ນາຍົກເນັ້ນໜັກໃຫ້ຂະແໜງ ວັດທະນະທຳ ແລະ ການທ່ອງທ່ຽວ ສືບຕໍ່ເອົາໃຈໃສ່ຫຼາຍວຽກງານສຳຄັນ
ເວລາອອກຂ່າວ: 2026-04-09 09:37:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງປີ 2026 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 7 ເມສາ ນີ້ ທີ່ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດ
ເຂົ້າຮ່ວມໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ
ວັດທະນະທຳ ແລະການທ່ອງທ່ຽວ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານ ວັດທະນະທຳ ແລະການທ່ອງທ່ຽວ, ບັນດາທ່ານຫົວໜ້າພະແນກ ວັດທະນະທຳ
ແລະ ການທອ່ງທ່ຽວ ແຂວງ ກ່ຽວຂ້ອງເຂົ້າຮ່ວມແບບປົກກະຕິ ແລະ ອອນລາຍ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຂອງຂະແໜງ ວັດທະນະທຳ ແລະການທ່ອງທ່ຽວ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມເນັ້ນໜັກບາງບັນຫາໃຫ້ຂະແໜງ ວທ ສືບຕໍ່ເອົາໃຈໃສ່ວຽກງານສຳຄັນຈຳນວນໜຶ່ງຄື: ສືບຕໍ່ສູ້ຊົນເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ (GDP) ໃນໄລຍະ 5 ປີຂະຫຍາຍຕົວສະເລ່ຍ 6% ຂຶ້ນໄປ ໄລຍະ 2026-2030 ແລະ ຂະຫຍາຍຕົວສະເລ່ຍ 7% ຕໍ່ປີຂຶ້ນໄປໄລຍະ 2031-2035; ສູ້ຊົນເກັບລາຍຮັບງົບປະມານໃຫ້ບັນລຸ 21-22% ຂອງ GDP ຂຶ້ນໄປໃນໄລຍະ 2026-2030 ແລະ 23-24% ຂອງ GDP ຂຶ້ນໄປໃນໄລຍະ 2031-2035; ການຂາດດຸນງົບປະມານ ປະມານ 1-2% ຂອງ GDP ໄລຍະ 2026-2030 ແລະ ບໍ່ເກີນ 3% ຂອງ GDP ໄລຍະ 2031-2035; ຄວບຄຸມອັດຕາເງິນເຟີ້ຢູ່ໃນອັດຕາສະເລ່ຍ 5% (ຝ2) ໄລຍະ 2026-2030 ຫຼຸດລົງມາຢູ່ໃນອັດຕາສະເລ່ຍ 4% (ຝ2%) ໄລະຍະ 2031-2035; ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຕ່ຳກວ່າ 70% ຂອງ GDP ໃນປີ 2030 ແລະ 30 ກວ່າ% ຂອງ GDP ໃນປີ 2035. ພ້ອມນັ້ນ, ໃຫ້ສຸມໃສ່ປະຕິບັດຕາມ 7 ທິດທາງລວມ ແລະ 6 ເປົ້າໝາຍ ກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).
ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໜັກຕື່ມວ່າ: ໃຫ້ສືບຕໍ່ເອົາໃຈໃສ່ເຮັດວຽກການເມືອງ-ແນວຄິດໃຫ້ມີຄວາມເປັນເອກະພາບສູງຕໍ່ແນວທາງຂອງພັກ-ລັດ, ນອກຈາກມີຄວາມເຊື່ອໝັ້ນຕໍ່ອຸດົມການແລ້ວຕ້ອງມີຄວາມສາມັກຄີເປັນປຶກແຜ່ນນັບແຕ່ສູນກາງຮອດທ້ອງຖິ່ນ, ເຂັ້ມງວດປະຕິບັດຕາມຫຼັກການນຳພາຂອງພັກຢ່າງໜັກແໜ້ນ ເພື່ອພ້ອມກັນປຸ້ມລຸມໃນການປະຕິບັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບໝາກຜົນເປັນຢ່າງດີ; ເພີ່ມທະວີການບໍລິຫານລັດ ແລະ ກົນໄກການເຄື່ອນໄຫວວຽກງານໃຫ້ມີຄວາມຄ່ອງຕົວ ແລະ ທັນສະໄໝ, ປັບປຸງກົງຈັກໃຫ້ມີຄວາມກະທັດຮັດ ແລະ ຫຼຸດຜ່ອນຂັ້ນຂອດທີ່ຊ້ຳຊ້ອນ, ລັດຖະບານຈຶ່ງໄດ້ໂຮມ ແລະ ປັບປ່ຽນບາງກະຊວງ ຊຶ່ງສະເພາະກະຊວງ ວັດທະນະທຳ ແລະການທ່ອງທ່ຽວ ກໍໄດ້ໂອນວຽກງານຖະແຫຼງຂ່າວໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ສະນັ້ນ, ເພື່ອຮັບປະກັນໃຫ້ ການຮັບໃຊ້ໜ້າທີ່ການເມືອງໃນຕໍ່ໜ້າ, ພາຍຫຼັງມີດຳລັດວ່າດ້ວຍການເຄື່ອນໄຫວຂອງກະຊວງແລ້ວ ກໍໃຫ້ຮີບຮ້ອນປັບປຸງກົງຈັກພາຍໃນກະຊວງໃຫ້ສອດຄ່ອງຕາມທິດທີ່ຂັ້ນເທິງກຳນົດໄວ້ໃຫ້ສຳເລັດໂດຍໄວ; ເອົາໃຈໃສ່ຄົ້ນຄວ້າສ້າງ ຫຼື ປັບປຸງຄືນນິຕິກຳທີ່ກ່ຽວຂ້ອງ ກັບການຄຸ້ມຄອງ
ຂົງເຂດ ວທ ໃຫ້ທັນກັບການພັດທະນາ ແລະ ປ່ຽນແປງຢ່າງໄວວາ ທີ່ເກີດຂຶ້ນໃນທົ່ວສັງຄົມ ເປັນຕົ້ນການຄຸ້ມຄອງເນື້ອຫາໂຄສະນາຜ່ານສື່ແບບໃໝ່ໃນທາງລົບ ທີ່ມີລັກສະນະຜິດພ້ຽນຕໍ່ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ສ້າງພາບພົດທີ່ບໍ່ດີຕໍ່ວັດທະນະທຳອັນຂອງຊາດ ທັງສົ່ງຜົນກະທົບແຮງຕໍ່ສັງຄົມລາວ ໂດຍສະເພາະໄວໜຸ່ມທີ່ພາກັນມີຄ່ານິຍົມໃນທາງທີ່ບໍ່ຖືກຕ້ອງ ໃຫ້ຫັນໄປປະຕິບັດ ຫຼື ເຄົາລົບທຳນຽມວັດທະນະທຳຂອງຊາດ. ສະນັ້ນ, ຕ້ອງສ້າງ ແລະ ປັບປຸງນິຕິກຳເພື່ອຄຸ້ມຄອງ ແລະ ຈຳກັດສະພາບປະກົດການຫຍໍ້ທໍ້ທາງດ້ານວັດທະນະ
ທຳ; ດ້ານການທ່ອງທ່ຽວ ກໍເຫັນຫຼາຍກິດຈະກຳທີ່ເກີດຂຶ້ນໃໝ່ ເປັນຕົ້ນແມ່ນສົມທົບກັບຂະແໜງການເງິນ-ທະນາຄານສ້າງລະບົບຄຸ້ມຄອງຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ໃຫ້ເຂົາເຈົ້າເປັນເຈົ້າການປະຕິບັດພັນທະດ້ວຍການເງິນ ແລະ ເຮັດວຽກປ້ອງກັນຄວາມປອດໄພ ບໍ່ໃຫ້ຄົນບໍ່ ດີແຊກຊຶມຢູ່ຮາກຖານຂອງການທ່ອງທ່ຽວ ກໍ່ຄວາມບໍ່ສະຫງົບ ແລະ ບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນທຸລະກິດສີເທົາ ແລະ ອື່ນໆ ແລະ ພະນັກງານນຳທ່ຽວທີ່ບໍ່ມີໃບອະນຸຍາດ ຫຼື ເຄື່ອນໄຫວຜິດກົດໝາຍ ແລະ ລະບຽບການ, ບັນຫາຕ່າງໆ ເຫຼົ່ານີ້ ໃຫ້ຖືເປັນວຽກບຸລິ
ມະສິດ ແລະ ຮີບດ່ວນສະເພາະປີ 2026 ໂດຍໃຫ້ຂະແໜງ ວັດທະນະທຳ ແລະການທ່ອງທ່ຽວ ສຸມໃສ່ຄົ້ນຄວ້າມາດຕະການແກ້ໄຂໃຫ້ເລິກເຊິ່ງ ເພື່ອປົກປ້ອງຜົນ
ປະໂຫຍດຂອງຊາດເຮົາ ແລະ ໃຫ້ສົມເປັນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ ທີ່ສ້າງລາຍຮັບເຂົ້າສູ່ລະບົບເສດຖະກິດຂອງຊາດເຮົາຢ່າງແທ້ຈິງ;
ເອົາໃຈໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນໃນການສ້າງຄອບຄົວວັດທະນະທຳໃຫ້ເພີ່ມຂຶ້ນ. ສິ່ງສຳຄັນໃນການສ້າງຄອບຄົວວັດທະນະທຳຢູ່ຊົນນະບົດນັ້ນ ຕ້ອງສາມາດແກ້ໄຂບັນຫາການເຊື່ອຖືແບບງົມງວາຍຫັນມາເຊື່ອຖື ແລະ ປະຕິບັດຕາມຮີດຄອງປະເພນີທີ່ກ້າວໜ້າຕາມ 3 ລັກສະນະຂອງວັດທະນະທຳລາວເຮົາຄື: ລັກ
ສະນະຊາດ, ລັກສະນະວິທະສາດແລະ ລັກສະນະມະຫາຊົນ ສຸມໃສ່ໂຄສະນາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ຕ້ອງເຮັດຢ່າງມີຈຸດສຸມໃຫ້ແທດເໝາະກັບຍຸກສະໄໝ ແລະ ມີຄວາມຍືນຍົງ; ສົ່ງເສີມ ແລະ ປະດິດ
ສ້າງວັດທະນະທຳທີ່ເປັນເອກະລັກຂອງຊາດເຮົາ ເຂົ້າກັບການທ່ອງທ່ຽວຕາມທິດປະຊາຊົນມີສ່ວນຮ່ວມຖືວັດທະນະທຳເປັນເຄື່ອງມືທີ່ຊຸກຍູ້ການສ້າງລາຍຮັບໃຫ້ປະຊາຊົນຢ່າງແທ້ຈິງ “ບໍ່ແມ່ນພຽງແຕ່ປົກປັກຮັກສາໄວ້ ແຕ່ຕ້ອງສ້າງວັດທະນະທຳໃຫ້ມີຊີວິດນຳຜົນປະໂຫຍດມາສູ່ປະຊາຊົນຢ່າງທົ່ວເຖິງ”; ສຸມໃສ່ຄົ້ນ
ຄວ້ານຳສະເໜີວັດທະນະທຳລາວເຂົ້າເປັນມໍຣະດົກໂລກໃຫ້ຫຼາຍຂຶ້ນ ເພື່ອແນໃສ່ຍົກສູງບົດບາດ ກໍຄືຊື່ສຽງຂອງຊາດໃຫ້ພົ້ນເດັ່ນໃນເວທີສາກົນຜ່ານວັດທະນະທຳ; ເອົາໃຈໃສ່ພັດທະນາ, ຄຸ້ມຄອງ ແລະ ໂຄສະນາການທ່ອງທ່ຽວລາວເຮົາທີ່ເປັນທ່າແຮງເຊັ່ນ: ການທ່ອງທ່ຽວດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະ
ຊາດຕາມທິດຍືນຍົງ, ປະຊາຊົນມີສ່ວນຮ່ວມ “ສຳຄັນທີ່ສຸດ ກໍຄືການເຊື່ອມສານວັດທະນະທຳເຂົ້າໃນການທ່ອງທ່ຽວ, ເປັນຜະລິດຕະພັນທີ່ສາມາດຂາຍ ແລະ ໃຫ້ນັກທ່ອງທ່ຽວສຳພັດໄດ້, ບໍ່ແມ່ນພຽງແຕ່ປົກປັກຮັກສາໄວ້ພຽງຢ່າງດຽວ”. ຄົ້ນຄວ້າ ແລະ ສ້າງແຜນກິດຈະກຳຕ່າງໆ ໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເພື່ອກະຕຸ້ນການທ່ອງທ່ຽວເຊັ່ນ: ການຈັດປີທ່ອງທ່ຽວລາວ-ຈີນ (2026 ເປັນປີຄົບຮອບ 65 ປີການທູດ ລາວ-ຈີນ), ປີທ່ອງທ່ຽວລາວ 2029, ປີທ່ອງທ່ຽວລາວ-ຫວຽດນາມ 2030 ແລະ ອື່ນໆ ຕ້ອງໄດ້ກະກຽມນັບແຕ່ນີ້ເປັນຕົ້ນໄປ; ສຸມໃສ່ລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ ຫຼື ເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ຕ້ອງຮັບປະກັນຜົນຕອບແທນຄືນທາງເສດຖະກິດ ປະກອບສ່ວນສ້າງລາຍຮັບໃຫ້ປະຊາຊົນຢູ່ໃນເຂດນັ້ນ, ຫາກບໍ່ແມ່ນເປັນການສ້າງແລ້ວບໍ່ເກີດປະໂຫຍດ ຫຼື ບໍ່ມີນັກທ່ອງທ່ຽວໄປ”; ເອົາໃຈໃສ່ການຄຸ້ມຄອງການທ່ອງທ່ຽວໃຫ້ເປັນລະບຽບຮຽບຮ້ອຍ ແລະ ທັນການ ຕ້ອງຮັບປະກັນດ້ານຄວາມປອດໄພເປັນບຸລິມະສິດ. ພ້ອມດຽວກັນນັ້ນ, ກໍໃຫ້ພະຍາຍາມຫັນເປັນທັນສະໄໝ ໂດຍສະເພາະລະບົບການແຈ້ງເຕືອນເຫດ, ການສະໜອງຂໍ້ມູນ, ລະບົບຕິດຕໍ່ສຸກເສີນ ແລະ ອື່ນໆ ທີ່ປະກອບມີຫຼາຍພາສາ ໃນຍຸກທີ່ທຸກຢ່າງຫັນເປັນດີຈີຕອນໃນປັດຈຸບັນ. ພ້ອມນັ້ນ, ໃຫ້ກະຊວງ ວັດທະນະທຳ ແລະການທ່ອງທ່ຽວ ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນແກ້ໄຂສິ່ງອຸດຕັນ, ກີດຂວາງຕໍ່ການທ່ອງທ່ຽວໂດຍໄວ.
ໂດຍ: ວັນເພັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















