ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເປີດ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳຕົກຕາດ​ຫ້ວຍ​ກາງ ບ້ານ​ຜາ​ດຳ
ເວລາອອກຂ່າວ: 2026-04-27 09:44:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 470 | ຄວາມນິຍົມ:



ນ້ຳຕົກຕາດ​ຫ້ວຍ​ກາງ ຕັ້ງ​ຢູ່​ບ້ານ​ຜາ​ດຳ ເມືອງ​ເມິງ ແຂວງ​ບໍ່​ແກ້ວ ເຊິ່ງ​ໄດ້​ຮັບ​ການ​ສຳ​ຫຼວດ​ໃນ​ປີ 2023 ທັງ​ຖືກ​ກຳນົດ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່​ໃນ​ລະດັບ​ຂັ້ນ​ເມືອງ, ມີ​ເນື້ອທີ່ ທີ່​ໄດ້​ກຳນົດ​ໄວ້​ຫຼາຍ​ກວ່າ 110 ເຮັກຕາ, ພື້ນ​ທີ່​ດັ່ງກ່າວ ເປັນ​ປ່າ​ຫົວນ້ຳ ແລະ ເປັນ​ປ່າ​ສະຫງວນ​ຂອງ​ບ້ານ ທີ່​ມີ​ ຄວາມ​ອຸດົມສົມບູນ ທາງ​ດ້ານ​ຊີວະ​ນາໆພັນ​ນາໆ​ຊະນິດ​ຕ່າງໆ. ນ້ຳຕົກຕາດ​ແຫ່ງ​ນີ້ ຢູ່​ຫ່າງ​ຈາກ​ເສັ້ນທາງ​ໃຫຍ່​ເຂົ້າ​ໄປ​ປະມານ 3 ກິໂລແມັດ, ມີ​ຄວາມ​ສູງ​ເຖິງ 30 ແມັດ ໄປ​ພ້ອມໆ​ຄວາມ​ສວຍ​ສົດ​ງົດ​ງາມ ຈຶ່ງ​ເຮັດ​ໃຫ້​ດຶງ​ດູດ​ຜູ້​ປະກອບ​ການ​ມີ​ຄວາມ​ສົນໃຈ​ເຂົ້າ​ມາ​ພັດທະນາ​ໃຫ້​ກາຍເປັນ​ສະຖານທີ່​ທ່ອງ​ທ່ຽວ​ທີ່​ມີ​ການ​ບໍລິການ​ຄົບ​ວົງ​ຈອນ​ທີ່​ສະດວກ​ສະບາຍ ເພື່ອ​ບໍ​ລິ ການ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ ເປັນຕົ້ນ ການ​ບໍລິການ​ທາງ​ດ້ານ​ອາຫານ ແລະ ທີ່​ພັກ​ເຊົາ.     ແນວໃດ​ກໍ​ດີ, ເມື່ອ​ມໍ່ໆມານີ້, ຢູ່​ບ້ານ​ຜາ​ດຳ ເມືອງ​ເມິງ ໄດ້​ເປີດ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳຕົກຕາດ​ຫ້ວຍ​ກາງ ຂຶ້ນ ໂດຍ​ມີ ທ່ານ ສີວິໄລ ສີ​ແສນ​ດີ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເມິງ, ທ່ານ ນາງ ບຸນ​ຍົກ ແສງ​ສະຫວ່າງ ຫົວໜ້າ​ພະ​ແນກ ​ວັດທະນະທຳ ແລະ ການທ່ອງ ທ່ຽວ​ແຂວງ​ບໍ່​ແກ້ວ ພ້ອມ​ດ້ວຍ​ຫ້ອງການ, ຜູ້​ປະກອບ​ການ ພາຍ​ໃນ​ເມືອງ​ເຂົ້າ​ຮ່ວມ. ທ່ານ ໄມ່​ແອ ກັນ​ທະ​ພອນ ນາຍບ້ານໆ​ຜາ​ດຳ ໃຫ້​ຮູ້​ວ່າ: ໃນ​ເມື່ອ​ກ່ອນ​ໄດ້​ມີ​ນາຍພານລ່າ ເນື້ອ​ເຂົ້າ ມາ​ລ່າເນື້ອ​ຢູ່​ຂອບ​ເຂດ​ບໍລິເວນ​ດັ່ງກ່າວ ແລະ ໄດ້​ພົບ​ເຫັນ​ນ້ຳຕົກຕາດ​ແຫ່ງ​ນີ້ ທີ່​ມີ​ຄວາມ​ງົດ​ງາມ, ອຸດົມສົມບູນ​ໄປ​ດ້ວຍ​ສັດປ່າ​ນາໆ​ຊະນິດ, ປົກ​ຫຸ້ມ​ດ້ວຍ​ປ່າໄມ້​ໃຫຍ່​ທີ່​ຂຽວ​ສົດ​ງົດ​ງາມ ໄດ້​ມີ​ພະຍາ​ກວາງ​ໂຕ​ໜຶ່ງ​ທີ່​ປົກ​ປັກ​ຮັກສາ​ສະຖານທີ່​ແຫ່ງ​ນີ້​ຢູ່ ອັນ​ເຮັດ​ໃຫ້​ນາຍພານ​ຜູ້​ນັ້ນ​ຢ້ານ​ກົວ ແລະ ບໍ່​ກ້າ​ມາ​ລ່າ​ສັດ​ໃນ​ບໍລິເວນ​ນີ້​ອີກ. ນ້ຳຕົກຕາດ​ຫ້ວຍ​ກາງ ແມ່ນ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ທີ່​ມີ​ຄວາມ​ງົດ​ງາມ​ຕາມ​ທຳ​ມະ​ຊາດ ຖືກ​ອ້ອມ​ຮອບ​ດ້ວຍ​ທຳ​ມະ​ຊາດ ແລະ ສາຍພູ ຊຶ່ງ​ເໝາະ​ສຳລັບ​ການທ່ອງທ່ຽວ​ເພື່ອ​ພັກຜ່ອນ​ຊົມ​ທຳ​ມະ​ຊາດ​ບວກ​ກັບ​ສາຍ​ນ້ຳ​ອັນ​ເຢັນ​ໃສ​ທີ່​ຫາ​ໃສ​ບໍ່​ໄດ້​ອີກ​ແລ້ວ, ນ້ຳຕົກຕາດ​ແຫ່ງ​ນີ້​ຫ່າງ​ຈາກ​ເທສະ​ບານ​ເມືອງ ປະມານ 29 ກິໂລແມັດ, ທິດເໜືອ​ຕິດ​ກັບ​ຊາຍ​ແດນ​ບ້ານ​ຈອມ​ແຈ້ງ, ທິດໃຕ້​ຕິດ​ກັບ​ບ້ານ​ຜາ​ຂາວ, ທິດຕາເວັນອອກ​ຕິດ​ກັບ​ຊາຍ​ແດນ​ບ້ານ​ຕໍ​ແລ ແລະ ທິດໃຕ້​ຕິດ​ກັບ​ແມ່ນ້ຳ​ຂອງ ຊາຍ​ແດນ ລາວ-ມຽນ​ມາ, ມີ​ເນື້ອທີ່​ທັງ​ໝົດ 108 ເຮັກຕາ ໃນ​ນີ້, ກຳນົດ​ໃຫ້​ສຳ​ປະທານ​ນຳ​ລັດ​ເພື່ອ​ພັດ ທະນາ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ 4 ເຮັກຕາ ຊຶ່ງ​ໃນ​ໄລຍະ​ຜ່ານ​ມາ, ນ້ຳຕົກຕາດ​ແຫ່ງ​ນີ້​ມີ​ຄວາມ​ງົດ​ງາມ​ກໍ​ຈິງ, ແຕ່​ເສັ້ນທາງ​ເຂົ້າ​ມາ​ຫາ​ສະຖານທີ່​ທ່ອງ​ທ່ຽວ​ແມ່ນ​ຕ້ອງ​ໄດ້​ຍ່າງ​ປະມານ 1-2 ຊົ່ວໂມງ ປັດຈຸບັນ​ມີ​ຜູ້​ປະກອບ​ການ​ສຳ​ປະທານ ເພື່ອ​ພັດທະນາ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ຊຶ່ງ​ຜູ້​ປະ ກອບ​ການ ໄດ້​ເອົາໃຈໃສ່​ພັດທະນາ​ປັບປຸງ​ສະຖານທີ່​ແຫ່ງ​ນີ້ ເປັນຕົ້ນ ຕັດ​ເສັ້ນທາງ​ເຂົ້າ​ມາ​ຫາ​ຈຸດ​ໃຈ​ກາງຂອງ​ນ້ຳຕົກຕາດ​ທີ່​ມີ​ຄວາມ​ຍາວ 3 ກິໂລແມັດ, ປັບປຸງ​ສະ ຖານ ທີ່​ບ່ອນ​ຈອດ​ລົດ, ຕັ້ງ​ຕູບ ​ບໍລິການ 9 ຫຼັງ, ຫ້ອງ​ນ້ຳ 2 ຫ້ອງ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ທີ່​ຈະ​ມາ​ທ່ຽວ​ຊົມ. ທ່ານ ສີວິໄລ ສີ​ແສນ​ດີ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ຜູ້​ປະກອບ​ການ ຈົ່ງ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ເປັນຕົ້ນ ຮັກສາ​ປ່າໄມ້, ຮັກສາ​ຄວາມ​ສະອາດ​ສະຖານທີ່​ນ້ຳຕົກຕາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮ້ອຍ ແລະ ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ພ້ອມ​ທັງ​ໃຫ້​ອົງການ​ປົກຄອງ​ບ້ານ ຕະຫຼອດ​ຮອດ​ພໍ່​ແມ່​ ປະຊາຊົນ​ເປັນ​ຜູ້​ຊ່ວຍ​ຊຸກ ຍູ້​ໃຫ້ ການ​ກັບສະໜັບສະໜູນ, ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ ໃຫ້​ກັບ​ຜູ້​ປະກອບ​ການ​ທີ່​ມີ​ຄວາມ​ຕ້ອງການ​ຢາກ​ມາ​ລົງທຶນ​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ​ທີ່ຢູ່​ພາຍ​ໃນ​ເມືອງ​ພວກ​ເຮົາ​ໃຫ້​ມີ​ຄວາມ​ໂດດ​ເດັ່ນ ແລະ ເປັນ​ສະ ຖານ ທີ່​ທ່ອງ​ທ່ຽວ​ຂອງ​ເມືອງ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະຫຼອດ​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ