ຈາກກອງຮ້ອຍ AM 01 ກ້າວຂຶ້ນເປັນກອງພັນໃຫຍ່ 279 ທີ່ເຕີບໃຫຍ່ເຂັ້ມແຂງ
ເວລາອອກຂ່າວ: 2026-04-23 09:13:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 587 | ຄວາມນິຍົມ: ![]()
ກອງພັນໃຫຍ່ 279 ແມ່ນກົມກອງໜຶ່ງ ທີ່ເປັນກຳລັງຫຼັກແຫຼ່ງຂອງກອງທັບປະຊາຊົນລາວ, ໄດ້ຮັບການປະກາດຍົກລະດັບ ຈາກກອງພັນ 279 ເປັນກອງພັນໃຫຍ່ 279 ຢ່າງເປັນທາງການ ໃນວັນທີ 23 ເມສາ 2003 ຕາມຂໍ້ຕົກລົງ ສະບັບເລກທີ 544/ກປທ, ເຮັດໜ້າທີ່ເປັນກຽດຕິຍົດ, ປ້ອງກັນອົງການການນຳພັກ-ລັດ, ປ້ອງກັນກິດຈະການສຳຄັນ, ປ້ອງກັນກອງປະຊຸມຕ່າງໆ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕາມຂອບເຂດກົມກອງຮັບຜິດຊອບ, ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.
ກອງພັນໃຫຍ່ 279 ກຳເນີດມາຈາກກອງຮ້ອຍລົດ AM 01 ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1961 ຢູ່ທີ່ຄັງໄຂ ແຂວງຊຽງຂວາງ, ໂດຍແມ່ນສະຫາຍ ຈຳນຽນ ຫົວໜ້າເສນາທິການເຂດຊຽງຂວາງ ເປັນຜູ້ປະກາດສ້າງຕັ້ງ, ການສ້າງຕັ້ງກອງຮ້ອຍລົດ AM 01 ຂຶ້ນກໍເພື່ອກຽມພ້ອມຕິຕ້ານການບຸກໂຈມຕີຂອງຝ່າຍຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມື ທີ່ຫວັງບຽດຢຶດເຂດປົດປ່ອຍທົ່ງໄຫຫີນຊຽງຂວາງ, ກອງຮ້ອຍລົດ AM 01 ໃນເບື້ອງຕົ້ນ ປະກອບມີ 3 ໝວດ ແລະ ມີລົດ AM 1 ຄັນ ໂດຍແມ່ນສະຫາຍ ຄຳຮຸ່ງ ເປັນຫົວໜ້າການທະຫານ, ສະຫາຍ ເປີ ເປັນຫົວໜ້າການເມືອງ, ສະຫາຍ ສົມພອນ ແກ້ວມີໄຊ ຊ່ວຍວຽກທັງເປັນພາສາແປ, ໜ້າທີ່ການເມືອງຂອງກົມກອງໃນໄລຍະນັ້ນ ແມ່ນປ້ອງກັນອົງການການນຳສູນກາງແນວລາວອິດສະຫຼະຢູ່ເຂດຊຽງຂວາງ, ທັງເຮັດໜ້າທີ່ເຄື່ອນໄຫວສູ້ຮົບຕາມຄຳສັ່ງຂອງຂັ້ນເທິງ ຢູ່ໃນສະໜາມຮົບຕ່າງໆ ເຂດພາກເໜືອ.
ນັບແຕ່ເດືອນ ກຸມພາ ປີ 1961 ຮອດຕົ້ນປີ 1962 ກົມກອງ ໄດ້ເຂົ້າຮ່ວມບັ້ນຮົບປົດປ່ອຍທົ່ງໄຫຫີນ ຕີຕ້ານພວກສັດຕູທີ່ບຸກໂຈມຕີຂະໜາດໃຫຍ່ ເຂົ້າເຂດສາລາພູຄູນ, ຕີຂັບໄລ່ພວກມັນລົງໄປຕາມເສັ້ນ ທາງເລກທີ 13 ລົງໃຕ້ ປົດປ່ອຍເຂດວັງວຽງ, ຫີນເຫີບ, ທ່າໂທມ ແລະ ບ່ອນອື່ນໆ.
ປີ 1963-1964 ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ກອງບັນຊາການສູງສຸດໄດ້ປັບປຸງກອງຮ້ອຍລົດ AM 01 ອອກເປັນ 2 ກອງຮ້ອຍ ແລະ ຍົກຍ້າຍກອງຮ້ອຍທີ 1 ຂຶ້ນໄປເຮັດໜ້າທີ່ປະຈຳຢູ່ເຂດທີ່ໝັ້ນແຂວງຫົວພັນ ແລ້ວປ່ຽນຊື່ເປັນກອງຮ້ອຍ 207, ສ່ວນກອງຮ້ອຍ 2 ແມ່ນໄປປະຈຳເຂດວັງວຽງ. ປີ 1966 ກອງບັນຊາການສູງສຸດໄດ້ປັບປຸງການຈັດຕັ້ງກອງຮ້ອຍ 207 ໃນນີ້, ໄດ້ຍົກເອົາກອງ ຮ້ອຍ 95 ຂອງກອງພັນ 613 ມາປະກອບເພີ່ມໃສ່ກອງຮ້ອຍ 207 ແລ້ວປ່ຽນຊື່ມາເປັນກອງຮ້ອຍ 279, ໂດຍແມ່ນສະຫາຍ ຄຳແດງ ສີສົງຄາມ ເປັນຫົວໜ້າການທະຫານ, ສະຫາຍ ກູທອງ ເປັນຫົວໜ້າການ ເມືອງ, ສະຫາຍ ຄຳພູ ເປັນຮອງຫົວໜ້າການທະຫານ ແລະ ສະຫາຍ ຄຳກຸນ ເປັນຮອງຫົວໜ້າການເມືອງ. ປີ 1967-1969 ແມ່ນໄລຍະຈັກກະພັດອາເມຣິກາ ແລະ ລູກແຫຼ່ງຕີນມື, ປະຕິບັດຍຸດທະສາດເພີ່ມທະວີສົງຄາມພິເສດຢູ່ 3 ຊາດອິນດູຈີນ, ໂດຍສະເພາະຢູ່ລາວເຮົາ ພວກເຂົາໄດ້ເລັ່ງເປົ້າເຂົ້າໃສ່ເຂດທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເປັນໝາກຫົວໃຈຂອງການປະຕິວັດ, ກອງບັນຊາການສູງສຸດ ໄດ້ມອບໝາຍໜ້າທີ່ໃຫ້ກອງຮ້ອຍ 279 ນຳໃຊ້ກຳລັງ 1 ໝວດ ສົມທົບກັບກອງພັນ 613 ບຸກຕີສັດຕູຢູ່ເຂດພູດອກໄມ້ຜາບັດເມືອງຊຳເໜືອ ແຂວງຫົວພັນ ພ້ອມທັງສູ້ຮົບກັບໂຈນອາກາດອາເມຣິກາຢ່າງດຸເດືອດຂ້ຽວຂາດເຖິງ 21 ຄັ້ງ, ສາມາດຍິງຍົນຕົກ 6 ລຳ, ດັບສູນສັດຕູ 72 ຄົນ, ຈັບເປັນສະເລີຍເສິກ 154 ຄົນ ແລະ ເລີກຮື້ກຳລັງໃຕ້ດິນຂອງສັດຕູ ໄດ້ 121 ຄົນ.
ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະ ຜົນງານ, ໄຊຊະນະຂອງກອງທັບປົດປ່ອຍປະຊາຊົນລາວ ກໍຄື ກອງຮ້ອຍ 279, ກອງບັນ
ຊາສູງສຸດ ໄດ້ມີຄຳສັ່ງປັບປຸງການຈັດຕັ້ງ ໂດຍຍົກຍ້າຍເອົາກອງຮ້ອຍ 4 ກອງພັນ 601 ແລະ ກອງຮ້ອຍ 3 ກອງພັນ 585 ທະຫານແຂວງຫົວພັນ ມາປະກອບເພີ່ມໃສ່ກອງຮ້ອຍ 279 ແລ້ວປະກາດສ້າງຕັ້ງເປັນກອງພັນ 279 ໃນວັນທີ 29 ສິງຫາ 1972 ເຊິ່ງປະກອບມີ 4 ກອງຮ້ອຍ, ໂດຍແມ່ນສະຫາຍ ປູນເກີນ ສີສົມບັດ ເປັນຫົວໜ້າການທະຫານ, ສະຫາຍ ບຸນລືມ ເປັນຮອງຫົວໜ້າການທະຫານ, ສະຫາຍ ຄຳອ້າວ ເປັນຫົວໜ້າການເມືອງ ແລະ ສະຫາຍ ບົວສ້ຽງ ຈຳປາພັນ ເປັນຮອງຫົວໜ້າການເມືອງ, ໜ້າທີ່ການເມືອງຂອງກອງພັນ 279 ໃນເວລານັ້ນ ນອກຈາກປ້ອງກັນອົງການການນຳສູນກາງແລ້ວ ຍັງໄດ້ເຄື່ອນໄຫວສູ້ຮົບ, ທັງເປັນກອງກຽດຕິຍົດຮັບໃຊ້ພິທີການຕ່າງໆ ອີກດ້ວຍ. ປີ 1973 ເປັນຄັ້ງທຳອິດ ທີ່ກອງພັນ 279 ໂດຍສະເພາະກອງຮ້ອຍກຽດຕິຍົດ ໄດ້ຕ້ອນຮັບທ່ານ ເລ ຍວນ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ທ່ານ ໂນໂຣດົມ ສີຫານຸ ກະຊັດແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມເຂດປົດປ່ອຍ ທີ່ເມືອງວຽງໄຊ ແຂວງຫົວພັນ.
ປີ 1974-1975 ເຊິ່ງເປັນໄລຍະປະຕິບັດ 3 ບາດຄ້ອນຍຸດທະສາດຂອງພັກ ກະກຽມຍຶດອຳນາດ ປົດປ່ອຍທົ່ວປະເທດ, ໃນເດືອນມັງກອນ 1975 ປະຕິບັດຕາມຄຳສັ່ງຂອງກອງບັນຊາການສູງສຸດ, ກອງພັນ 279 ໄດ້ຈັດຕັ້ງກຳລັງ 1 ກອງຮ້ອຍເຂົ້າເປັນທະຫານປະສົມ ຮ່ວມກັບຝ່າຍວຽງຈັນ ເຊິ່ງນຳໂດຍສະຫາຍ ບົວສ້ຽງ ຈຳປາພັນ ຕະຫຼອດໄລຍະເຂົ້າຮ່ວມປະສົມ ກົມກອງໄດ້ຄຽງບ່າຄຽງໄຫຼ່ກັບກົມກອງອື່ນ ຕໍ່ສູ້ກັບສັດຕູທຸກຮູບແບບ ແລະ ຕິດຕາມປ້ອງກັນການນຳສູນກາງໄດ້ມີຄວາມປອດໄພ 100% ສ້າງເງື່ອນໄຂໃຫ້ພວກເພີ່ນ ນຳພາຂະບວນຕໍ່ສູ້ກູ້ຊາດ ສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກ ຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫຼ່ງຕີນມືຢ່າງສົມບູນ ໃນວັນທີ 2 ທັນວາ 1975.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຄະນະພັກການທະຫານສູນກາງ ໄດ້ມີຄຳສັ່ງຍົກຍ້າຍກອງພັນ 279 ລົງມາປະຈຳການຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ເຮັດໜ້າທີ່ປ້ອງກັນອົງການການນຳ, ປ້ອງກັນບັນດາຈຸດຍຸດທະສາດທີ່ສຳຄັນ ແລະ ເຮັດໜ້າທີ່ຮັບໃຊ້ພິທີການຕ່າງໆ ຕາມການມອບໝາຍຂອງຂັ້ນເທິງ, ປີ 1978-1983 ໂດຍອີງໃສ່ທິດຊີ້ນຳ ກໍຄື ການມອບໝາຍໜ້າທີ່ຂອງກະຊວງປ້ອງກັນປະເທດ, ກອງພັນ 279 ໄດ້ສຸມໃສ່ປັບປຸງຕົນເອງຢ່າງຮອບດ້ານ, ທັງປະຕິບັດໜ້າທີ່ການເມືອງຂອງກົມກອງໃນການປ້ອງກັນອົງການການນຳພັກ-ລັດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມ, ງານບຸນສຳຄັນອື່ນໆ, ປ້ອງກັນສາງຄັງ ແລະ ຈຸດສຳຄັນຕ່າງໆ ໃນນີ້, ກົມກອງໄດ້ຈັດຕັ້ງກຳລັງປ້ອງກັນ ລົດຂົນສົ່ງລຳລຽງ ແຕ່ນະຄອນຫຼວງວຽງຈັນໄປເຖິງທຸກແຂວງ, ປ້ອງກັນເຮືອແຕ່ນະຄອນຫຼວງວຽງຈັນໄປຫຼວງພະບາງ, ໄປສະຫວັນນະເຂດ, ປາກເຊ, ປ້ອງກັນຍົນລຳລຽງຂົນສົ່ງວັດຖຸອຸປະກອນເຄື່ອງອຸປະໂພກຕ່າງໆ ຈາກສູນກາງໄປຫາທ້ອງຖິ່ນແຕ່ພາກເໜືອເຖິງພາກໃຕ້ ແລະ ໄດ້ເຄື່ອນໄຫວແກ້ໄຂບາງກໍລະນີ, ບາງເຂດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ອັດປ່ອງຂ້າມລອຍຂອງສັດຕູຢູ່ຈຸດຕ່າງໆ, ຜ່ານການປະຕິບັດໜ້າທີ່ຕົວຈິງ ສາມາດດັບສູນສັດຕູໄດ້ 15 ຄົນ.
ປີ 1987-1988 ກົມກອງໄດ້ຈັດຕັ້ງກຳລັງຈຳນວນໜຶ່ງ ປະສານສົມທົບກັບທະຫານທ້ອງຖິ່ນ ແຂວງວຽງຈັນ ເຄື່ອນໄຫວແກ້ໄຂກຸ່ມຄົນບໍ່ຫວັງດີ ຢູ່ເຂດພູ 3 ລ່ຽມ ເມືອງຮົ່ມ, ເມືອງອ້າວ ແລະ ລອງຊານ ເຂດພິເສດໄຊສົມບູນ ສາມາດດັບສູນສັດຕູໄດ້ 52 ຄົນ ແລະ ໃນໄລຍະດຽວກັນນັ້ນ, ຍັງໄດ້ຈັດຕັ້ງກຳລັງ 1 ກອງຮ້ອຍ ເຂົ້າຮ່ວມບັ້ນຮົບບໍ່ແຕນ ແຂວງໄຊຍະບູລີ ເພື່ອເຮັດໜ້າທີ່ລຳລຽງຂົນສົ່ງອາວຸດຍຸດໂທປະກອບຮັບໃຊ້ແນວໜ້າ ທັງເປັນກຳລັງເກັ່ງກ້າເພື່ອສູ້ຮົບກັບສັດຕູ ທັງເຮັດໜ້າທີ່ປ້ອງກັນສູນບັນຊາຄະນະປະສົມ 2 ຝ່າຍ ລາວ-ໄທ ໃຫ້ມີຄວາມປອດໄພ 100%. ໃນໄລຍະເດືອນ ພຶດສະພາ ເຖິງເດືອນ ທັນວາ 1989 ກົມກອງໄດ້ຮັບໜ້າທີ່ໃຫ້ເຄື່ອນໄຫວອັດປ່ອງຂ້າມລອຍຂອງສັດຕູ ຢູ່ບ້ານຕອນຮຽງ ເມືອງຊະນະຄາມ ແຂວງວຽງຈັນ ສາມາດດັບສູນສັດຕູໄດ້ 2 ຄົນ, ປີ 1995-1996 ໄດ້ເຄື່ອນໄຫວ ແລະ ປ້ອງກັນໂຄງການສຳຫຼວດນ້ຳງື່ມ 3 ຂອງບໍລິສັດ ອີຕາລຽນໄທ ມີຄວາມສະຫງົບປອດໄພ 100%.
ໄປພ້ອມກັນກັບການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ວິຊາສະເພາະຂອງກົມ ກອງນັ້ນ, ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງກົມກອງ, ປັບປຸງສະຖານທີ່ຄ້າຍຄູເປັນຕົ້ນແມ່ນ ຫ້ອງການ, ເຮືອນນອນ, ເຮືອນຄົວ, ໂດຍສະເພາະ ໃນໄລຍະປີ 1990 ເຖິງ ປີ 2002 ໄດ້ສຸມໃສ່ຂະບວນການແກ້ໄຂຊີວິດການເປັນຢູ່ດ້ວຍການເພີ່ມພູນຜະລິດຜົນ ຕາມທິດນຳ 4 ປູກ 4 ລ້ຽງຢ່າງເປັນຂະບວນຟົດຟື້ນ, ອັນພົ້ນເດັ່ນ ແລະ ເປັນມູນເຊື້ອຂອງກົມກອງ ແມ່ນການເຮັດສວນຄົວສາມາດຮັບປະກັນດ້ານພືດຜັກກຸ້ມກິນຕະຫຼອດປີ.
ມາຮອດປີ 2003 ກອງພັນ 279 ໄດ້ຮັບການປະກາດຍົກລະດັບ ເປັນກອງພັນໃຫຍ່ 279 ຢ່າງເປັນທາງການ ໃນວັນທີ 23 ເມສາ 2003, ໃນເບື້ອງຕົ້ນປະກອບມີ 3 ກອງພັນຄື: ກອງພັນ 791, ກອງພັນ 792, ກອງພັນ 793, ມີ 5 ພະແນກການ ແລະ ມີ 1 ໝວດຂຶ້ນກັບ, ຄະນະບັນຊາໃນເວລານັ້ນປະກອບມີ ສະຫາຍ ພັນໂທ ທອງສູນ ສີສອນໄຊ ເປັນຫົວໜ້າການທະຫານ, ສະຫາຍ ພັນໂທ ຄຳອ່າງ ມະນີວົງ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ສີ ທະວີໄຊ ເປັນຮອງຫົວໜ້າການທະຫານ, ສະຫາຍ ພັນໂທ ມີໄຊ ອຸຕຸມທອງ ເປັນຮອງຫົວໜ້າການເມືອງ, ສະຫາຍ ພັນຕີ ເມກສະຫວັນ ແກ້ວດວງດີ ເປັນຮອງກອງພັນໃຫຍ່ ຮັບຜິດຊອບວິຊາການແກ່ວົງ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ຄະນະພັກ-ຄະນະບັນຊາກົມກອງກໍໄດ້ເສີດຊູ ແລະ ຍົກສູງຄວາມຮັບຜິດຊອບໃນການຊີ້ນຳ-ນຳພາພະນັກງານ-ນັກຮົບ ຜ່ານຜ່າຄວາມຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກວ່າກົມກອງຕັ້ງຢູ່ເຂດໃຈກາງນະຄອນຫຼວງວຽງຈັນດ້ານສະຖານທີ່ຄ້າຍຄູ, ຫ້ອງການ, ເຮືອນນອນ, ເຮືອນຄົວ ແລະ ອື່ນໆ ຍັງບໍ່ທັນຖາວອນ, ສະພາບແນວຄິດຈິດໃຈຂອງພະນັກງານ-ນັກຮົບຈຳນວນໜຶ່ງ ຍັງບໍ່ສິນເຄີຍກັບລະບົບບັນຊາຂັ້ນກອງພັນໃຫຍ່ ແຕ່ເຖິງຢ່າງໃດກໍຕາມ ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດດ້ວຍຫຼາຍວິທີການ ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງດ້ານສະຖານທີ່ຄ້າຍຄູ ໃຫ້ຫັນເຂົ້າສູ່ລະບົບຖາວອນເທື່ອລະກ້າວ ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ນຳພາອົບຮົມ-ຫັດແອບຍຸດທະວິທີ, ການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງກົມກອງ. ໂດຍຜ່ານການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ມາໄດ້ໄລຍະໜຶ່ງ ແລະ ອີງໃສ່ສະພາບຈຸດພິເສດຂອງກົມກອງ ກໍຄື ທິດທາງການປັບປຸງກໍ່ສ້າງກອງທັບປະຊາຊົນລາວ, ກອງພັນໃຫຍ່ 279 ໄດ້ມີການປັບປຸງການຈັດຕັ້ງນຳພາ-ບັນຊາຫຼາຍຄັ້ງໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ, ໃນວັນທີ 26 ມິຖຸນາ 2015 ກອງພັນໃຫຍ່ 279 ໄດ້ປະກາດສ້າງຕັ້ງເພີ່ມຕື່ມ 3 ກອງພັນ ຄື: ກອງພັນ 794, ກອງພັນ 795 ແລະ ກອງພັນ 796, ຕໍ່ມາໄດ້ຍົກຍ້າຍກອງພັນ 796 ໄປຂຶ້ນກັບກົມໃຫຍ່ການເມືອງກອງທັບ ປັດຈຸບັນນີ້, ກອງພັນໃຫຍ່ 279 ປະກອບມີ 6 ພະແນກການ, 5 ກອງພັນ ແລະ 1 ກອງຮ້ອຍເອກະລາດ.
ບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 23 ປີຜ່ານມາ, ກອງພັນໃຫຍ່ 279 ໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກ, ເສຍສະຫຼະບໍ່ຈັກວ່າເທົ່າໃດ ໃນການເຮັດໜ້າທີ່ການ ເມືອງຂອງກົມກອງ, ເຄື່ອນໄຫວປ້ອງກັນອົງການການນຳຂອງພັກ-ລັດ, ປົກປັກຮັກສາທີ່ຕັ້ງ, ປ້ອງກັນກອງປະຊຸມ, ປ້ອງກັນບັນດາຈຸດຍຸດທະສາດທີ່ສຳຄັນ ແລະ ກິດຈະການສຳຄັນຕ່າງໆ ກໍຄື ປ້ອງກັນນະຄອນຫຼວງວຽງຈັນໃຫ້ມີຄວາມສະຫງົບປອດໄພ ແລະ ເຮັດໜ້າທີ່ຮັບໃຊ້ພິທີການຕ່າງໆ ຕາມການມອບໝາຍຂອງຂັ້ນເທິງ ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ມີມູນເຊື້ອພິລະອາດຫານ ຮັບປະກັນ ຕາມຄຳຂວັນທີ່ວ່າ “ຮັບປະກັນ, ທັນເວລາ, ເອກະພາບ-ເຂັ້ມແຂງ”.
ຮຽບຮຽງໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















