ພາກລັດ ແລະ ທຸລະກິດ ຊຸກຍູ້ ການປູກມັນຕົ້ນເປັນສິນຄ້າຢູ່ແຂວງບໍລິຄຳໄຊ
ເວລາອອກຂ່າວ: 2026-04-27 09:42:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ: ![]()
ໃນໄລຍະຜ່ານມາ ການປູກມັນຕົ້ນເປັນສິນຄ້າ ຂອງກະສິກອນ ໂດຍສ່ວນໃຫຍ່ແມ່ນຍັງປູກແບບ ຕາມຄວາມເຂົ້າໃຈຂອງຊາວກະສິກອນ ຖ້າປູກໃສ່ສວນບຸກເບີກໃໝ່ (ດິນໝູນວຽນ) ກໍຈະໄດ້ຜົນດີແດ່, ແຕ່ຖ້າແມ່ນດິນທີ່ປູກທຸກປີ ສວນເກົ່າຜົນຜະລິດຈະຫຼຸດລົງ. ແນວໃດກໍດີ, ບັນຫາດັ່ງກ່າວ ຈະໄດ້ຮັບການປັບປຸງດີຂຶ້ນ ແລະ ໄປຕາມເຕັກນິກວິຊາການ ໃຫ້ໄດ້ຮັບ ຜົນດີເທື່ອລະກ້າວ. ດັ່ງເມື່ອບໍ່ດົນ ມານີ້, ຢູ່ສູນບໍລິການເຕັກນິກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທ່າກົກຄູນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນເຕັກນິກປູກມັນຕົ້ນເປັນສິນຄ້າ ລະຫວ່າງພາກລັດ, ທຸລະກິດ ແລະ ຊາວກະສິກອນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະເພັດ ຈັນທີສອນ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ, ມີສະພາການຄ້າອຸດສາຫະກຳເມືອງບໍລິຄັນ, ທ່າພະບາດ, ເມືອງປາກກະດິງ, ຜູ້ປະກອບການທຸລະກິດ, ຕາງໜ້າຊາວກະສິກອນຈາກ 19 ບ້ານ ເມືອງປາກຊັນ ເຂົ້າຮ່ວມ.
ການແລກປ່ຽນບົດຮຽນຄັ້ງນີ້ ວິທະຍາກອນຈາກສູນບໍລິການ ເຕັກນິກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທ່າກົກຄູນ ໄດ້ນຳສະເໜີເຕັກນິກ, ຂັ້ນຕອນການປູກ ມັນຕົ້ນເປັນສິນຄ້າ ໂດຍສະເພາະ ແມ່ນການກະກຽມດິນ, ການເລືອກ ແນວພັນ, ການບົວລະບັດຮັກສາ ແລະ ຂັ້ນຕອນການເກັບກູ້, ເພື່ອ ສ້າງຄວາມຮັບຮູ້ ເຂົ້າໃຈບາດກ້າວ, ຂັ້ນຕອນ ການຜະລິດກະສິກຳໃຫ້ ກຸ່ມຊາວກະສິກອນ ຈາກການຜະລິດແບບດັ້ງເດີມ ມາເປັນຂະບວນ ການຜະລິດແບບປະສົມປະສານ ເຕັກນິກທີ່ທັນສະໄໝ. ສຳລັບຊາວ ກະສິກອນທີ່ຕ້ອງການຈະປູກມັນ ຕົ້ນເປັນສິນຄ້າ ທາງບໍລິສັດ ຄາສະວາດຣາກອນ ຈຳກັດ (ໂຮງງານ ຜະລິດແປ້ງມັນຕົ້ນ) ເຫັນດີສະ ໜອງທຶນໃຫ້ຊາວກະສິກອນເຂົ້າໃນ ການປູກມັນຕົ້ນ ໂດຍບໍ່ມີດອກເບ້ຍ, ແຕ່ຕ້ອງສົ່ງຂາຍຜົນຜະລິດໃຫໂຮງງານພາຍຫຼັງເກັບກູ້ ຕາມ ລາຄາທ້ອງຕະຫຼາດ. ກອງປະຊຸມຄັ້ງນີ້ ຕາງໜ້າຊາວ ກະສິກອນ ແລະ ວິທະຍາກອນກໍໄດ້ຍົກຫຼາຍບັນຫາແລກປ່ຽນຖອດ ຖອນບົດຮຽນຮ່ວມກັນ ເປັນຕົ້ນ ແມ່ນຮ່າງສັນຍາລະຫວ່າງບໍລິສັດຜູ້ ປະກອບການສະໜອງທຶນ, ເກັບຊື້ຜົນຜະລິດ. ການແລກປ່ຽນບົດຮຽນ ລະຫວ່າງຜູ້ສະໜອງທຶນ ແລະ ຊາວກະສິກອນຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງເປັນອີກສ່ວນໜຶ່ງ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືການຜະລິດກະສິກຳໃຫ້ກາຍ ເປັນສິນ ຄ້າຕໍ່ເນື່ອງ ແລະ ຍືນຍົງ, ສ້າງສິ່ງເອື້ອອຳນວຍຄວາມສະດວກ ຕໍ່ຊາວກະສິກອນເຂົ້າໃນການ ປູກຝັງ, ຕອບສະໜອງຄວາມຕ້ອງ ການກຳລັງການຜະລິດຂອງໂຮງ ງານກໍຄືຜູ້ສະໜອງທຶນ ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ແລະ ແກ້ໄຂຄວາມທຸກຍາກໃຫ້ ຫຼຸດລົງເປັນກ້າວໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















