ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ສຳມະນາປະກັນໄພ ການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່
ເວລາອອກຂ່າວ: 2026-04-27 11:36:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1790 | ຄວາມນິຍົມ:



ໃນວັນທີ 24 ເມສາ 2026 ນີ້, ບໍລິສັດ ຈຳປາປະກັນໄພຈຳກັດ ຮ່ວມກັບ ກົມຄຸ້ມຄອງລັດວິສາຫະກິດການເງິນ, ກະຊວງການເງິນໄດ້ຈັດ ກອງປະຊຸມສຳມະນາປະກັນໄພການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່, ໂດຍການເຂົ້າຮ່ວມຂອງ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອານາດເຕັມ ແຫ່ງ ສ ສ ຫວຽດນາມ ປະຈຳ ສ ປ ປ ລາວ, ມີສະຫາຍ ປະລິນຍາເອກ ໄພທູນ ທ່ຽງລະໄມ ສະມາຊິກສະພາແຫ່ງຊາດ, ຄະນະພັກຫະຊວງການເງິນ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ມີຜູ້ອານວຍການໃຫຍ່ ພອ້ມດ້ວຍຄະນະບໍລິສັດ ຈຳປາປະກັນໄພ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າລາວ, ກະຊວງການເງິນລາວ, ກະຊວງປ້ອງກັນ ປະເທດ, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາຄູ່ຮ່ວມມືຍຸດທະສາດ: ກຸ່ມບໍລິສັດ ປະກັນ ໄພ DBV, ບໍລິສັດວິລິດສ ທາວເວີວັດສັນ, ປະກັນໄພ QBE ແລະ ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂະແໜງພະ ລັງງານ - ບໍ່ແຮ່ ໃນພາກພື້ນເຂົ້າຮ່ວມ. ສະຫາຍ ຫງວຽນ ເມົາ ຮຸ່ງ ມິງ ຜູ້ ອຳນວຍການໃຫຍ່ ບໍລິສັດ ຈຳປາປະກັນໄພ ຈຳກັດ ຫົວໜ້າຄະນະຈັດງານກອງ ປະຊຸມ, ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ທີ່ຈັດຂຶ້ນໃນລະດັບສາກົນ, ເຊິ່ງເປັນການ ບຸກເບີກ ໃນຂະແໜງການປະກັນໄພ ຢູ່ ສ ປ ປ ລາວ ໂດຍຜ່ານກອງປະຊຸມສຳມະນາ, ພວກເຮົາຫວັງວ່າ ຈະຊຸກຍູ້ ແລກປ່ຽນບົດຮຽນສາກົນ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງ ພາກສ່ວນຕ່າງໆ ເພື່ອສ້າງລະບົບການຄຸ້ມຄອງ ຄວາມສ່ຽງ ທີ່ມີປະສິດທິພາບ ແລະ ຍືນຍົງຢູ່ ສ ປ ປ ລາວ. ກອງປະຊຸມສຳມະນາໃນຄັ້ງ ປະກອບມີຫຼາຍຫົວຂໍ້ ສົນທະນາຢ່າງເລິກເຊິ່ງເຊັ່ນ: ບົດບາດຂອງການປະກັນໄພໃນການຄຸ້ມຄອງຄວາມສ່ຽງ, ການນໍາໃຊ້ການວິເຄາະຂໍ້ມູນ ເພື່ອສະໜັບສະໜູນການຕັດສິນໃຈ, ການຄຸ້ມຄອງຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ, ຄວາມຮັບຜິດຊອບຕໍ່ ບຸກຄົນທີສາມ. ບົດຮຽນຈາກບັນດາບໍລິສັດປະກັນໄພລະດັບສາກົນໃນການແກ້ໄຂຄວາມສ່ຽງຂະໜາດໃຫຍ່ ແລະ ການແບ່ງປັນບົດຮຽນຈາກ ສ ສ ຫວຽດນາມ, ເຊິ່ງເປັນບ່ອນທີ່ ຂະແໜງໄຟຟ້າມີການຂະຫຍາຍຕົວທີ່ໂດດເດັ່ນຫຼາຍ ຢ່າງ ໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນການຖອດຖອນບົດຮຽນຈາກບັນດາວິທະຍາກອນທີ່ມາຈາກ ຫຼາຍອົງການຈັດຕັ້ງທີ່ມີຊື່ສຽງ ເຊັ່ນ: ສະຫາຍ ຫງວຽນ ຕວນ ຮວາງ ຜູ້ອຳນວຍການຝ່າຍ ຊັບສິນ - ເຕັກນິກ ແລະ ການ ເດີນເຮືອ - ກຸ່ມບໍລິສັດປະກັນໄພ DBV, ສຫາຍ ຊຳລີວ ມາຈາກບໍລິສັດວິລິດສ ທາວເວີວັດສັນ, ສະຫາຍ ນາງ ເຟືອງລໍ້ ມາຈາກບໍລິສັດວິລີດສ ທາວເວີວັດສັນ ແລະ ສະຫາຍ ນາງ ລີງ ຟາມ ມາຈາກບໍລິສັດ ຄືວບີອີ ປະກັນໄພ ພ້ອມດ້ວຍ ບັນດາວິທະຍາກອນໃນພາກພື້ນ ໄດ້ຮ່ວມກັນແບ່ງປັນບົດຮຽນຕົວຈິງ ແລະ ສິ່ງໃໝ່ໆ ຂອງຕະຫຼາດ, ໃນນັ້ນ, ໄດ້ ເນັ້ນໜັກເຖິງການປ່ຽນແປງ ຈາກຮູບແບບ ການປະກັນໄພແບບດັ້ງເດີມວປສູ່ການແກ້ໄຂການຄຸ້ມຄອງຄວາມສ່ຽງ ການສຳມະນາດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື ລະຫວ່າງ ບັນດາວິສາຫະກິດປະກັນໄພ, ນັກ ລົງທຶນ ແລະ ອົງການຄຸ້ມຄອງ, ໂດຍຈະຊ່ວຍຍົກສູງຂີດຄວາມສາມາດໃນການ ຕ້ານທານຂອງພື້ນຖານເສດຖະກິດ ຕໍ່ກັບບັນດາຄວາມສ່ຽງ, ພ້ອມທັງ ສະໜັບສະໜູນຂະບວນການພັດທະນາແບບຍືນຍົງຂອງຂະແໜງພະລັງງານ ແລະ ບໍ່ແຮ່ໃນພາກພື້ນ. ຈາກນັ້ນ ສະຫາຍ ປະລິນຍາເອກ ໄພທູນ ທ່ຽງລະໄມ ສະມາຊິກສະພາແຫ່ງຊາດ, ຄະນະພັກກະຊວງການເງິນ, ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ໄດ້ກ່າວໃນງານສຳມະນາຫົວຂໍ້ ປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງ ໃນຂະແໜງພະລັງງານ ແລະ ບໍ່ແຮ່ວ່າ: ການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນສອງໜ້າວຽກທີ່ມີຄວາມສໍາຄັນທີ່ສຸດ ບໍ່ສາມາດຕັດແຍງອອກຈາກກັນໄດ້ ບັນດາວຽກງານໃນຂົງເຂດ ພະລັງງານ ແລະ ບໍ່ແຮ່ ແມ່ນ ລ້ວນແຕ່ມີຄວາມສ່ຽງຫຼາຍໆຢ່າງທີ່ແຝງເລິກຢູ່ໃນວຽກງານສະນັ້ນ ຖ້າຢາກຄຸ້ມຄອງ ຄວາມສ່ຽງດັ່ງກ່າວໃຫ້ໄດ້ດີຂຶ້ນນັ້ນ ຕ້ອງເຂົ້າໃຈໃສ່ ແລະ ຮັບຮູ້ກ່ຽວກັບຄວາມສ່ຽງຢ່າງ ເລິກເຊິ່ງເຖິງຖອງແທ້ໆ ວຽກງານຄຸ້ມຄອງຄວາມສ່ຽງຂອງບັນດາໂຄງການຕ່າງໆໃນ ສປປ ລາວ ແມ່ນຕິດພັນກັບການປະກັນໄພແບບສະໝັກໃຈ ແລະ ແບບບັງຄັບ ຕາມກົດໝາຍວ່າດ້ວຍການປະກັນໄພ ເຊິ່ງຈະຕ້ອງມີການຄຸ້ມຄອງບຸກຄົນທີ່ສາມຈາກປະກັນ ໄພໃນຂອບເຂດຂອງໂຄງການທີ່ມີການກໍ່ສ້າງກ່ອນ ແລະ ຫຼັງດຳເນີນກິດຈະການ. ໂອກາດດັ່ງກ່າວ ສະຫາຍ ຫງວຽນ ມຶງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສ ປ ປ ລາວ ໄດ້ກ່າວໃນພິທີວ່າ: ໃນສະພາບການເຊື່ອມໂຍງເສດຖະກິດໂລກທີ່ເຕັມ ໄປດ້ວຍປັດໄຈທີ່ບໍ່ແນ່ນອນ, ການເພີ່ມທະວີຂີດຄວາມສາມາດ ໃນການຄຸ້ມຄອງຄວາມສ່ຽງ ແມ່ນຄວາມຕ້ອງການ ທີ່ຈຳເປັນ, ເຊິ່ງການປະກັນໄພນັບມື້ນັບຢັ້ງຢືນເຖິງບົດບາດ ໃນການເປັນເຄື່ອງມືທາງການເງິນທີ່ສໍາຄັນ ເພື່ອຊ່ວຍປົກ ປ້ອງບັນດາໂຄງການຂະໜາດໃຫຍ່: "ການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ, ວິສາຫະກິດ ແລະ ລະຫວ່າງບັນດາອົງການຈັດຕັ້ງທາງການເງິນ, ປະກັນໄພຈະປະກອບສ່ວນເຂົ້າໃນການຍົກສູງຂີດຄວາມສາມາດໃນ ການຄຸ້ມຄອງຄວາມສ່ຽງ, ຮັບປະກັນຄວາມປອດໄພໃຫ້ແກ່ບັນດາໂຄງການພະລັງງານ ແລະ ບໍ່ແຮ່, ພ້ອມທັງຊຸກຍູ້ ການພັດທະນາ ເສດຖະກິດແບບຍືນຍົງໃນພາກພື້ນ ເຖິງຢ່າງໃດກໍຕາມ, ບັນດານັກຊ່ຽວຊານ ກໍໄດ້ຊີ້ໃຫ້ເຫັນວ່າ ວິ ສາຫະກິດບໍ່ສາມາດອີງໃສ່ພຽງແຕ່ການປະກັນໄພ ເປັນເຄື່ອງມືໃນການທົດແທນຄ່າເສຍຫາຍເທົ່ານັ້ນ, ແຕ່ຈໍາເປັນ ຕ້ອງປະສົມປະສານ ກັບວິທີການແກ້ໄຂການຄຸ້ມຄອງຄວາມສ່ຽງແບບຕັ້ງໜ້າ, ການນໍາໃຊ້ເຕັກໂນໂລຊີ ແລະ ການ ວິເຄາະຂໍ້ມູນເພື່ອຍົກສູງປະສິດທິພາຍໃນການຕັດສິນໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ