ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດງົບປະມານ ປະຈໍາປີ 2025
ເວລາອອກຂ່າວ: 2026-04-27 14:34:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1855 | ຄວາມນິຍົມ:



ວັນທີ 24 ເມສາ 2026 ນີ້, ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດງົບປະມານ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ, ກົມກອງໂຮງຈັກ-ໂຮງງານ, ຫົວໜ່ວຍບໍລິສັດ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ກົງວິໄລ ອົມດາລາ ຫົວໜ້າພະແນກແຜນການ-ສັງລວມກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບການຈັດຕັ້ງປະຕິບັດງົບປະມານປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ເຊິ່ງການຈັດຕັ້ງປະຕິບັດວຽກງານງົບປະມານຈັດຊື້-ຈັດຈ້າງວັດຖຸອຸປະໂພກ-ບໍລິໂພກ ໂດຍອີງຕາມ ງົບປະມານທີ່ໄດ້ຮັບຈາກກະຊວງປ້ອງກັນປະເທດ ເພື່ອຈັດສັນການສໍາລະໜີ້ຄ້າງສົ່ງໃນປີ 2023 ແລະ ຈັດສັນໃຫ້ບັນດາໂຮງງານ, ຫົວໜ່ວຍການຜະລິດ ທີ່ສະໜອງເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບໃນແຕ່ລະປີ, ຜ່ານການຈັດຕັ້ງປະຕິບັດສັນຍາ ແລະ ຄູ່ສັນຍາສາມາດສົ່ງວັດຖຸອຸປະໂພກ-ບໍລິໂພກ ຕາມຕົວເລກສັນຍາທີ່ໄດ້ກໍານົດ, ສໍາລັບທິດທາງແຜນການປະຈໍາປີ 2026 ແມ່ນໄດ້ຮັບການອະນຸມັດງົບປະມານຈາກກະຊວງປ້ອງກ້ານປະເທດ ແລະ ໄດ້ ຮັບການແຈ້ງຕົວເລກງົບປະມານຈາກກົມການເງິນ ກົມໃຫຍ່ພະລາທິການກອງທັບ ເປັນຈຳນວນເງິນທັງໝົດ 192 ຕື້ກີບ ເຊິ່ງຈະໄດ້ຈັດສັນໃຫ້ບັນດາພາກສ່ວນຫົວໜ່ວຍທຸລະກິດ ແລະ ໂຮງງານ ທີ່ສະໜອງເຄື່ອງໃຫ້ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ຕາມແຜນການຄວາມຕ້ອງການເຄື່ອງຕົວຈິງຂອງກົມກອງ ແລະ ຈັດສັນໄປຕາມຕົວເລກງົບປະມານທີ່ໄດ້ຮັບຕົວຈິງ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ