ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ປະທານ ໜູຮັກ ພູມສະຫວັນ ຜູ້ອຸທິດຕົນເພື່ອຊາດ ເພື່ອປະຊາຊົນ ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດ ປະທານ ໜູຮັກ ພູມສະຫວັນ ຄົບຮອບ 112 ປີ ( 09 ເມສາ 1914 - 09 ເມສາ 2026 )
ເວລາອອກຂ່າວ: 2026-04-09 14:35:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1147 | ຄວາມນິຍົມ:



ໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ລໍາບາກຍາວນານ ແລະ ສະຫງ່າອົງອາດຂອງປະຊາຊົນລາວເຮົາໄດ້ສ້າງໃຫ້ມີບັນດາທ່ານຜູ້ນໍາທີ່ເກັ່ງກ້າສາມາດ ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດຫຼາຍທ່ານ ເຊິ່ງໃນນັ້ນ ປະທານ ໜູຮັກ ພູມສະຫວັນ ກໍແມ່ນຜູ້ໜຶ່ງ ເຊິ່ງໄດ້ອຸທິດຕົນຢ່າງສົມກຽດເຂົ້າໃນພາລະກິດປະຕິວັດດັ່ງກ່າວ. ປະທານ ໜູຮັກ ພູມສະຫວັນ ເກີດວັນທີ 9 ເມສາ ປີ 1914 ປະທານປະເທດແຫ່ງ ສປປ ລາວ ຜູ້ທີ 3, ຜູ້ນຳພັກ-ລັດ, ການນໍາປະຕິວັດຮຸ່ນທໍາອິດ ຂອງການປະຕິວັດລາວ ເພິ່ນແມ່ນຜູ້ໜຶ່ງທີ່ເປັນແບບຢ່າງທີ່ດີໃນການເສຍສະຫຼະເພື່ອປະເທດຊາດ ໜຶ່ງໃນການສະແດງອອກຂອງເພິ່ນ ເຊັ່ນຕົວຢ່າງ: ສູນກາງພັກຕົກລົງຢາກສ້າງເຮືອນຫຼັງໃຫຍ່ງາມໆໃຫ້ເພິ່ນ ແຕ່ລຸງຕອບວ່າ: “ຂອບໃຈທີ່ມີ ຄວາມຫວັງດີຕໍ່ເຮົາ, ເຮົາວ່າຢູ່ຄືແນວນີ້ກໍດີແລ້ວ ຄິດເຖິງສະໄໝທຳການຕໍ່ສູ້ກູ້ຊາດ ພວກເຮົາຍັງພາກັນນອນຢູ່ໃນປ່າດົງ, ນອນຢູ່ໃນຖໍ້າ ຫຼື ກ້ອງກົກໄມ້ໃຫຍ່ ທາກກັດ ຍຸງກິນ ຝົນຕົກຮໍ່າໃສ່ຫົວກໍ່ຍັງຢູ່ໄດ້. ຢູ່ຄືແນວນີ້ ແມ່ນດີຫຼາຍແລ້ວ ກໍາແພງວ່າມັນເອນງ່ຽງຈະລົ້ມກໍເອົາໄມ້ແຂງໆໄປຄໍ້າໄວ້ບໍ່ໃຫ້ມັນລົ້ມ ເອົາເງິນກ້ອນນັ້ນໄປຊ່ວຍເຫຼືອປະຊາຊົນທີ່ພວກເຂົາຍັງທຸກຍາກຢູ່ ຈະດີກວ່າ ເນີ....ເນີ...! ຖ້າປູກໃຫ້ເຮົາໃໝ່ໃຫຍ່ງາມ ເຮົາຈະບໍ່ຢູ່ ເພາະຄິດອາຍປະຊາຊົນ ເນີ...! " ປະທານ ໜູຮັກ ພູມສະຫວັນ ຜູ້ເປັນແບບຢ່າງໃຫ້ແກ່ ລູກຫຼານ, ພໍ່ແມ່ປະຊາຊົນ ໃນການໃຊ້ຊີວິດທີ່ລຽບງ່າຍ, ປະຢັດມັດທະຍັດ, ໃຊ້ຊີວິດຕິດແທດກັບປະຊາຊົນ ລົງເຖິງກົກເຖິງຮາກຖານ ແລະ ຄວາມມີລະບຽບວິໄນ. ຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ ໂດຍຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ປະທານ ໜູຮັກ ພູມສະຫວັນ ໄດ້ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອຈັດຕັ້ງນໍາພາຂະບວນການປະຕິວັດເຊິ່ງໄດ້ເຮັດໃຫ້ຂະບວນການປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ໂດຍສໍາເລັດການປະຕິວັດປົດປ່ອຍຊາດຢ່າງມີໄຊ ແລ້ວພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ ດ້ວຍຄວາມເກັ່ງກ້າສາມາດສະຫຼາດສ່ອງໃສໃນການຈັດຕັ້ງນໍາພາຂະບວນການປະຕິວັດ ເວລາໃດປະທານກໍໄດ້ຮັບຄວາມເຊື່ອຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄື ພະນັກງານ-ນັກຮົບ. ຈາກການເຄື່ອນໄຫວ ກໍຄື ການອຸທິດຕົນເພື່ອຊາດ-ເພື່ອປະຊາຊົນບົນເສັ້ນທາງອັນຍາວໄກດ່ັງກ່າວ ພວກເຮົາຈຶ່ງຕີລາຄາວ່າ: ປະທານ ໜູຮັກ ພູມສະຫວັນ ແມ່ນນັກປະຕິວັດ ແລະ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກເຮົາທີ່ມີຄວາມປີຊາສາມາດ ອົງອາດກ້າແກ່ນ ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ ເພີ່ນທັງແມ່ນນັກຍຸດທະສາດ-ນັກຍຸດໂທບາຍທີ່ເຫັນການໄກ ຄ່ອງແຄ່ວ ວ່ອງໄວ ແລະ ມີຄວາມປະດິດສ້າງສູງໃນການໝູນໃຊ້ແນວທາງການເມືອງ ແລະ ແນວທາງການທະຫານຂອງພັກເຮົາເຂົ້າກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະເຂດ ແຕ່ລະທ້ອງຖິ່ນ ແລະ ແຕ່ລະຂົງເຂດວຽກງານໃນແຕ່ລະໄລຍະຂອງການປະຕິວັດຢູ່ປະເທດເຮົາ. ປະທານ ໜູຮັກ ພູມສະຫວັນ ແມ່ນຜູ້ນໍາທີ່ມີແບບແຜນຊີ້ນໍາ-ບັນຊາແທດເຖິງຕົວຈິງ ທັງກໍາແໜ້ນທິດສະດີແນວທາງ ທັງກໍາແໜ້ນບົດຮຽນຕົວຈິງ ແລະ ພຶດຕິກໍາ ບໍ່ມີຄໍາພີຕາຍຕົວ ແລະ ບໍ່ເພິ່ງພໍໃຈຢຸດຈຶ້ງຢູ່ກັບຜົນງານອັນເກົ່າ ເວລາໃດກໍມີອາລົມຈິດມຸ້ງໝັ້ນສະແຫວງຫາຄວາມກ້າວໜ້າ ແລະ ຜົນສໍາເລັດໃໝ່ ຍາມໃດກໍຢຶດໝັ້ນໃນອຸດົມການອັນສູງສົ່ງຄື ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ສີວິໄລ ແລະ ຍຸຕິທໍາ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ