ກອງສິລະປະກອນ ກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດ I
ເວລາອອກຂ່າວ: 2026-04-08 14:54:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ: ![]()
ວັນທີ 8 ເມສາ 2026 ນີ້, ກອງສິລະປະກອນກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດ I ປີ 2026 ແລະ ວາງທິດທາງແຜນການປະຈໍາໄຕມາດ II ປີ 2026 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ ຮອງຫົວໜ້າການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານໄຕມາດ I ທີ່ຜ່ານມາ ໂດຍການຊີ້ນໍາ-ນໍາພາຂອງຂັ້ນເທິງ ກໍຄືຄະນະພັກ-ຄະນະບັນຊາກອງ ທີ່ໃກ້ຊິດຕິດແທດ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາເເນວຄິດ ເຮັດໃຫ້ພາຍໃນກົມກອງມີຄວາມສະຫງົບ ພະນັກງານ-ນັກຮົບ ມີການເມືອງແນວຄິດໜັກແໜ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນສໍາເລັດຕາມການມອບໝາຍ ເຊິ່ງສະແດງອອກໃນການຮັບໃຊ້ວຽກງານຕ່າງໆຄື: ຜ່ານມາໄດ້ນໍາເອົາເອກະສານຂັ້ນເທິງມາເຜີຍແຜ່ ຈັດຕັ້ງປະຕິບັດປາຖະກະຖາ ແລະ ເອກະສານອື່ນໆ ຈໍານວນ 11 ຄັ້ງ, ສ້າງມາຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກຕາມເງື່ອນໄຂມາດຖານຂອງພັກ, ປະຕິບັດນະໂຍບາຍອຸດໜຸນເສຍຊິວິດ, ພັກການບໍານານ, ຊ່ວຍເຫຼືອຄອບຄົວພະນັກງານບໍານານເສຍຊີວິດ 1.800.000 ກີບ ແລະ ໄພພິບັດລວມ 26.000.000 ກີບ. ສະແດງຮັບໃຊ້ງານຕ່າງໆ 35 ຄັ້ງ ມີນັກສະແດງ-ສິລະປະ ເຂົ້າຮ່ວມ 502 ສະຫາຍ, ສ້າງລາຍຮັບເຂົ້າກົມກອງຈໍານວນ 11.100.000 ກີບ ແລະ ວຽກງານອື່ນໆ ທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມນັ້ນຍັງໄດ້ພົວພັນກັບປະເທດເພື່ອນມິດຍຸດທະສາດ, ເພື່ອແລກປ່ຽນບົດຮຽນ ແລະ ສົ່ງພະນັກງານ-ນັກຮົບ ໄປສຶກສາແບບວິທີການສະແດງຕ່າງໆ ເພື່ອນໍາມາໝູນໃຊ້ໃນກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















