ພະແນກຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊປາຖະກະຖາມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-04-09 09:18:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ: ![]()
ວັນທີ 7 ເມສາ 2026 ນິ້້ ຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊໄດ້ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ( 14 ເມສາ 1955 – 14 ເມສາ 2026 ) ໂດຍ ການເປັນປະທານ ແລະ ປາ
ຖະກະຖາຂອງສະຫາຍ ພັນຕີ ໄຊຫຼ້າ ໄຊສົງຄາມ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງທະຫານແຂວງອຸດົມໄຊ, ມີບັນດາເລຂາໜ່ວຍຊາວໜຸ່ມ, ຄະນໜ່ວຍ ອົງການ 5 ຫ້ອງຕະຫຼອດຮອສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ພັນຕີ ໄຊຫຼ້າ ໄຊສົງຄາມ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ, ການປັບປຸງກໍ່ສ້າງເຕີບໃຫຍ່ເຂັ້ມແຂງ ແລະ ບົດບາດວິລະກຳຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 71 ປີຜ່ານມາ ເຊິ່ງຊາວໜຸ່ມລາວແຕ່ລະລຸ່ນແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປະ ຕິວັດຂອງພັກ ໃນ
ການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມຖັນແຖວຊາວໜຸ່ມປະຕິບັດບົດບາດເປັນກຳລັງນຳໜ້າປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ ປະ
ກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມມີອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ ຕາມຄຳຂວັນທີ່ວ່າ ຍອມຕາຍດີກວ່າເສຍເອກະລາດ, ບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທຳລາຍພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປລາວເປັນຕົ້ນມາ ຖັນແຖວ
ຊາວໜຸ່ມກໍ່ໄດ້ເປັນເຈົ້າການປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດຂອງພັກກໍ່ຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຊິ່ງຍາມໃດຊາວໜຸ່ມກໍ່
ໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າ, ເປັນກຳລັງແຮງສຳຄັນຕໍ່ການພັດທະນາ ແລະ ເປັນກະດູກສັນຫຼັງຂອງຊາດ ເປັນແຂນຂວາຂອງພັກ, ທັງເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາ
ເຜົ່າຕະຫຼອດມາ. ທັງນີ້ ກໍ່ເພື່ອສຶກສາອົບຮົມສະມາຊິກຊາວໜຸ່ມຢູ່ກົມກອງຂອງຕົນເຊື່ອມຊຶມກຳແໜ້ນຕື່ມມູນເຊື້ອຂອງຊາວໜຸ່ມແຕ່ລະລຸ້ນ ເພື່ອເປັນພື້ນຖານບ່ອນ
ອີງແກ່ການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນຊາວໜຸ່ມຜູ້ສືບທອດທີ່ດີຂອງກົມກອງ ກໍ່ຄື ຂອງກອງທັບໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















