ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ຊາວໝຸ່ມ ເປັນກໍາລັງປະຈັນບານໃນທຸກສະໜາມຮົບ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2026-04-09 09:52:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 873 | ຄວາມນິຍົມ:



ຊາວໜຸ່ມແມ່ນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອວີລະກໍາປະຫວັດສາດ ທີ່ຈົງຮັກພັກດີຂອງພັກ ແລະ ເປັນກໍາລັງປະຈັນບານຂອງການປະຕິວັດໃນການເຮັດສໍາເລັດພາລະກໍາປະຫວັດສາດໃນການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນວັນທີ 14 ເມສາ 1955 ຄະນະປະຈໍາສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສ້າງຕັ້ງສະມາຄົມຊາວໜຸ່ມຕະລຸມບອນຂຶ້ນ (ເຊິ່ງແມ່ນຕົ້ນກໍາເນີດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນປັດຈຸບັນ) ໄດ້ກາຍເປັນບາດລ້ຽວອັນສໍາຄັນທາງດ້ານປະຫວັດສາດໃນຊີວິດການເມືອງ-ສັງຄົມ ຂອງຂະບວນການຊາວໜຸ່ມ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນຊາວໜຸ່ມລາວໄດ້ຮັບການເຝິກຝົນຫຼໍ່ຫຼອມ ແລະ ນໍາພາໂດຍກົງຈາກພັກປະຊາຊົນປະຕິວັດລາວ ຜ່ານຜ່າການທົດສອບທ່າມກາງແປວໄຟປະຕິວັດ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງນັບທັງດ້ານການເມືອງ-ແນວຄິດ ການຈັດຕັ້ງເປັນກ້າວໆມາ. ຊາວໜຸ່ມລາວແຕ່ລະຮຸ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດຂອງພັກ ຂອງຊາດໃນການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມຖັນແຖວຊາວໜຸ່ມບໄວໜຸ່ມປະຕິບັດພາລະບົດບາດເປັນກໍາລັງປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີມືຂອງພວກມັນ. ຊາວໜຸ່ມຫຼາຍສະຫາຍໄດ້ເສຍສະຫຼະຊີວິດ ອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາຂອງຕົນເພື່ອປົກປັກຮັກສາ ແລະ ກອບກູ້ເອົາຜືນແຜ່ນດິນອັນແສນຮັກຂອງຕົນ ເພື່ອຄວາມເປັນເອກະລາດແຫ່ງຊາດ ຄວາມມີອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າຕາມຄໍາຂວັນທີ່ວ່າ: “ຍອມຕາຍດີກວ່າເສຍເອກະລາດ ບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທໍາລາຍ” ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ຖັນແຖວຊາວໜຸ່ມ-ໄວໜຸ່ມ ກໍໄດ້ເປັນເຈົ້າການປະກອບສ່ວນປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງຊາວໜຸ່ມຍາມໃດກໍໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າຂອງຕົນ ເປັນກໍາລັງແຮງສໍາຄັນໃນການພັດທະນາປະເທດຊາດ ເປັນແຂນຂວາຂອງພັກ ທັງເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດມາ. ຕະຫຼອດ 71 ປີທີ່ຜ່ານມາ, ຊາວໜຸ່ມລາວໄດ້ສ້າງພາລະກໍາປະຫວັດສາດປະກອບສ່ວນເຂົ້າໃນມູນເຊື້ອປະຫວັດສາດຂອງຊາດ ພ້ອມທັງໄດ້ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນເຂົ້າໃນການຈັດຕັ້ງປະຕິບັັດແນວທາງປ່ຽນແປງໃໝ່ຂອງພັກ ມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມລາວທົ່ວປະເທດແຕ່ລະຄັ້ງ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມຕິດພັນກັບມະຕິ 3 ສ້າງຂອງກົມການເມືອງສູນກາງພັກ. ເພື່ອສືບທອດມູນເຊື້ອຂອງຊາວໜຸ່ມຮຸ່ນກ່ອນ ພວກເຮົາຊາວໜຸ່ມຮຸ່ນສືບທອດຕ້ອງໄດ້ອອກແຮງເສີມຂະຫຍາຍມູນເຊື້ອຂອງຊາວໜຸ່ມຮຸ່ນກ່ອນເຂົ້າໃນພຶດຕິກໍາການເຄື່ອນໄຫວວຽກງານຕົວຈິງຂອງຊາວໜຸ່ມ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຊາວໜຸ່ມ-ໄວໜຸ່ມມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ມີມານະຈິດອົດທົນ ມີຄຸນສົມບັດສິນທໍາປະຕິວັດ ຮໍ່າຮຽນເອົາມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງຜູ້ນໍາຮຸ່ນກ່ອນໃຫ້ກາຍເປັນຜູ້ສືບທອດທີ່ດີຂອງປະເທດຊາດ ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາຢູ່ອ້ອມຂ້າງພັກ ນໍາພາ-ຊີ້ນໍາ ແລະ ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ ມີຄວາມໜັກ ແໜ້ນເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ ສ້າງທຸກເງື່ອນໄຂໃຫ້ຊາວໜຸ່ມໄດ້ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າຢ່າງຕໍ່ເນື່ອງ ຊາວໜຸ່ມແຕ່ລະຄົນຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ຂໍ້ກໍານົດກົດລະບຽບຂອງກອງທັບ ມະຕິຄໍາສັ່ງຂອງຂັ້ນເທິງ ຂອງກົມກອງ ແລະ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ວຽກງານທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ