ໄຂກອງປະຊຸມຄັ້ງປະຖົມມະເລີກ ຂອງ ສະພາແຫ່ງຊາດ ຊຸດທີ 16
ເວລາອອກຂ່າວ: 2026-04-08 09:35:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ: ![]()
ວິທະຍຸກະຈາຍສຽງຫວຽດ ນາມລາຍງານ, ກອງປະຊຸມ ຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 6 ເມສາ, ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍມີ ທ່ານ ໂຕເລິມ ເລ ຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາສູນກາງພັກ, ຜູ້ຕາງໜ້າບັນດາຄະນະທູດ-ຕານຸທູດ, ບັນ ດາອົງການຈັດຕັ້ງສາກົນ ພ້ອມກັບ ສະມາຊິກສະພາແຫ່ງຊາດ ຊຸດທີ 16 ຈຳນວນ 500 ທ່ານ ເຂົ້າຮ່ວມ.
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ກ່າວຄຳເຫັນໃນພິທີໄຂກອງປະຊຸມ ໂດຍຊີ້ແຈງວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນທີ່ມີອາຍຸການໃນໄລຍະ 2026-2031 ຜ່ານມາ ໄດ້ບັນ ລຸຜົນສຳເລັດຢ່າງຈົບງາມ, ໝາກ ຜົນການເລືອກຕັ້ງໄດ້ສືບຕໍ່ຢືນ ຢັນຄວາມໄວ້ເນື້ອເຊື່ອໃຈຂອງ ປະຊາຊົນທີ່ມີຕໍ່ພັກ-ລັດ.
ບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມ ໃນຄັ້ງນີ້, ທ່ານ ເຈິ່ນແທັງເໝີ້ນ ຊີ້ໃຫ້ເຫັນຕື່ມວ່າ: “ສະພາແຫ່ງຊາດ ໄດ້ພິຈາລະນາ, ຕົກລົງສ້າງໂຄງປະກອບການຈັດຕັ້ງ ແລະ ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດ. ນີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ ທີ່ມີຄວາມໝາຍສຳຄັນ, ຕັດສິນໂດຍກົງເຖິງ ຄຸນນະພາບ, ປະສິດທິຜົນ ການເຄື່ອນໄຫວ ຂອງກົງຈັກລັດໃນທັງອາຍຸການ.
ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 8 ສະບັບ ແລະ ມະຕິ ກຳນົດກົດໝາຍ 1 ສະບັບ, ມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາ ແຫ່ງຊາດ ປີ 2027, ມະຕິກ່ຽວກັບ ການຕິດຕາມຫົວເລື່ອງສະ ເພາະຂອງສະພາແຫ່ງຊາດ ແລະ ມະຕິລວມຂອງກອງປະຊຸມ ຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16”.
ໃນໂອກາດດຽວກັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ກ່າວປາໄສ ສຳຄັນຕໍ່ໜ້າສະພາແຫ່ງຊາດ, ປະຊາຊົນ, ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ. ຄຽງຄູກັນນັ້ນ, ທ່ານຍັງໄດ້ເນັ້ນໜັກວ່າ: ນີ້ແມ່ນກອງປະຊຸມບູລະນະການຈັດຕັ້ງກົງຈັກລັດຕາມລັດຖະທຳມະນູນ, ພ້ອມກັນນັ້ນກອງ ປະຊຸມກໍສຸມໃສ່ຫັນມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມເປັນລະບອບລະ ບຽບການ, ສ້າງພື້ນຖານນິຕິກຳ, ລະບອບ ແລະ ກຳລັງໜູນນະໂຍ ບາຍ ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່. ນອກ ຈາກນັ້ນ, ກອງປະຊຸມຄັ້ງນີ້ ຄາດວ່າ, ຈະດຳເນີນໄປປະມານ 11 ວັນ ຈິ່ງຈະສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















