ຄະນະຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງອວຍພອນ ຄະນະຫ້ອງການເມືອງ ກອງບັນຊາການ ປກສ ແຂວງ
ເວລາອອກຂ່າວ: 2026-04-20 09:11:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ: ![]()
ໃນຕົ້ນເດືອນເມສາ 2026 ນີ້, ສະຫາຍ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍພະແນກການ, ຫອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະຫ້ອງການເມືອງກອງບັນຊາການ ປກສ ແຂວງຫຼວງພະບາງເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ), ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ບຸນຫຼາຍ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ພອນສະຫວັດ ຊົງພູດອຍ ໄດ້ຕາງໜ້າຄະນະກໍໄດ້ມອບກະຕ່າຂອງຂວັນ ແລະ ກ່າວຄວາມຢື້ຢາມຖາມຂ່າວພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກຳລັງປ້ອງກັນ
ຄວາມສະຫງົບຍາດມາໄດ້ຕະຫຼອດໄລຍະ 65 ປີ ທີ່ຜ່ານມາ. ໂດຍສະເພາະແມ່ນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສຸກ
ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໂອກາດດຽວກັນນີ້, ສະຫາຍ ພັນໂທ ບຸນຫຼາຍ ໄຊຍະວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດທົ່ວຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍ ພັນໂທ ພອນສະຫວັດ ຊົງພູດອຍ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າເຂົ້າມາອວຍພອນໃນຄັ້ງນີ້. ຂໍໃຫ້ສາຍພົວພັນການຮ່ວມມື ລະຫວ່າງ 2 ກົມກອງ ຈົ່ງສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ,
ພ້ອມກັນປະຕິບັດທຸກໜ້າທີ່ການເມືອງ ທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ມີຜົນສຳເລັດ.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















