ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ສະພາ​ປະຊາຊົນ​ແຂວງ​ຫົວພັນ ຊຸດ​ທີ V ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ
ເວລາອອກຂ່າວ: 2026-04-08 09:24:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 304 | ຄວາມນິຍົມ:



ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ ຂອງ​ສະພາ​ປະຊາຊົນ​ແຂວງ​ຫົວພັນ ຊຸດ​ທີ V ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 6 ເມສາ 2026 ນີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຄອນ​ປະພັນ ເລືອງ​ສີ​ຈັນ​ທອງ ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ຫົວພັນ ຊຸດ​ທີ IV, ໂດຍ​ມີ​ສະຫາຍ ພຸດ​ພັນ ແກ້ວ​ມີ​ໄຊ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ມີ​ຄະນະ​ກຳມະການ​ປົກຄອງ​ແຂວງ, ພ້ອມ​ດ້ວຍ​ອະດີດ​ການ​ນຳ​ແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 8 ແຂວງ​ຫົວພັນ ຊຸດ​ທີ IX, ຊຸດ​ທີ X, ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ IV, ຊຸດ​ທີ V, ຕາງໜ້າ​ອົງ​ການຈັດຕັ້ງ​ທຽບ​ເທົ່າ, ວິ​ສາ​ຫະ​ກິດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ ຂອງ​ສະພາ​ປະຊາຊົນ​ແຂວງ​ຫົວພັນ ຊຸດ​ທີ V ຈະ​ໄດ້​ພິຈາລະນາ ແລະ ຮັບຮອງ​ເອົາ​ບັນຫາ​ສຳຄັນ​ພື້ນຖານ​ຂອງ​ແຂວງ ຄື: ຮັບ​ຟັງ​ການ​ລາຍ​ງານ ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂັ້ນ​ແຂວງ ກ່ຽວ​ກັບ​ຜົນສຳ ເລັດ ຂອງ​ການ​ເລືອກ​ຕັ້ງ ແລະ ການ​ຢັ້ງຢືນ​ຄຸນ​ລັກສະນະ ຂອງ​ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V; ເລືອກ​ຕັ້ງ​ປະທານ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V ຕາມ​ການ​ສະເໜີ ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ IV; ເລືອກ​ຕັ້ງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V ແລະ ກຳມະການ​ຄະນະ​ປະຈຳ ສະພາ​ປະຊາຊົນ​ແຂວງ​ຕາມ​ການ​ສະເໜີ ຂອງ​ປະທານ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V; ພິຈາລະນາ, ຮັບຮອງ​ເອົາ​ໂຄງ​ປະກອບ​ກົງຈັກ ຂອງ​ສະພາ​ປະຊາຊົນ​ແຂວງ, ການ​ແຕ່ງຕັ້ງ​ປະທານ​ຄະນະ​ກຳມະການ, ຮອງ​ປະ ທານ​ຄະນະ​ກຳມະການ ແລະ ຫົວໜ້າ​ຫ້ອງ​ວ່າການ ສະພາ​ປະຊາຊົນ​ແຂວງ ຕາມ​ການ​ສະເໜີ ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ ແຂວງ​ຫົວພັນ ຊຸດ​ທີ V; ພິຈາ ລະນາ, ຮັບຮອງ​ເອົາ ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ ຕາມ​ການ​ສະເໜີ ຂອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ; ພິຈາລະນາ ແລະ ຮັບຮອງ​ເອົາ​ແຜນການ ເຄື່ອນໄຫວ​ວຽກ​ງານ 5 ປີ ຂອງ​ອົງການ​ກວດ​ສອບ​ປະຈຳ​ພາກ​ເໜືອ ແລະ ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ ຂອງ​ອົງການ​ກວດກາ​ລັດ​ແຂວງ​ຫົວພັນ; ພິຈາລະນາ, ຮັບຮອງ​ເອົາ​ແຜນ ການເຄື່ອນໄຫວ​ວຽກ​ງານ 5 ປີ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ ແລະ ສານ​ປະຊາຊົນ ແຂວງ​ຫົວພັນ ແລະ ພິຈາລະນາ, ຮັບຮອງ​ເອົາ​ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ ຂອງ​ສະພາ​ປະຊາຊົນ ແຂວງ​ຫົວພັນ ຊຸດ​ທີ V. ໂດຍ​ຈະ​ໃຊ້​ເວລາ 2 ວັນ​ຈິ່ງ​ຈະ​ອັດ​ລົງ. ໂອກາດ​ນີ້, ທ່ານ ຄອນ​ປະພັນ ເລືອງ​ສີ​ຈັນ​ທອງ ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ຫົວພັນ ໄດ້​ຮຽກຮ້ອງ​ມາ​ຍັງ​ບັນດາ​ທ່ານ​ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V ຈົ່ງ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ, ສຸມ​ສະຕິ​ປັນຍາ, ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ຄົ້ນຄວ້າ, ຈາລະນາ ແລະ ປະກອບ​ຄວາມ​ເຫັນ​ຢ່າງ​ເລິກເຊິ່ງ ແລະ ມີ​ຈຸດ​ສຸມ ເຂົ້າ​ໃສ່​ແຕ່​ລະ​ເນື້ອ ​ໃນ​ທີ່​ນຳ​ມາ​ພິຈາລະນາ​ໃນ​ຄັ້ງ​ນີ້​ໃຫ້​ຮັບປະກັນ​ຄວາມ​ຖືກຕ້ອງ​ສອດຄ່ອງ​ກັບ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລັດ, ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ ກໍ​ຄື​ສະ ພາບ​ຄວາມ​ເປັນ​ຈິງ​ຂອງ​ແຂວງ​ພວກ​ເຮົາ, ແນໃສ່​ຮັບປະກັນ​ເຮັດ​ໃຫ້ການ​ດຳເນີນ​ກອງ​ປະຊຸມ​ຄັ້ງ​ນີ້ ບັນລຸ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ບັນດາ​ທ່ານ​ສາມາດ​ປະກອບ​ ຄຳ​ຄິດ​ເຫັນ​ໃສ່​ກອງ​ປະຊຸມຄັ້ງ​ປະຖົມ​ມະລຶກຂອງ​ສະພາປະຊາ ຊົນແຂວງ​ຫົວພັນ ຊຸດ​ທີ V ຜ່ານ​ໂທລະສັບ​ສາຍ​ດ່ວນ 064 156 ໃນ​ໂມງ​ລັດ​ຖະການຕະຫຼອດ ວາລະ​ກອງ​ປະຊຸມ. ໂດຍ: ສົມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ