ຫ້ອງວ່າການກະຊວງປ້ອງກັນປະເທດ ກວດກາຄືນຜົນສຳເລັດ ຂອງໂຄງການກໍ່ສ້າງສຳນັກງານ ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-04-22 10:39:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 633 | ຄວາມນິຍົມ: ![]()
ໃນຕອນບ່າຍຂອງວັນທີ 21 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ນຳໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ພ້ອມຄະນະ ໄດ້ລົງກວດກາຄືນ ຜົນສຳເລັດ 100% ຂອງໂຄງການກໍ່ສ້າງສຳນັກງານ ກອງບັນຊາການທະຫານຊາຍແດນ, ໂດຍມີ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຟານ ຫຶວ ທັ່ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ແລະ ຜູ້ຕາງໜ້າຈາກກົມພົວພັນຕ່າງປະເທດ ຕະຫຼອດຮອດວິຊາການຮັບເໝົາໂຄງການກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ໄດ້ຮັບຟັງການລາຍງານຜົນສຳເລັດການກໍ່ສ້າງໂດຍຫຍໍ້ ຈາກວິຊາການ ບໍລິສັດ ລາວີນາໂກ້ 36 ຈຳກັດຜູ້ດຽວ (ຜູ້ຮັບເໝົາໂຄງການກໍ່ສ້າງ) ເຊິ່ງໂຄງການກໍ່ສ້າງສຳນັກງານ ກອງບັນຊາການທະຫານຊາຍແດນ ມີຄວາມສຳເລັດແລ້ວ 100% , ຈາກນັ້ນ ຄະນະກວດກາ ໄດ້ເຄື່ອນກວດກາສະຖານທີ່ກໍ່ສ້າງຕາມແຕ່ລະອາຄານ ຕາມແຕ່ລະຈຸດ ຢ່າງລະອຽດ. ພາຍຫຼັງສໍາເລັດການກວດກາສະຖານທີ່ກໍ່ສ້າງ, ຄະນະກວດກາ ກໍໄດ້ປະກອບຄໍາຄິດເຫັນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ (ຜູ້ຮັບເໝົາໂຄງການກໍ່ສ້າງ) ທີ່ໄດ້ສຸມໃສ່ເຫື່ອແຮງສະຕິປັນຍາ ຈົນເຮັດໃຫ້ໂຄງການດຳເນີນໄປຕັ້ງແຕ່ຕົ້ນຈົນສຳເລັດ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















