ກອງພັນໃຫຍ່ 605 ສະຫຼຸບການລົງເຝິກງານ ຂອງນັກສຶກສາປະລິນຍາຕີ ຊຸດທີ VII ທີ່ລົງມາເຝິກງານ
ເວລາອອກຂ່າວ: 2026-04-20 09:05:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ: ![]()
ວັນທີ 27 ມີນາ 2026 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງສະຫຼຸບຕີລາຄາໂດຍຫຍໍ້ວຽກງານນັກສຶກສາ ປະລິນຍາຕີ ຊຸດທີ VII ຂອງວິທະຍາຄານການແພດກອງທັບ ທີ່ລົງມາເຝິກງານຢູ່ກອງພັນໃຫຍ່ 605 ແລະ ມອບນັກສຶກສາສົ່ງຄືນວິທະຍາຄານການແພດກອງທັບ, ໂດຍການເປັນປະທານຂອງ ສະຫາຍ
ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີສະຫາຍ ພັນເອກ ຈັນພອນ ພົນຫາວົງ ຄະນະພັກ-ຄະນະອຳນວຍການວິທະຍາຄານການ ແພດກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະນັກງານທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ແສງທອງ ສີຫາລາດ ຫົວໜ້າຂະແໜງເສນາຮັກ ກອງພັນໃຫຍ່ 605 ໄດ້ຂຶ້ນສະຫຼຸບການສັງເກດຕີລາຄາໂດຍຫຍໍ້ກ່ຽວກັບການລົງມາເຝິກ
ງານ ຂອງນັກສຶກສາຄະນະດັ່ງກ່າວ, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍອີງຕາມແຜນການ ການຮັບນັກສຶກສາແພດປະລິນຍາຕີ ຊຸດທີ VII ລະບົບ 6 ປີ, ຫຼັງຈາກຮຽນຈົບຫຼັກສູດການຮຽນການສອນຈົບແລ້ວ ແລະ ໄດ້ລົງເຝິກງານ ວິຊາບັນຊາເສນາຮັກ ເພື່ອໃຫ້ຮັບຮູ້, ເຂົ້າໃຈແຈ້ງຕໍ່ບົດຮຽນວິຊາບັນຊາເສນາຮັກຂັ້ນກອງພັນໃຫຍ່, ກອງພັນ,
ກອງຮ້ອຍ ແລະ ໜ້າທີ່ ຂອງຫົວໜ້າໂຮງໝໍ ກອງພັນໃຫຍ່ ເພື່ອນຳເອົາໜ້າທີ່ດັ່ງກ່າວເຂົ້າໃນບົດລາຍງານໃນການສອບເສັງຈົບຊັ້ນຂອງຕົນ, ການລົງເຝິກງານຕົວຈິງຄັ້ງນີ້ ແມ່ນໄດ້ລົງຂະແໜງເສນາຮັກກອງພັນໃຫຍ່, ໂຮງໝໍ 15 ຕຽງ, 3 ກອງພັນ ແລະ 4 ກອງຮ້ອຍເອກະລາດ, ເຊິ່ງວຽກງານທີ່ລົງຕົວຈິງ ແມ່ນ
ໃຫ້ຮູ້ໜ້າທີ່ເສນາຮັກຂອງກອງພັນໃຫຍ່, ກອງພັນ, ກອງຮ້ອຍ ແລະ ໂຮງໝໍ ໃນການປະຕິບັດໜ້າທີ່ ໃນນີ້, ມີການປິ່ນປົວ, ປ້ອງກັນພະຍາດຕາມລະດູການ, ວຽກງານອົບຮົມຫັດແອບວິຊາສະເພາະ, ວຽກງານກຽມພ້ອມສູ້ຮົບໄລຍະປົກກະຕິ, ເພີ່ມທະວີ ແລະ ໄລຍະຄົບຖ້ວນ, ວຽກງານບໍລິຫານເສນາຮັກ, ວຽກງານແຜນການຂອງເສນາຮັກໃນຍາມສັນຕິພາບ ແລະ ແຜນການກຽມພ້ອມສູ້ຮົບ, ວຽກງານສະຖິຕິຂອງເສນາຮັກຮູ້ທີ່ຕັ້ງການພົວພັນຂອງເສນາຮັກຂັ້ນກອງພັນໃຫຍ່,
ກອງພັນ, ກອງຮ້ອຍ ແລະ ໂຮງໝໍ, ຈຸດປະສົງ ກໍເພື່ອໃຫ້ນັກສຶກສາ ສາມາດຮັບຮູ້ໄດ້ໜ້າທີ່ດັ່ງກ່າວ ແລະ ສາມາດບັນຊາໄດ້, ເຊິ່ງການລົງເຝິກງານຕົວຈິງຄັ້ງນີ້ເປັນເວລາ 25 ວັນ, ເຫັນໄດ້ວ່ານັກສຶກສາທຸກສະຫາຍ ກໍ່ໄດ້ເອົາໃຈໃສ່ຮ່ຳ
ຮຽນ ແລະ ສາມາດຮັບຮູ້ບົດຮຽນໄດ້ດີພໍສົມຄວນ.
ໂດຍ: ນາງ ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















