ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ ຄະນະ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2026-04-08 09:26:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ (​ສຊປລ) ຈັດ​ກິດຈະກຳ ຍ່າງ​ເພື່ອ​ສຸຂະພາບ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ (​ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955 - 14 ເມສາ 2026) ພາຍ​ໃຕ້​ຫົວຂໍ້ “ຊາວ​ໜຸ່ມ​ຍຸກ​ໃໝ່​ຍົກ​ສູງ​ນ້ຳໃຈ​ບຸກ​ທະລຸ ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ສ້າງ​ເສດຖະກິດ​ຄອບຄົວ​ໃຫ້​ເຂັ້ມແຂງ ແລະ ຍືນ​ຍົງ” ຂຶ້ນ​ໃນ​ວັນ​ທີ 3 ເມສາ 2026, ທີ່​ເຂດ​ເສດຖະກິດ​ພິເສດ​ບຶງ​ທາດຫຼວງ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ; ມີ ທ່ານ ທອງ​ລີ ສີ​ສຸ​ລິດ ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ມີ ລັດຖະມົນຕີ, ຮອງ​ລັດຖະມົນຕີ, ຄະນະ​ບໍລິຫານ​ງານ ​ສຊປລ, ກະຊວງ, ບັນດາ​ຊາວ​ໜຸ່ມ, ເຍົາວະ​ຊົນ ແລະ ພາກສ່ວນ​ຕ່າງໆ ເຂົ້າ​ຮ່ວມ. ທ່ານ ທອງ​ລີ ສີ​ສຸ​ລິດ ກ່າວ​ວ່າ: ຕະຫຼອດ​ໄລຍະ 71 ປີ​ແຫ່ງ​ການ​ເຕີບ ໃຫຍ່​ຂະຫຍາຍຕົວ​ຂອງ ​ຄຊປປ ລາວ ໄດ້​ຢືນຢັນ​ເຖິງ​ບົດບາດ​ຂອງ​ຊາວ​ໜຸ່ມ ຍາມ​ໃດ​ກໍ​ເປັນ​ກຳລັງ​ແຮງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ແຂນ​ຂວາ​ທີ່​ເຂັ້ມແຂງ​ຂອງ​ພັກ, ການ​ຈັດ​ຂະ​ບວນ​ການ​ຍ່າງ​ຄັ້ງ​ນີ້, ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ພະລັງ​ແຫ່ງ​ຄວາມ​ສາມັກຄີ​ທີ່​ເປັນ​ປຶກ​ແຜ່ນ ແລະ ເປັນ​ການ​ຫວນ​ຄືນ​ມູນ ເຊື້ອ​ແຫ່ງ​ການ​ຕໍ່ສູ້, ການ​ເສຍສະຫຼະ ຂອງ​ຊາວ​ໜຸ່ມ​ຮຸ່ນ​ກ່ອນ ແລະ ການ ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ຊາວ​ໜຸ່ມ ໃນ​ການ​ເປັນ​ກຳລັງ​ແຮງ ປະກອບສ່ວນ ເຂົ້າ​ໃນ​ພາລະກິດ​ລວມ​ຂອງ​ຊາດ, ຂອງ ພັກ ນັບ​ແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ. ການ​ຈັດ​ງານ​ໃນ​ຄັ້ງ​ນີ້ ມີ​ຫຼາກ​ຫຼາຍ​ກິດຈະກຳ ເປັນຕົ້ນ ກິດຈະກຳ ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ​ກ່ຽວ ກັບ​ປະຫວັດ​ມູນເຊື້ອ​ຂອງ​ຊາວ​ໜຸ່ມ, ການວາງ ສະແດງ ແລະ ຈຳໜ່າຍ​ຜະ ລິດ​ຕະ​ພັນ​ທ້ອງຖິ່ນ ແນໃສ່​ຊຸກຍູ້ ຫົວໜ່ວຍ​ທຸລະ​ກິດ​ຂະໜາດ​ນ້ອຍ ແລະ ກາງ, ການສະແດງ​ສິລະ​ປະ, ວັນນະຄະດີ ແລະ ອື່ນໆ. ຮຽກຮ້ອງ ໃຫ້​ຊາວ​ໜຸ່ມ, ເຍົາວະ​ຊົນ​ລາວ​ບັນດາ​ເຜົ່າ ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ມູນ ເຊື້ອ​ອັນ​ດີງາມ​ຂອງ​ຄົນ​ຮຸ່ນ​ກ່ອນ ມາ​ເປັນ​ແຮງ​ຜັກ​ດັນ ບໍ​​່ວ່າ​ໂລກ​ຈະ​ປ່ຽນແປງ​ແນວໃດ ຄຳ​ຂວັນ​ທີ່​ວ່າ “ບ່ອນ​ໃດ​ຍາກ​ຊາວ​ໜຸ່ມ​ບຸກ ບ່ອນ​ໃດ​ທຸກ​ຊາວ​ໜຸ່ມ​ຜ່ານ​ຜ່າ ບ່ອນ​ໃດ​ຊາດ​ຕ້ອງການ​ຊາວ​ໜຸ່ມ ຂານ​ອາສາ” ໃຫ້​ຝັງ​ຢູ່​ໃນ​ຈິດ​ວິນ​ຍານ ຂອງ​ພວກ​ເຮົາ​ ສະເໝີ, ຈົ່ງ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ພົນລະເມືອງ​ທີ່​ດີ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຕັ້ງໜ້າ​ພັດທະນາ​ຕົນ​ເອງ​ທາງ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ, ວິທະຍາສາດ, ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ ສົ່ງເສີມ​ການ​ຜະລິດ​ທຸລະ​ກິດ​ໃຫ້​ມີ​ຄວາມ​ເຂັ້ມແຂງ ປະກອບສ່ວນ​ຢ່າງ ແຂງແຮງ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ ຊາດ​ໃຫ້​ຮຸ່ງເຮືອງ​ສີວິໄລ. ຂ່າວ-ພາບ: ບຸນ​ອູ້ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ