ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທະຫານ​ແຂວງ​ອັດ​ຕະ​ປື ​ແຕ່ງ​ຕັ້ງ​ພະນັກງານ-ນັກຮົບ ໄປ​​ຊ່ວຍ​ສອນໃນ​ເຂດ​ຫ່າງ​ໄກ​ສອກຫຼີກ
ເວລາອອກຂ່າວ: 2026-04-20 09:07:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ວັນ​ທີ 19 ມີນາ 2026 ນີ້, ກອງ​ບັນຊາ​ການ​ທະຫານແຂວງ​ອັດ​ຕະ​ປື ໄດ້​ຈັດ​ພິທີ​ປະ​ກາດ​​ແຕ່ງ​ຕັ້ງ​ພະນັກງານ-ນັກຮົບ ທີ່​ໄດ້​ເຝິກ​ອົບຮົມ​ວິຊາ​ຄູ ໄປຊ່ວຍ​ສອນ​​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກ ຢູ່​ເມືອງ​ພູ ແລະ ເມືອງ​ສະໜາມ​ໄຊ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສີ​ສົມ​ໃຈ ມະໂນ​ລາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ມີ ສະຫາຍ ສຸກ​ສະໄຫວ ຄ່ຽມ​ພະ​ຈິດ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​​ແຂວງ​ອັດ​ຕະ​ປື, ມີ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ​ພູ​ວົງ ແລະ ເມືອງ​ສະໜາມ​ໄຊ, ຕາງໜ້າ​ຫ້ອງ, ພະ​​ແນກ​ການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດພະນັກງານ-ນັກຮົບ ທີ່​ໄດ້​ຮັບ​ການ​​ແຕ່ງ​ຕັ້ງ​ໄປ​​ຊ່ວຍສອນເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ດອກ​ທອງ ສີ​ລາ​ເພັດ ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ ​ບັນຊາ​ການ​ທະ​ຫານ​​ແຂວງ​ອັດ​ຕະ​ປື ວ່າ​ດ້ວຍ​ການ​ປະ​ກາດ​​ແຕ່ງ​ຕັ້ງ​ພະນັກງານ-ນັກຮົບ ທີ່​ໄດ້​ຜ່ານ​ການ​ເຝິກ​ອົບຮົມ​ວິຊາ​ຄູ ໄປ​ຊ່ວຍສອນ​​ໃນ​ເຂດ​ຫ່າງ​ໄກ​ສອກ ຫຼີກ ຢູ່​ເມືອງ​ພູ ແລະ ເມືອງ​ສະໜາມ​ໄຊ. ອີງ​ຕາມ ມະຕິ​ຕົກລົງຂອງ​ລັດຖະບານ, ວ່າ​ດ້ວຍ ນະໂຍບາຍ, ການ​ຂາດ ແຄນ​ຄູ​ສອນ ແລະ ແຈ້ງ​ການ ຂອງ​ຫ້ອງ​ວ່າ ການ​ສຳນັກງານ​ນາຍົກລັດຖະມົນຕີ, ອີງ​ຕາມ ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ. ເຊິ່ງ​ໃນ​ນັ້ນ, ກອງ​ບັນຊາ​ການ​ທະ​ຫານ​​ແຂວງ ໄດ້​ຕົກ​ລົງ​​ແຕ່ງ​ຕັ້ງ ພະນັກງານ-ນັກຮົບ ທີ່​ໄດ້​ຮັບ​ການ​ເຝິກ​ອົບຮົມ​ວິຊາ​ຄູ ໃຫ້​ໄປ​ເປັນ​ຄູ​ສອນ ແລະ ຄູ​​ຊ່ວຍສອນ ມີ​ທັງ​ໝົດ 16 ສະຫາຍ. ຖືກ​​ແຕ່ງ​ຕັ້ງ​ໄປ​ສອນ​ຢູ່​ເມືອງພູ​ວົງ 9 ສະຫາຍ, ເຊິ່ງ​ຈະ​ໄດ້​ລົງ​ສິດ ສອນ ຢູ່​​ແຕ່​ລະ​ໂຮງຮຽນ​ດັ່ງນີ້: ໂຮງຮຽນ​ປະຖົມ ບ້ານ​ພູ​ຍາງ, ໂຮງຮຽນ​ປະຖົມ ບ້ານ​ນ້ຳ​ຊວນ, ໂຮງຮຽນ​ປະຖົມ ບ້ານ​ລະ​ມອງ, ໂຮງຮຽນ​ປະຖົມ ບ້ານ​ວຽງ​ໄຊ, ໂຮງຮຽນ​ປະຖົມ ບ້ານ​ວົງ​ລະຄອນ, ໂຮງຮຽນ​ປະຖົມ ບ້ານ​ພູ​ເກືອ, ໂຮງຮຽນ​ປະຖົມ ຫ້ວຍ​​ແກ້ວ ແລະ ໂຮງຮຽນ​ປະຖົມ ບ້ານ​ອີ​ຕຸມ. ນອກຈາກ​ນັ້ນ, ຍັງ​ມີ​ພາກສ່ວນ​ທີ່​ຖືກ​ລົງ​ໄປ​ສິດສອນ​ຢູ່​ເມືອງ​ສະໜາມ​ໄຊ ອີກ 7 ສະຫາຍ ເຊິ່ງ​ ຈະ​ໄດ້​ລົງ​ສິດສອນ​ຢູ່​​ແຕ່​ລະ​ໂຮງຮຽນ​ດັ່ງນີ້​ຄື: ຢູ່​ໂຮງຮຽນ​ປະຖົມ ບ້ານ​ໜອງ​ມ່ວງ, ໂຮງຮຽນ​ປະຖົມ ບ້ານ​ໄຊ​ດອນ​ໂຂງ, ໂຮງຮຽນ​ປະຖົມ ບ້ານ​ມັດ​ກາ, ໂຮງຮຽນ​ປະ ຖົມ ຄຸ້ມ​ຫ້ວຍ​ຂົມ, ໂຮງຮຽນ​ປະຖົມ ບ້ານ​ຫາດ​ອຸດົມ​ໄຊ ແລະ ຢູ່​ໂຮງຮຽນ​ປະຖົມ ບ້ານ​​ແບ່​ງວິ​ໄລ. ໂດຍ: ສຸກ​ສະໄໝ ນວນ​ມະ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ