ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ກອງປະຊຸມສາມັນຄັ້ງທີ 36 ລະຫວ່າງ ສອງກອງທັບ ລາວ-ຫຽວດນາມ.
ເວລາອອກຂ່າວ: 2026-04-09 10:36:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1075 | ຄວາມນິຍົມ:



ວັນທີ 7 ເມສາ 2026 ທີ່ຜ່ານມານີ້, ຢູ່ໂຮງແຮມດອກບົວຄູ່ ໄດ້ເປີດກອງປະຊຸມສາມັນຄັ້ງທີ 36 ລະຫວ່າງກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນກໍ່ສ້າງນາຍສີບເລກ 2 ວຽງໄຊ ກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ຝ່າຍລາວເປັນເຈົ້າພາບ. ຝ່າຍລາວນໍາໂດຍສະຫາຍ ພັນເອກ ບຸນສົມ ອີນທະລາ ຫົວໜ້າການທະຫານ ກອງພົນທີ 5 ເປັນຫົວໜ້າຄະນະ. ຝ່າຍຫວຽດນາມນໍາໂດຍ ສະຫາຍ ພົນຕີ ເລຫງັອກຫາຍ ກຳມະການສູນກາງພັກຄອມມູນິດຫວຽດນາມ ຜູ້ບັນຊາການທະຫານເຂດ 5 ເປັນຫົວໜ້າຄະນະ. ໃນກອງປະຊຸມ ສະຫາຍ ພັນເອກ ບຸນສົມ ອິນທະລາ ກໍ່ໄດ້ລາຍງານເພີ່ມເຕີມກ່ຽວກັບສະພາບການຂອບເຂດກົມກອງຮັບຜິດຊອບ ສະພາບທາງດ້ານເສດຖະກິດ, ສະພາບຂອບເຂດຊາຍແດນ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ລາຍງານສະພາບການ, ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາເນື້ອໃນຮ່ວມມືກອງປະຊຸມສາມັນຄັ້ງທີ 35 ປີ 2025 ແລະ ໄດ້ແລກປ່ຽນບັນດາເນື້ອໃນບົດບັນທຶກທີ່ຈະຮ່ວມມືໃນກອງປະຊຸມສາມັນຄັ້ງທີ 36 ປີ 2026 ນີ້. ເຊິ່ງການປະຕິບັດເນື້ອໃນບົດບັນທຶກກອງປະຊຸມສາມັນຄັ້ງທີ 35 ສາມາດຕີລາຄາສູງດ້ານການຮ່ວມມືຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນຂ່າວສາວ ສະພາບການຕ່າງໆຢ່າງຕໍ່ເນື່ອງໂດຍສະເພາະບັນດາກຳລັງທີ່ຮັບຜິດຊອບຢູ່ຂອບເຂດຊາຍແດນ ແມ່ນໄດ້ພ້ອມກັນເກັບກຳສະພາບ ແລະ ພ້ອມກັນແກ້ໄຂທັນເວລາທຸກບັນຫາທີ່ເກີດຂຶ້ນ, ພ້ອມນັ້ນກໍ່ຍັງໄດ້ອຳນວຍຄວາມສະດວກຊ່ວຍເຫຼືອກອງ K 53 ກອງບັນຊາການທະຫານແຂວງກວາງຫງາຍ ເຂດ5 ເພື່ອຊອກຄົ້ນຂໍ້ມູນຂ່າວສານ, ເກັບກຳ, ທ້ອນໂຮມ, ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ. ຈາກນັ້ນທັງ 2 ຝ່າຍ ກໍ່ໄດ້ພ້ອມກັນເຊັນບົດບັນທຶກກອງປະຊຸມສາມັນຄັ້ງທີ 36 ເພື່ອສືບຕໍ່ປຸກລະດົມ ສຶກສາອົບຮົມຍົກສູງຄວາມຮັບຮູ້ເຂົ້າໃຈຂອງພະນັກງານ-ນັກຮົບ, ພໍ່ແມ່ປະຊາຊົນ ແລະ ອະນຸຊົນຄົນລຸ້ນໃໝ່ ເພື່ອປົກປັກຮັກສາ ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ ແລະ ທັງສອງກົມກອງຕ້ອງໄດ້ສືບຕໍ່ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ. ພາບ,ຂ່າວ: ໄຊຍະຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ