ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ໂຮງໝໍ​ສູນ​ກາງ 103 ກອງທັບ ແຕ່ງຕັ້ງ​ຫົວໜ້າ​ຂະແໜງການ
ເວລາອອກຂ່າວ: 2026-04-09 09:12:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:



ໃນ​ວັນ​ທີ 6 ເມສາ 2026, ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ແຕ່ງຕັ້ງ​ຫົວໜ້າ​ຂະແໜງການ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ໄພ​ວັນ ໄຊ​ພູບານ ຮອງ​ອຳນວຍ​ການ ຫົວໜ້າ​ຫ້ອງ​ພະລາທິການ-ເຕັກນິກ ໂຮງໝໍ​ສູນ​ກາງ 103 ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ຄະນະ​ພະ​ແນກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ສຸດ​ສາຄອນ ສີ​ຊົມ​ມະ​ລາດ ຫົວໜ້າ​ພະ​ແນກ​ພະນັກງານ ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ໂຮງໝໍ​ສູນ​ກາງ 103 ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຫົວໜ້າ​ຂະແໜງການ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ, ຕົກລົງ​ແຕ່ງຕັ້ງ ພັນ​ຕີ ຄຳ​ແຜວ ໄຊ​ສີ​ຫາ​ນາດ ເປັນ​ຫົວໜ້າ​ຂະແໜງ​ປຸງ​ແຕ່ງ (ຮັບໃຊ້​ຄົນ​ເຈັບ) ພະ​ແນກ​ອຸປະໂພກ-ບໍລິໂພກ, ພັນ​ຕີ ໄຊມົວ​ຢາງ ເປັນ​ຫົວໜ້າ​ຂະແໜງ​ອົບຮົມພະ​ແນກ​ແຂ້ວ, ຄາງ​ໜ້າ, ພັນ​ຕີ ອິດ​ທິ​ພົນ ຜັນ​ຕິ​ຍະ​ວົງ ເປັນ​ຫົວ ໜ້າ​ຂະແໜງ​ກວດ​ເຂດ​ນອກ ພະ​ແນກ​ແຂ້ວ, ຄາງ​ໜ້າ, ຮ້ອຍ​ເອກ ນາງ ພານຸ​ໄຊ ເທບ​ສີ​ເມືອງ ເປັນ​ຫົວໜ້າ​ຂະແໜງ​ອົບຮົມ ພະ​ແນກ ​ຜ່າຕັດ​ຜົ້ງ​ເອິກ-ຄໍ​ໜຽງ, ຮ້ອຍ​ເອກ ນາງ ວອນ​ຈັນ ພອນ​ສະຫວັນ ເປັນ​ຫົວໜ້າ​ຂະແໜງ​ພະຍາບານ ພະ​ແນກ​ເດັກ, ຮ້ອຍ​ເອກ ນາງ ມາລີ​ນ່າ ນ້ອຍ​ຫຼ້າ​ບຸນ​ຕີ ເປັນ​ຫົວໜ້າ​ຂະແໜງ​ອົບຮົມພະ​ແນກ​ຕ່ອມ​ຂັບ​ຍ່ອຍ​ໃນ, ຮ້ອຍ​ເອກ ນາງ ປິ່ນ​ແກ້ວ ແສນ​ໂສພາ ເປັນ​ຫົວໜ້າ​ຂະແໜງ​ປິ່ນປົວ​ພາຍ​ນອກພະ​ແນກ​ສະຫະພັນ​ນັກຮົບ​ເກົ່າ, ຮ້ອຍ​ເອກ ນາງ ລຸນ​ນະ​ກອນ ສີ​ລິ​ຈັກ ເປັນ​ຫົວໜ້າ​ຂະແໜງ​ປິ່ນປົວ​ພາຍ​ໃນ ພະ​ແນກ​ສະຫະພັນ​ນັກຮົບ​ເກົ່າ, ຮ້ອຍ​ເອກ ນາງ ແພງ ລັດ​ສີ ເປັນຫົວໜ້າ​ຂະແໜງ​ຕັດຫຍິບ ພະ​ແນກ​ຈັດ​ຫາ​ເຄື່ອງ​ມີ​ອຸປະກອນ​ການ​ແພດ, ຮ້ອຍ​ໂທ ສີ​ປະເສີດ ໄຊ​ຍະ​ສີ ເປັນ​ຫົວໜ້າ​ຂະແໜງ​ທະບຽນ​ລົດ ແລະ ໃບ​ຂັບ​ຂີ່ ພະ​ແນກ​ຄຸ້ມ​ຄອງ ​ລົດ. ໂອກາດ​ນີ້, ສະຫາຍ​ປະທານ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ໄດ້​ຮັບ​ການ​ແຕ່ງຕັ້ງ​ຮັບ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງ​ສືບຕໍ່​ເອົາໃຈໃສ່​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ, ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ, ປະຕິບັດ​ກົດ​ລະບຽບ​ຂອງ​ກອງທັບ ແລະ ຈັນ​ຍາ​ບັນ​ຂອງ​ແພດ​ໝໍ​ຢ່າງ​ເຂັ້ມ​ງວດ ເພື່ອ​ພ້ອມ​ກັນ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບໍລິການ​ປິ່ນປົວ ແລະ ຮັບ​ໃຊ້​ຄົນ​ເຈັບ ກໍ​ຄື​ພະນັກງານ-ນັກຮົບ ແລະ ປະຊາຊົນ​ໃຫ້​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ. ຂ່າວ: ໂຊກ​ທະວີ ແກ້ວ​ບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ