບັນຫາສໍາຄັນຂອງຊາດ, ຂອງແຕ່ ລະຂົງເຂດໃຫ້ນັບມື້ນັບຫຼາຍຂຶ້ນ; ສ້າງເງື່ອນໄຂໃຫ້ສະຫະພັນແມ່ ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່, ປົກປ້ອງ ສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທີ່ໄດ້ກຳນົດໃນກົດໝາຍ ແລະ ກົດລະບຽບສະຫະພັນແມ່ຍິງ ລາວໃຫ້ຫຼາຍຂຶ້ນກ່ວາເກົ່າ; 6. ເອົາໃຈໃສ່ເກັບກຳຜົນງານການ ເຄື່ອນໄຫວຂອງສະມາຊິກສະຫະ ພັນແມ່ຍິງທີ່ມີຄວາມຫ້າວຫັນ, ກ້າວໜ້າ ເພື່ອນໍາສະເໜີຄະນະພັກແຕ່ລະຂັ້ນຂະຫຍາຍເຂົ້າເປັນ ສະມາຊິກພັກ; ສະເໜີການເລື່ອນຊັ້ນ, ເລື່ອນຂັ້ນໃຫ້ພະນັກງານ ເພດຍິງຜູ້ທີ່ມີຜົນງານ; ສະເໜີຂໍ ການຍ້ອງຍໍໃນການປະກອບ ສ່ວນຂະບວນການສະເຫຼີມສະ ຫຼອງວັນສໍາຄັນຂອງຊາດ, ຂອງ ພັກ ແລະ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບ ວຽກງານ 3 ສ້າງໃນແຕ່ລະໄລ ຍະ; ປະຕິບັດມາດຕະການສຶກ ສາອົບຮົມ, ກ່າວເຕືອນ, ລົງວິ ໄນຕໍ່ຜູ້ລະເມີດກົດໝາຍ ກໍຄືກົດ ລະບຽບຂອງສະຫະພັນແມ່ຍິງ ວາງອອກຕາມກໍລະນີໜັກ ຫຼື ເບົາ ເພື່ອເປັນແບບຢ່າງທີ່ດີໃຫ້ ແກ່ມະຫາຊົນ; 7. ສ້າງແມ່ຍິງ ໃຫ້ມີຊີວະທັດ ແລະ ໂລກະທັດທີ່ ກ້າວໜ້າ, ຮູ້ຮັບເອົາສິ່ງໃໝ່ຢ່າງ ມີການເລືອກເຟັ້ນ, ຮຽນຮູ້ເອົາ ສິ່ງໃໝ່ທີ່ດີ ແລະ ກ້າວໜ້າໄປເລື້ອຍໆ; ສົ່ງເສີມຫົວຄິດປະ ດິດສ້າງ ແລະ ທັດສະນະກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ ທໍ້ໃນຖັນແຖວ ເອື້ອຍນ້ອງແມ່ຍິງ ເປັນຕົ້ນແນວຄິດຄອງເດີມ, ໃຈ ນ້ອຍຄັບແຄບ, ອະຄະຕິ, ບໍ່ສົ່ງເສີມ ເຊິ່ງກັນ ແລະ ກັນ, ບໍ່ກ້າ ປະເຊີນໜ້າກັບສິ່ງທ້າທ້າຍ, ບໍ່ ເປັນເຈົ້າການໃນການພັດທະນາ ຕົນເອງຕ້ອງເດັດດ່ຽວປັບປຸງ, ແກ້ໄຂໃຫ້ໝົດໄປເທື່ອລະກ້າວ; 8. ເອົາໃຈໃສ່ເກັບກຳຜົນງານ ທີ່ພົ້ນເດັ່ນຂອງອົງການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ເພື່ອ ຍ້ອງຍໍສັນລະເສີນໃນຂັ້ນຕ່າງໆ ເພື່ອປຸກລະດົມຂົນຂວາຍຂະບວນການຂອງແມ່ຍິງເຂົ້າໃນ ການປະຕິບັດພາລະກິດປ່ຽນ ແປງໃໝ່ຢ່າງມີຫຼັກການຂອງພັກ ໃຫ້ບັນລຸຄາດໝາຍທີ່ວາງໄວ້. ໂດຍ: ວັນເພັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ