ບໍລິສັດ Saab ເປີດຕົວເຄື່ອງບິນຮົບ Gripen E ລຳທຳອິດທີ່ຜະລິດໃນປະເທດບຣາຊິນ
ເວລາອອກຂ່າວ: 2026-04-09 09:44:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ: ![]()
ບໍລິສັດ Saab, Embraer ແລະ ກອງທັບອາກາດບຣາຊິນ (FAB) ໄດ້ເປີດຕົວເຮືອ ບິນສູ້ຮົບ Gripen E ລຳທຳອິດ ທີ່ຜະລິດໃນປະເທດຕົນເອງຢ່າງເປັນທາງການ, ໂດຍພິທີເປີດຕົວຈັດຂຶ້ນໃນ ທ້າຍເດືອນ ມີນາ ຜ່ານມາ ທີ່ໂຮງງານຂອງ Embraer ໃນເມືອງກາເວຍາວ ເປໂຊໂຕ ລັດຊາວໂປໂລ,
ໃນງານນີ້ມີຜູ້ແທນລະດັບສູງຈາກບຣາຊິນ ແລະ ຕ່າງປະເທດເຂົ້າຮ່ວມ ລວມທັງປະທານນາທິບໍດີ Luiz In໑cio Lula da Silva ແລະ ເອກອັກຄະລັດຖະທູດ ຊູແອັດ ປະຈຳ ບຣາຊິນ. ນອກນັ້ນ, ຍັງມີລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຜູ້ບັນຊາການກອງທັບອາກາດ ແລະ ຜູ້ບໍລິຫານຈາກ ບໍລິສັດ Saab ແລະ Embraer ເຂົ້າຮ່ວມ.
ທ່ານ ໄມເຊວ ໂຈຮານຊັນ ປະທານ ບໍລິສັດ Saab ກ່າວວ່າ: ການສົ່ງມອບເຄື່ອງບິນ Gripen E ລຳທຳອິດທີ່ຜະລິດໃນບຣາຊິນ ນີ້ບໍ່ແມ່ນພຽງແຕ່ ປະສົບຜົນສຳເລັດ ໃນການພັດທະນາຍົນສູ້ຮົບທີ່ທັນສະໄໝ, ແຕ່ເປັນສັນຍາລັກຂອງຄວາມຮ່ວມມືທີ່ເຂັ້ມແຂງ ທີ່ສ້າງຂຶ້ນບົນພື້ນຖານຄວາມໄວ້ໃຈ ແລະ ວິໄສທັດລະຍະຍາວໃນອະນາຄົດ.
ໂຄງການນີ້, ສະທ້ອນໃຫ້ເຫັນການຮ່ວມມືດ້ານອຸດສາຫະກຳຢ່າງວ້າງຂວາງ ໂດຍ ຍົນສູ້ຮົບ Gripen E ທີ່ຜະລິດໃນໂຮງງານ Embraer ນັ້ນ ໃຊ້ທັງຫ່ວງໂຊ່ອຸປະທານພາຍໃນ ບຣາຊິນ ແລະ ຕ່າງປະເທດ ລວມທັງຊິ້ນສ່ວນໂຄງສ້າງພາຫະນະ ທີ່ຜະລິດໂດຍ ບໍລິສັດ Saab. ທ່ານຍັງໄດ້ກ່າວອີກວ່າ: ການເປີດຕົວຄັ້ງນີ້ເປັນບາດກ້າວສຳຄັນໃນຄວາມຮ່ວມມືຍຸດທະສາດລະຫວ່າງ ບຣາຊິນ ແລະ ຊູແອັດ. ນອກຈາກນັ້ນ, ຍັງຊ່ວຍໃນການພັດທະນາຂີດຄວາມສາມາດການຜະລິດເຄື່ອງບິນຮົບຂັ້ນສູງພາຍໃນປະເທດຂອງຕົນ. ພາຍໃຕ້ສັນຍາໃນປັດຈຸບັນ ຈະມີການຜະລິດເຄື່ອງບິນອີກ 14 ລຳ ກ່ອນສົ່ງ-ມອບ ເຮືອບິນແຕ່ລະລຳຈະຕ້ອງຜ່ານການທົດລອງລະບົບ ແລະ ທົດລອງການບິນ.ຈາກນັ້ນ, ເຮືອບິນລຳນີ້ຈະເຂົ້າປະຈຳການກັບຈຸບິນ Gripen 10 ລຳ ທີ່ໄດ້ສົ່ງມອບໃຫ້ກັບກອງກຳລັງປ້ອງກັນທີ່ 1 ຢູ່ຖານອາກາດ ອານາໂປລິສ ແລະ ໄດ້ເລີ່ມປະຕິບັດພາລະກິດ ເພື່ອຮັກສາຄວາມປອດໄພນ່ານຟ້າຍົນສູ້ຮົບ Gripen E ເປັນເຄື່ອງບິນຮົບອະເນກປະສົງ ສາມາດປະຕິບັດພາລະກິດປ້ອງກັນທາງອາກາດ, ລາດຕະເວນ ແລະ ໂຈມຕີ ໂດຍມີລະບົບ avionics, sensor ແລະ network ທັນສະໄໝ, ໂຄງການນີ້ເປັນສ່ວນໜຶ່ງຂອງສັນຍາລະຫວ່າງ ບໍລິສັດ Saab ກັບ ລັດຖະບານຂອງ ບຣາຊິນ ທີ່ສັນຍາໃວ້ ໃນປີ 2014 ສຳລັບການພັດທະນາ ແລະ ຜະລິດ ຍົນສູ້ຮົບ Gripen ນັ້ນຈຳນວນ 36 ລຳ ໂດຍເລີ່ມສົ່ງມອບໃນປີ 2020 ແລະ ປັດຈຸບັນໄດ້
ສົ່ງມອບໄປແລ້ວ ຈຳນວນ 11 ລຳ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















