ກອງປະຊຸມປຶກສາຫາລືການຮ່ວມມືດ້ານວຽກງານປ້ອງກັນຊາດສອງຝ່າຍ ລາວ-ອາເມຣິກາ ຄັ້ງທີ 17
ເວລາອອກຂ່າວ: 2026-04-09 14:32:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1067 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 31 ມີນາ - 1 ເມສາ 2026, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປຶກສາຫາລືການຮ່ວມມືດ້ານວຽກງານປ້ອງກັນຊາດສອງຝ່າຍ ລາວ-ອາເມຣິກາ ປະຈຳປີ 2026 ຄັ້ງທີ 17 ຈັດຂຶ້ນທີ່ເມືອງໂຮໂນຣຸ ລັດຮາວາຍ ສ ອາເມຣິກາ.
ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ, ມີ ຕາງໜ້າຈາກຫ້ອງການກົມໃຫຍ່ເສນາທິການກອງທັບ, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະ ວິຊາການທີ່ກ່ຽວຂ້ອງຈາກ ກົມພົວພັນຕ່າງປະເທດ. ຄະນະຜູ້ແທນຝ່າຍ ສ ອາເມຣິກາ ນຳໂດຍ ທ່ານ ພັນເອກ ແອນດຣຸ ດຸຍບົວ (Col Andrew DuBois ) ຫົວໜ້າ ພະແນກນະໂຍບາຍປະຈຳຂົງເຂດອາຊີໃຕ້ ແລະ ຕາເວັນອອກສ່ຽງໃຕ້ ກອງບັນຊາການກອງທັບ ອາເມຣິກາ ປະຈຳພາກພື້ນ ອິນໂດ-ປາຊີຟິກ (U.S.INDOPACOM) ແລະ ເຈົ້າໜ້າທີ່ຈາກຂະແໜງການທີ່ກ່ຽວຂ້ອງຂອງຝ່າຍອາເມຣິກາ.
ກອງປະຊຸມຄັ້ງນີ້, ສອງຝ່າຍ ລາວ-ອາເມຣິກາ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນວຽກງານການຮ່ວມມື ແລະ ຊ່ວຍເຫຼືອລາວໃນໄລຍະຜ່ານມາ ເຊັ່ນ: ການຊ່ວຍເຫຼືອ ແລະ ຮ່ວມມືດ້ານ ການແພດ, ການຊ່ວຍເຫຼືອໂຄງການດ້ານມະນຸດສະທຳ ທີ່ຕິດພັນກັບວຽກງານສຳຫຼວດ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ກອງປະຊຸມສຳມະນາ ແລະ ເຝິກອົບຮົມດ້ານຕ່າງໆຢູ່ພາຍໃນ ສປປ ລາວ ແລະ ຢູ່ບັນດາປະເທດໃນ ພາກພື້ນ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຝ່າຍລາວ ຍັງໄດ້ໄປຢ້ຽມຢາມ ສຳນັກງານຂອງອົງການປົກປ້ອງສິດຜົນປະໂຫຍດຂອງຊະເລີຍເສີກ ແລະ ທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມ ຫຼື DPAA ປະຈຳລັດຮາວາຍ ແລະ ສູນສືກສາຄົ້ນຄວ້າດ້ານຄວາມໝັ້ນຄົງປະຈຳພາກພື້ນອິນໂດປາຊີຟິກ ຫຼື APCSS.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















