ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບລາງວັນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth ຂອງທະວີບອາຊີ
ເວລາອອກຂ່າວ: 2026-04-08 09:41:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ: ![]()
ສະຫະພັນບານເຕະອາຊີ (AFC) ໄດ້ປະກາດມອບລາງວັນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth ຫຼື ໂຄງການພັດທະນານັກເຕະເຍົາ
ວະຊົນ-ໄວໜຸ່ມລະດັບສູງຂອງທະວີບອາຊີ ໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ, ໂດຍລາງວັນດັ່ງກ່າວໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານຢູ່ ສປປ ລາວ ໃນການພັດທະນານັກກິລາເບົາວະຊົນ ລະຫວ່າງ ວັນທີ 6-8 ມີນາ 2026.
ອີງຕາມແຜນຍຸດທະສາດຂອງ ສຕລ ວ່າດ້ວຍແຜນພັດທະນາບານເຕະເຍົາວະຊົນທີ່ໄດ້ປະກາດໃນປີ 2023, ເຊິ່ງໃນໄລຍະ 2 ປີຜ່ານມາ (2024-2025) ຜົນງານທີ່ພົ້ນເດັ່ນແມ່ນການສ້າງການແຂ່ງຂັນລີກເຍົາວະຊົນຂຶ້ນໃນ ປີ 2024 ພ້ອມທັງໂຄງການ Champa-Champi Elite, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາຄວາມສາມາດຂອງ FIFA (FIFA Talent Development Scheme) ຫຼື ເອີ້ນສັ້ນວ່າ: FIFA TDS.
ສູນ Champa-Champi Elite ໄດ້ກາຍເປັນສູນກາງທີ່ສຳຄັນສຳລັບການເຝິກອົບຮົມ ແລະ ພັດທະນານັກກິລາບານເຕະ ແລະ ການແຂ່ງຂັນລະດັບຮາກຖານທີ່ກຳລັງດຳເນີນຢູ່ ແມ່ນຈັດຂຶ້ນສຳລັບນັກກິລາອາຍຸລະຫວ່າງ 7-16 ປີ ເພື່ອສ້າງໂອກາດ ແລະ ປະສົບການຕົວຈິງໃຫ້ນ້ອງນັກກິລາໄດ້ສະແດງຄວາມສາມາດ ແລະ ເຂົ້າໃຈກະຕິກາການແຂ່ງຂັນບານເຕະຢ່າງເລິກເຊິ່ງ.
ນອກເໜືອຈາກການສ້າງເງື່ອນໄຂໃຫ້ນັກກິລາ, ລະບົບດັ່ງກ່າວຍັງຊ່ວຍໃຫ້ຄູເຝິກບານເຕະ ສາມາດພັດທະນາທັກສະຂອງເຂົາເຈົ້າຜ່ານວິທີການເຝິກ
ອົບຮົມທີ່ທັນສະໄໝ, ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບເກມ ແລະ ອະນຸຍາດໃຫ້ເຂົາເຈົ້າສ້າງວິທີການເຮັດວຽກຂອງຕົນເອງພາຍໃນຂອບການເຮັດວຽກທີ່ສອດຄ່ອງກັບວິໄສທັດໄລຍະຍາວຂອງ ສຕລ.
ຜູ້ຊ່ຽວຊານຈາກ AFC ໄດ້ຊົມເຊີຍວຽກງານການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະສູນເຝິກອົບຮົມກິລາບານເຕະ ຢູ່ຫຼັກ 16 ຫຼື ຮູ້ຈັກໃນນາມ ສູນເຝິກບານເຕະ ຈຳປີ-ຈຳປາ, ເຊິ່ງສະໜອງສະພາບແວດລ້ອມແບບມືອາຊີບສຳລັບນັກກິລາບານເຕະເຍົາວະຊົນ-ໄວໜຸ່ມ ທັງຍິງ ແລະ ຊາຍ. ສູນດັ່ງກ່າວ ປະກອບມີສະໜາມກິລາຂະໜາດມາດຕະຖານ 2 ສະໜາມ, ສະໜາມນ້ອຍ 2 ສະໜາມ, ສູນອອກກຳລັງກາຍ ແລະ ຫໍພັກນັກກິລາ ທີ່ສາມາດຮອງຮັບນັກກິລາໄດ້ພ້ອມກັນບໍ່ຕ່ຳກວ່າ 120 ຄົນ.
ເນື່ອງໃນໂອກາດອັນດີທີ່ໄດ້ຮັບການຍົກລະດັບຈາກ AFC, ທ່ານ ວິເພັດ ສີຫາຈັກ, ປະທານ ສຕລ ໄດ້ກ່າວວ່າ: “ ໃນນາມ ສຕລ, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຍອມຮັບ ພາຍໃຕ້ໂຄງການ AFC Elite Youth, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການເສີມສ້າງພື້ນຖານໂຄງລ່າງການພັດທະນາຊາວໜຸ່ມຂອງພວກເຮົາ ແລະ ສ້າງເສັ້ນທາງທີ່ຍືນຍົງສຳລັບນັກກິລາໄວໜຸ່ມ. ນີ້ແມ່ນບາດກ້າວທີ່ສຳຄັນສຳລັບ ສຕລ ແລະ ຈະກະຕຸ້ນພວກເຮົາໃຫ້ປັບປຸງໂຄງການດ້ານວິຊາການ, ມາດຕະຖານການເຝິກສອນ, ແລະ ກິດຈະກຳບານເຕະລະດັບຮາກຖານຂອງພວກເຮົາໃຫ້ສູງຍິ່ງໆຂຶ້ນໄປ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະເຮັດວຽກຢ່າງໃກ້ຊິດກັບ AFC ເພື່ອເສີມຂະຫຍາຍລະບົບບານເຕະຊາວໜຸ່ມຂອງພວກເຮົາ ແລະ ສ້າງໂອກາດໃຫ້ນັກກິລາລາວໄດ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.” ການແຂ່ງຂັນ ບານເຕະເຍົາວະຊົນ ສຕລ ປະຈຳປີ 2026 ແມ່ນແຂ່ງຂັນທຸກໆວັນເສົາ ແລະ ວັນອາທິດ ແຂ່ງຂັນຢູ່ທີ່ສະໜາມກິລາສູນເຝິກ ຈຳປີ-ຈຳປາ ສະໜາມກິລາແຫ່ງຊາດຫຼັກ 16 ເຊິ່ງບັນຍາກາດແຂ່ງຂັນໃນແຕ່ລະອາທິດເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ.
ປັດຈຸບັນ ສູນເຝິກບານເຕະ ຈຳປີ-ຈຳປາ ມີທັງໝົດ ແຫ່ງຄື: ສະໜາມກິລາແຫ່ງຊາດ ຫຼັກ 16, ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ແຂວງຈຳປາສັກ, ແຂວງຫຼວງນ້ຳທາ, ແຂວງຄຳມ່ວນ ແລະ ແຂວງສາລະວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















