ພາກລັດເຂັ້ມງວດຄວບຄຸມລາຄາສິນຄ້າ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຄ່າຄອງຊີບສູງເກີນໄປ
ເວລາອອກຂ່າວ: 2026-04-09 09:32:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ: ![]()
ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນອອກແຈ້ງການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈໃນໄລຍະນີ້ ຮອດບຸນປີໃໝ່ລາວຫາກພາກສ່ວນໃດຜ່າຝືນຈະຖືກລົງໂທດຕາມກົດໝາຍ.
ການຄວບຄຸມສິນຄ້າ ເພື່ອບໍ່ໃຫ້ໃຫ້ກະທົບຕໍ່ຄ່າຄອງຊີບເກີນໄປນັ້ນ ຕ້ອງປະຕິບັດຕາມການແຈ້ງການ ດັ່ງນີ້: ຜູ້ປະກອບການທຸລະກິດ, ຊາວຄ້າຂາຍສິນຄ້າ ນຳເອົາສິນຄ້າຂອງຕົນອອກມາຈຳໜ່າຍ ແລະ ບໍລິການໃນລາຄາປົກກະຕິທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ແລະ ຂໍຄວາມຮ່ວມມືນຳຜູ້ປະກອບການ, ຊາວຄ້າຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສະໜອງສິນຄ້າພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້, ມີການບໍລິການດ້ວຍຄວາມຍິນດີ ແລະ ເປັນທຳ, ສັງຄົມມີຄວາມສະຫງົບ, ມີຄວາມຮັບປະກັນສະຖຽນລະພາບທາງດ້ານລາຄາ, ສິນຄ້າທີ່ນຳມາວາງຈຳໜ່າຍຕ້ອງຮັບປະກັນຄວາມປອດໄພທາງດ້ານຄຸນນະພາບ ແລະ ໃຫ້ຕິດລາຄາສິນຄ້າເປັນເງິນກີບ, ບໍ່ໃຫ້ນຳເອົາສິນຄ້າເສຍຄຸນ ຫຼື ໝົດອາຍຸ ແລະ ບໍ່ໄດຕິດສະຫຼາກພາສາລາວມາວາງຈຳໜ່າຍ, ສ່ວນກະຕ່າຂອງຂວັນ , ກະຕ່າອວຍພອນ ໃຫ້ຜູ້ປະກອບການຂຽນທີ່ຢູ່ຂອງຮ້ານ ພ້ອມເບີໂທ
ລະສັບຕິດຕໍ່ເພື່ອສະດວກໃນການປະສານງານຂອງເຈົ້າໜ້າທີ່, ການບໍລິການໂຮງແຮມ, ຮ້ານອາຫານ ແລະ ຜູ້ບໍລີການຝາກລົດຈັກ, ລົດໃຫຍ່ ກໍໃຫ້ບໍລິການໃນລາຄາປົກກະຕິ ຫຼື ຕິດປ້າຍບອກລາຄາອາຫາານ ແລະ ຄ່າບໍລິການໄວ້ຈຸດທີ່ຜູ້ຊົມໃຊ້ສາມາດເບິ່ງເຫັນໄດ້ງ່າຍ, ຫ້າມບໍ່ໃຫ້ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ ໂດຍສະເພາະໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງນີ້, ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ, ຕິດຕາມ ກວດກາ ລາຄາລົດໄຟຟ້າ ໃນໄລຍະນີ້ບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາ, ຖ້າເຈົ້າໜ້າທີ່ການຄ້າລົງກວດກາພົບເຫັນຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍຜູ້ໃດທີ່ລະເມີດລະບຽບການ ແລະ ແຈ້ງການສະບັບນີ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ຫຼື ອາຍັດສິນຄ້າ
ຕາມແຕ່ລະກໍລະນີ, ມອບໃຫ້ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກຳ ແລະ ການຄ້າ 09 ຕົວເມືອງເອົາໃຈໃສ່ໂຄສະນາເຜີຍແຜ່ແຈ້ງການສະບັບນີ້ ແລະ ເຮັດບົດບັນທຶກກັບຫົວໜ່ວຍວິສາຫະກິດຕ່າງໆ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນສິນຄ້າທີ່ລັດຄວບຄຸມ, ສິນຄ້າອຸປະໂພກ-ບໍລິໂພກ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະນີ້ຈົນເຖິງບຸນປີໃໝ່ລາວ, ທຸກພາກສ່ວນຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ພາຍຫຼັງຈັດຕັ້ງປະຕິບັດແລ້ວໃຫ້ລາຍງານເປັນແຕ່ລະໄລຍະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















