ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ຈ້າວ​ຊິນ​ທົງ ສ້າງ​ປະຫວັດສາດ​ເປັນ​ນັກ​ສະນຸກ​ເກີ​ຄົນ​ທຳ​ອິດ​ຂອງ​ໂລກ ທີ່ຄວ້າ 3 ແຊັມ
ເວລາອອກຂ່າວ: 2026-04-08 09:39:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ຍິນ​ດີ ຈ້າວ​ຊິນ​ທົງ ສ້າງ​ປະຫວັດສາດ​ເປັນ​ນັກ​ສະນຸກ​ເກີ​ຄົນ​ທຳ​ອິດ​ຂອງ​ໂລກ ຄວ້າ 3 ແຊັມ Players Series ໃນ​ໜຶ່ງ​ລະດູ​ການ​ພາຍຫຼັງ​ເອົາ​ຊະນະ ຈັດ​ທຣຳ ສະນຸກ​ເກີ Tour Championship 2026. ຮອບ​ຊີງ​ຊະນະ​ເລີດ​ປີ​ນີ້ ເປັນ​ຄູ່​ຊີງ​ໜ້າ​ໃໝ່: ຈ້າວ​ຊິນ​ທົງ ມື 2 ຂອງ​ລາຍການ ຈາກ​ຈີນ ໂຊ​ຟອມ​ເດັ່ນ ພົບ​ກັບ ຈັດ​ທຣຳ ມື 1 ຂອງ​ໂລກ ມື​ວາງ​ອັນ​ດັບ 5 ຂອງ​ລາຍການ ຈາກ​ເຈົ້າພາບ ອັງກິດ, ເຊ​​ັສ​ຊັ່ນ​ທຳ​ອິດ ຈ້າວ​ຊິນ​ທົງ ຂຶ້ນ​ນຳ 5-3 ເຟຣມ, ມາ​ເຊ​​ັສ​ ທີ​ສອງ ຈ້າວ​ຊິນ​ທົງ ກວາດ 5 ເຟຣມ​ບວດ ເອົາ​ຊະນະ​ໄປ​ໄດ້ 10-3 ເຟຣມ. ຈ້າວ​ຊິນ​ທົງ ຮັບ​ເງິນ​ລາງວັນ 150.000 ປອນ, ກາຍເປັນ​ນັກ​ກິລາ​ຄົນທີ 3 ຂອງ​ໂລກ ທີ່​ກວາດ​ເງິນ​ລາງວັນ​ໄດ້​ຫຼັກ 1 ລ້ານ​ປອນ​ຕໍ່​ໜຶ່ງ​ລະດູ​ການ ຕໍ່​ຈາກ ຣອນ​ນີ້ ໂອ​ຊຸນ​ລີ​ແວນ ແຊັມ​ໂລກ 7 ສະໄໝ ແລະ ຈັດ​ທຣຳ. ສ່ວນ ຈັດ​ທຣຳ ຮອງ​ແຊັມ ໄດ້​ຮັບ​ເງິນ​ລາງວັນ 60.000 ປອນ. ສຳລັບ ສະນຸກ​ເກີ​ລະດັບ​ໂລກ ລາຍການ​ຕໍ່​ໄປ ເປັນ​ລາຍການ​ສຸດ​ທ້າຍ​ຂອງ​ລະດູ​ການ​ນີ້​ຄື: ຊີງ​ແຊັມ​ໂລກ 2026 ຈະ​ແຂ່ງຂັນ​ລະຫວ່າງ​ວັນ​ທີ 18 ເມສາ-4 ພຶດສະພາ, ທີ່​ສັງວຽນ Crucible Theatre ໃນ​ເມືອງ​ເຊ​​ັຟ​ຟິວ ປະເທດ​ອັງກິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ