ຫ້ອງການເມືອງທະຫານແຂວງຫົວພັນ ອວຍພອນ ຫ້ອງການເມືອງ ປກສ ແຂວງຫົວພັນ
ເວລາອອກຂ່າວ: 2026-04-09 09:23:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ: ![]()
ວັນທີ 2 ເມສາ 2026 ນີ້, ສະຫາຍ ພັນໂທ ວົງໄຊ ພອນມີສຸກ
ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ອວຍພອນ ຫ້ອງການເມືອງກອງບັນຊາການປ້ອງກັນຄວາມສະ
ຫງົບ (ປກສ) ແຂວງຫົວພັນ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ພັນໂທ ວົງພັນ ແກ້ວເພັງຄຳ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫົວພັນ.
ສະຫາຍ ພັນໂທ ວົງໄຊ ພອນມີສຸກ ໄດ້ກ່າວອວຍພອນຄະນະຫ້ອງການເມືອງຕະຫຼອດ ພະນັກງານ-ນັກຮົບ ຫ້ອງການເມືອງ ປກສ ແຂວງຫົວພັນ ຈົ່ງມີສຸກຂະພາບເຂັ້ມແຂງ ມີຄວາມຜາສຸກ ພ້ອມກັນເຮັດໃຫ້ສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.
ໂອກາດດຽວກັນ, ສະຫາຍ ພັນໂທ ວົງພັນ ແກ້ວເພັງຄຳ ໄດ້ກ່າວສະແດງຄວາມຂອບໃຈ ທີ່ຄະນະຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ໄດ້ມາອວຍ
ພອນໄຊໃນຄັ້ງນີ້ ພ້ອມທັງອວຍພອນກັບໃຫ້ຄະນະນຳ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ຕະຫຼອດຮອດນາຍ ແລະ ພົນທະຫານ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ເຮັດສຳເລັດໜ້າທີ່ການເມືອງຕາມຄາດໝາຍທີ່ວາງໄວ້.
ໂດຍ: ວຽງສະຫວັນ ນໍລິນທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














