ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ໂຮງໝໍ ທະຫານ​ແຂວງ​ເຊ​ກອງ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ​ໃນ​ປີຜ່ານມາ
ເວລາອອກຂ່າວ: 2026-04-08 09:03:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ສະຫາຍ ພັນ​ໂທ ຈັນທາ ດວງ​ໄພ​ສີ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ທະຫານ​ແຂວງ​ເຊ​ກອງ ໃຫ້​ຮູ້​ວ່າ: ໃນ​ປີ 2025 ຜ່ານ​ມາ. ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ຮອບດ້ານ​ຂອງ​ກົມ​ກອງ​ແມ່ນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້; ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ຍົກ​ສູງ​ລະບອບ​ປະຈຳການ​ກຽມ ພ້ອມ​ສູ້​ຮົບ​ຕະຫຼອດ 24 ຊົ່ວໂມງ, ພ້ອມ​ນັ້ນ​ຍັງ​ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ບ້ານ​ອ້ອມ​ຂ້າງ​ຊ່ວຍເຫຼືອ​ປະຊາຊົນ​ໃຫ້​ຄຳ​ແນ​ະນຳ​ກ່ຽວ​ກັບ​ການ​ຕ້ານ​ພະຍາດ​ຕາມ​ລະດູ​ການ (ໄຂ້ຍຸງ​ລາຍ, ຖອກທ້ອງ, ການ​ກິນ​ດື່ມ​ຖືກ​ສຸ​ຂະ​ອະນາໄມ ແລະ ອື່ນໆ), ວຽກ​ງານ​ວິຊາ​ສະເພາະ ໄດ້​ເອົາໃຈໃສ່​ໃນ​ການ​ປິ່ນປົວ, ເບິ່ງແຍງ​ຄົນ​ເຈັບ, ການບົ່ງມະຕິ​ພະຍາດ ຕ້ອງ​ໃຫ້​ມີ​ຄວາມ​ຊັດ​ເຈນ, ການ​ວາງຢາ​ໃຫ້​ຖືກ​ກັບ​ພະຍາດ, ເພື່ອ​ຮັກສາ​ຈັນ​ຍາ​ບັນ​ຈັນຍາທຳ​ຂອງ​ແພດ​ປະຕິວັດ​ໃຫ້​ເປັນ​ຢ່າງ​ດີ, ເຊິ່ງ​ໃນ​ຊຸມ​ປີ 2025 ຜ່ານ​ມາ ມີ​ຄົນ​ເຈັບ​ມາ​ໃຊ້​ບໍລິການ​ປິ່ນປົວ​ສຸຂະພາບ​ທັງ​ໝົດ 1773 ຄົນ, ມີ​ທັງ​ປະຊາຊົນ ແລະ ອ້າຍ​ນ້ອງ​ທະຫານ​ພາຍ​ໃນ​ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ກົມ​ກອງ​ຮາກ​ຖານ; ວຽກ​ງານ​ນະໂຍບາຍ​ຕໍ່​ພະນັກງານ-ນັກຮົບ ໃນ​ໄລຍະ​ຜ່ານ​ມາ​ໄດ້​ປະຕິບັດ​ນະໂຍບາຍ​ສະເໜີ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃນ​ນັ້ນ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ຮ້ອຍ​ໂທ​ຂຶ້ນ​ເປັນ​ຮ້ອຍ​ເອກ 2 ສະຫາຍ, ຊັ້ນ​ຮ້ອຍ​ເອກ ​ຂຶ້ນ​ ຊັ້ນ​ພັນ​ຕີ 1 ສະຫາຍ, ສະເໜີ​ທຽບ​ຊັ້ນ ຮ້ອຍ​ຕີ 1 ສະຫາຍ ແລະ ຮ້ອຍ​ໂທ 2 ສະຫາຍ. ຈາກ​ຜົນງານ​ດັ່ງກ່າວ ພະນັກງານ​ແພດ-ໝໍ ໃນ​ກົມ​ກອງ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ມີ​ດັ່ງນີ້: ໃບ​ຍ້ອງຍໍ​ປະເພດ I ມີ 25 ສະຫາຍ, ປະເພດ II ມີ 57 ສະຫາຍ ແລະ ໃບ​ຍ້ອງຍໍ​ເຂົ້າ​ແຂວງ​ເຊ​ກອງ 4 ສະຫາຍ​ຢ່າງ​ໜ້າ​ສັນລະເສີນ. ສະຫາຍ ພັນ​ໂທ ຈັນທາ ດວງ​ໄພ​ສີ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ສຸມ​ໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງ​ານ-ນັກຮົບ​ໃຫ້​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ ຕໍ່​ບັນດາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-​ກົດ​ໝາຍ​ຂອງ​ລັດ, ຂອງ​ກອງທັບ ກໍ​ຄື​ຂອງ​ກົມ​ກອງ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ແນ່​ໃສ່​ໂຄສະນາ​ສຸ​ຂະ​ສຶກ​ສາ, ການ​ນຳ​ໃຊ້​ອຸປະກອນ​ການ​ແພດ​ໃຫ້​ມີ​ຄວາມ​ທັນ​ສະໄໝ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ມີ​ພິກໄຫວ​ຄ່ອງ​ແຄ້ວ ແລະ ສຳເລັດ​ໜ້າທີ່​ວຽກ​ງານ​ໂດຍ​ສະເພາະ​ແມ່ນ​ຮັບປະກັນ​ໄດ້​ຂົງເຂດ​ວຽກ​ງານ​ເສນາ​ຮັກ​ຕິດ​ພັນ​ກັບ​ການ​ປິ່ນປົວ​ຄົນ​ເຈັບ​ໂດຍ​ຖື​ເອົາ​ການ​ປະຕິບັດ​ຄຳ​ຂວັນ​ທີ່​ວ່າ: 5 ດີ 1 ພໍໃຈ ເປັນ​ພື້ນຖານ​ສຳຄັນ​ຕິດ​ພັນ​ກັບ​ການ​ປະຕິ​ບັກ​ດາ​ຂໍ້​ກຳນົດ​ກົດ​ລະບຽບ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ, ສ້າງ​ຄວາມ​ເຂັ້ມແຂງ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ດ້ານ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ໄວ້​ວາງໃຈ​ຈາກ​ພະນັກງານ-ນັກຮົບ ກໍ​ຄື​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ທີ່​ມາ​ໃຊ້​ບໍລິການ​ດ້ວຍ​ຈິດໃຈ​ແພດ​ປະຕິວັດ​ອັນ​ເປັນ​ມູນເຊື້ອ​ທີ່ແທ້​ຈີງ​ເພື່ອ​ສ້າງ​ໃຫ້​ກົມ​ກອງ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສີ​ອະນຸ​ສັກ ຄຳ​ເຮືອງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ