ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ສຳເລັດ​ການເຄື່ອນໄຫວ​ກວດກາ​ລາດຕະເວນ​ຮ່ວມ​ກັນ 2 ຝ່າຍ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-04-09 09:20:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 448 | ຄວາມນິຍົມ:



ເພື່ອ​ຮັບປະກັນ​ເຮັດ​ໃຫ້​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ວຽກ​ງານ​ຊາຍ​ແດນ​ຂອງ​ສອງ​ປະເທດ​ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້​ມີ​ຄວາມ​ສະຫງົບ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ໃນ​ວັນ​ທີ 4 ເມສາ 2026 ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 119 ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ແຫ່ງ ​ສປປ ລາວ ແລະ ຄ້າຍ​ທະຫານ​ຊາຍ​ແດນ 425 ປາ​ເທີມ ກອງ​ບັນຊາ​ການ​ທະຫານ​ແຂວງ​ດ້ຽນ​ບຽນ ​ສສ ຫວຽດນາມ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຈາລຶກ​ບາດກ້າວ ​ແຫ່ງ​ປະຫວັດສາດ​ດ້ວຍ​ການເຄື່ອນໄຫວ​ກວດກາລາດຕະເວນ​ຮ່ວມ​ສອງ​ຝ່າຍ​ຂຶ້ນ. ຝ່າຍ​ຫວຽດນາມ ນຳ​ໂດຍ​ສະຫາຍ ພັນ​ຕີ ຫງວ​​ຽນ​ຊວນ​ແອງ​ຮອງ ຫົວໜ້າ​ການ​ທະຫານ ຄ້າຍ​ທະຫານ​ຊາຍ​ແດນ 425 ປາ​ເທີມ, ຝ່າຍ​ລາວ ນຳ​ໂດຍ ສະຫາຍ ຮ້ອຍ​ເອກ ພອນ​ໄຊ ຈັນ​ສຸ​ລິ​ພອນ ຮອງ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ 119 ພ້ອມ​ດ້ວຍ​ຄະນະ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ໃນ​ການເຄື່ອນໄຫວ​ລາດຕະເວນ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຮ່ວມ​ກັນ ດຳເນີນ​ການ​ກວດກາ​ລະບົບ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ ແລະ ເສັ້ນ​ຊາຍ​ແດນ ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ໄວ້​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ, ການເຄື່ອນໄຫວ​ໃນ​ຄັ້ງ​ນີ້ ບໍ່​ແມ່ນ​ພຽງ​ແຕ່​ການ​ປະຕິບັດ​ໜ້າທີ່​ຕາມ​ລະບຽບ​ການ​ເທົ່າ​ນັ້ນ ແຕ່​ມັນ​ຄື​ການ​ຢືນຢັນ​ເຖິງ "ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ສາມັກຄີ​ຮັກແພງ​ແບບ​ພິເສດ, ເພື່ອ​ກວດກາ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ໃຫ້​ມີ​ຄວາມ​ໝັ້ນ ຄົງ. ຜ່ານ​ການ​ກວດກາ​ເຫັນ​ວ່າ ທຸກ​ຫຼັກ​ໝາຍ​ຍັງ​ຄົງ​ຢູ່​ໃນ​ສະພາບ​ເດີມ, ບໍ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ດິນ​ເຈື່ອນ ແລະ ບໍ່​ພົບ​ຮ່ອງຮອຍ​ຂອງ​ການ​ລະເມີດ​ອຳນາດ​ອະທິປະ​ໄຕ​ລະຫວ່າງ​ຂໍ້​ຕົກລົງ​ກ່ຽວ​ກັບ​ລະບອບ​ຊາຍ​ແດນ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສັກສິດ​ຂອງ​ກົດໝາຍ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຈາກ​ພັກ-ລັດ​ຂອງ​ສອງ​ປະເທດ; ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ສອງ​ຝ່າຍ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ໃນ​ການ​ເພີ່ມ​ທະວີ​ກຳລັງ​ເພື່ອ​ດຳເນີນ​ການ​ລາດ​ຕະ​ເວັນ​ຝ່າຍ​ດຽວ ແລະ ສອງ​ຝ່າຍ ໃນ​ຂອບ​ເຂດ​ຊາຍ​ແດນ​ເພື່ອ​ໃຫ້​ມີ​ຄວາມ​ເຂັ້ມ​ງວດ ແລະ ເພື່ອ​ປ້ອງ​ກັນ​ການ​ລ້ຽງສັດ​ຂ້າມ​ຊາຍ​ແດນ, ເຂົ້າ-ອອກ ທີ່​ຜິດ​ກົດໝາຍ, ການ​ລ່າ​ສັດ, ເຮັດ​ໄຮ່ ຢູ່​ບໍລິເວນ​ຊາຍ​ແດນ ແລະ ການ​ລ້ຽງສັດ​ໃກ້​ຊາຍ​ແດນ, ເພີ່ມ​ທະວີ​ການເຄື່ອນໄຫວ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ພັນ​ເຖິງ​ການເຄື່ອນໄຫວ​ຂອງ​ບັນດາ​ອາ​ ຊະ​ຍາ​ກຳ ແລະ ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ຊາຍ​ແດນ ເພື່ອ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ຮ່ວມ​ກັນ​ໃຫ້​ທັນ​ເວລາ. ໂອກາດ​ດຽວ​ກັນ​ນີ້, ທັງ​ສອງ​ຝ່າຍ​ກໍໄດ້​ຈັບ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ອີກ​ຄັ້ງ ພ້ອມ​ທັງ​ເອກະ​ພາບ​ກັນ​ວ່າ ໃນຕໍ່ໜ້າ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ຈະ​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ​ໃນ​ການ​ລາດຕະເວນ​ຄັ້ງ​ຕໍ່​ໄປ, ເພື່ອ​ໃຫ້​ວຽກ​ງານ​ຊາຍ​ແດນຜົ້ງ​ສາລີ-ດ້ຽນ​ບຽນ ເປັນ​ສັນຍະລັກ​ແຫ່ງ​ສັນຕິພາບ ແລະ ມິດ ຕະພາບ​ຕະຫຼອດ​ກາລະ​ນານ. ໂດຍ: ນາງ ສຸນາລີ ອຸ່ນວີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ