ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງພັນກໍ່ສ້າງ 511 ເປີດບັ້ນອົບຮົມ-ຫັດແອບ ປະຈຳປີ 2026.
ເວລາອອກຂ່າວ: 2026-04-13 10:35:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1940 | ຄວາມນິຍົມ:



ວັນທີ 03 ເມສາ 2026, ກອງພັນກໍ່ສ້າງ 511 ໄດ້ຈັດພິທີ ເປີດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026 ຂື້ນ ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ, ມີພະແນກອົບຮົມກົມຊ່າງແສງ, ຄະນະພັກ-ຄະນະບັນຊາກອງພັນ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສອນສັກ ແສງຄຳຢອງ ຫົວໜ້າການທະຫານກອງພັນກໍ່ສ້າງ 511 ໄດ້ຜ່ານແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2026 ໂດຍປະຕິບັດຕາມຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ, ກົມອົບຮົມ, ກົມຊ່າງແສງ ວ່າດ້ວຍການອົບຮົມ-ຫັດແອບ ປະຈໍາປີ, ເພື່ອຍົກສູງລະດັບຄວາມຮູ້ ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ລະບຽບແບບແຜນຝຶກຝົນກໍາລັງແຮງກາຍໃຫ້ນາຍ ແລະ ພົນທະຫານ ໃຫ້ ມີລະບຽບວິໄນເຂັ້ມງວດ ແລະ ມີກໍາລັງແຮງກາຍພຽງພໍ, ຮັບປະກັນໃນການກຽມພ້ອມສູ້ຮົບ, ການອົບຮົມຫັດແອບແມ່ນເນັ້ນໃສ່ຄຸນນະພາບ, ຍົກສູງຄວາມຮູ້, ຄວາມສາມາດຂອງຜູ້ບັນຊາແຕ່ລະຂັ້ນ ຮູ້ນໍາພາ ບັນຊາກົມກອງຫັດແອບ, ປັບປຸງລະບຽບແບບແຜນ ແລະ ຝຶກຝົນກໍາລັງແຮງກາຍ ໃຫ້ມີທ່ວງທ່າບາດກ້າວອັນໃໝ່, ເພື່ອເປັນການກະຕຸກຊຸກຍູ້ໃຫ້ນາຍ ແລະ ພົນທະຫານໃນທົ່ວກົມກອງທົບທວນຄືນບົດຮຽນເກົ່າ ແລະ ຮຽນຮູ້ ບົດຮຽນໃໝ່ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ນາຍ ແລະ ພົນທະຫານມີຄວາມບຸກບືນຫ້າວຫັນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບເວົ້າລວມ, ເວົ້າສະເພາະແມ່ນຂໍ້ກຳນົດກົດລະບຽບຂອງກົມກອງວາງອອກໃຫ້ເຂັ້ມງວດ. ຄາດໝາຍຜົນການອົບຮົມແຕ່ລະດ້ານຕ້ອງບັນລຸ 80% ຂຶ້ນໄປ, ໄລຍະເວລາ ກໍານົດ 180 ວັນ ໂດຍແບ່ງອອກເປັນ 2 ໄລຍະ, ເປົ້າໝາຍເຂົ້າຮ່ວມແມ່ນ ພະນັກງານ-ນັກຮົບທົ່ວກົມກອງ. ໂອກາດນີ້ ສະຫາຍ ປະທານ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ຄູ-ອາຈານ, ພະນັກງານ - ນັກຮົບທຸກສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບ, ກໍາແໜ້ນເນື້ອໃນບົດຮຽນ ແລະ ທິດສະດີຫຼັກການຢ່າງເຂັ້ມງວດ. ພ້ອມທັງຕັ້ງໜ້າເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ, ປະຕິບັດລະບຽບວິໄນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບັ້ນອົບຮົມຄັ້ງນີ້ ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພ 100%. ໂດຍ: ສົມແພດ ຄຸດພິລາວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ