ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ກອງ​ສິລະ​ປະກອນ ກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ I ແລະ ວາງ​ທິດ​ທາງ ​ປະຈຳ​ໄຕ​ມາດ II ປີ 2026
ເວລາອອກຂ່າວ: 2026-04-08 09:00:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ວັນ​ທີ 8 ເມສາ 2026 ນີ້, ກອງ​ສິລະ​ປະກອນ​ກອງທັບ ໄດ້​ຈັດກອງປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ I ປີ 2026 ແລະ ວາງ​ທິດ​ທາງ ​ແຜນການ ​ປະຈຳ​ໄຕ​ມາດ II ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ, ພາກສ່ວນ​ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ບຸນ​ດາ​ວັນ ບົວລະພາ ຮອງ​ຫົວໜ້າ​ການ​ທະຫານ ໄດ້​ຂຶ້ນ​ຜ່ານ​ບົດ​ສະ​ຫຼຸ​​ຸ​ບວຽກ​ງານ​ຮອບດ້ານ​ໄຕ​ມາດ I ໃນໄລຍະ​ຜ່ານ​ມາ ໂດຍ​ການ​ຊີ້​ນຳ-ນຳພາ​ຂອງ​ຂັ້ນ​ເທິງ ກໍ​ຄື​ຄະນະ​ພັກ-ຄະນະ​ບັນຊາ​ກອງ ທີ່​ໃກ້ຊິດຕິດແທດ, ເອົາໃຈໃສ່​ສືກ​ສາ​ອົບຮົມ​ການ​ເມືອງ​​ເເນວ​ຄິດ ເຮັດ​ໃຫ້​ພາຍ​ໃນ​ກົມ​ກອງ​ມີ​ຄວາມ​ສະຫງົບ, ພະນັກງານ-ນັກຮົບ ມີ​ການເມືອງ​ແນວ​ຄິດ​ໜັກ​ແໜ້ນ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ສຳເລັດ​ຕາມ​ການ​ມອບ​ໝາຍ ເຊິ່ງ​ສະແດງ​ອອກ​ໃນ​ການ​ຮັບ​ໃຊ້​ວຽກ​ງານ​ຕ່າງໆ​ຄື: ຜ່ານ​ມາ​ໄດ້​ນຳ​ເອົາ​ເອກະສານ​ຂັ້ນ​ເທິງ​ມາ​ເຜີຍແຜ່ ຈັດ​ຕັ້ງ​ປະຕິບັດ​ປາຖະກະຖາ ແລະ ເອກະສານ​ອື່ນໆ ຈຳນວນ 11 ຄັ້ງ ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 123 ເທື່ອ​ຄົນ, ສ້າງ​ມະ​ຫາ​ຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ຕາມ​ເງື່ອນໄຂ​ມາດຖານ​ຂອງ​ພັກ, ປະຕິບັດ​ນະໂຍບາຍ​ອຸດໜຸນ​ເສຍ​ຊິວິດ, ພັກ​ການ​ບຳນານ, ຊ່ວຍເຫຼືອ​ຄອບຄົວ​ພະນັກງານ​ບຳນານ​ເສຍ​ຊີວິດ 1.800.000 ກີບ ແລະ ໄພພິບັດ​ລວມ 26.000.000 ກີບ. ສະແດງ​ຮັບ​ໃຊ້​ງານ​ຕ່າງໆ 35 ຄັ້ງ ມີ​ນັກ​ສະແດງສິລະປະ ເຂົ້າ​ຮ່ວມ 502 ສະຫາຍ, ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ຈຳນວນ 11.100.000 ກີບ ແລະ ວຽກ​ງານ​ອື່ນໆ. ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ, ພ້ອມ​ນັ້ນ​, ຍັງ​ໄດ້​ພົວພັນ​ກັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ເພື່ອ​ແລກປ່ຽນ​ບົດຮຽນ ແລະ ສົ່ງ​ພະນັກງານ-ນັກຮົບ ໄປ​ສືກ​ສາ​ແບບ​ວິທີ​ການສະແດງ​ຕ່າງໆ ເພື່ອ​ນຳ​ມາ​ໝຸນ​ໃຊ້​ໃນ​ກົມ​ກອງ. ທິດ​ທາງ​ປະຈຳ​ໄຕ​ມາດ II. ນອກນີ້, ຄະນະ​ພັກ-ຄະນະ​ບັນຊາ ຈະ​ໄດ້​ເອົາໃຈໃສ່​ສືກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ແທດ​ເຖິງ​ຍີ່ງ​ຂຶ້ນ, ເອົາໃຈໃສ່​ປະຕິບັດ​ບັນດາ​ນະໂຍບາຍ​ຕ່າງໆ​ຕາມ​ເງື່ອນໄຂ​ໃຫ້​ຖືກຕ້ອງ ແລະ ສອດຄ່ອງ ປັບປຸງ​ແກ້​ໄຂ​ດ້ານ​ອ່ອນ ແລະ ອື່ນໆ ທີ່​ຈະ​ຕ້ອງ​ເອົາໃຈໃສ່​ປັງ​ປຸງ​ໃນຕໍ່ໜ້າ. ໃນ​ກອງ​ປະຊຸມ​ຍັງ​ໄດ້​ພັດ​ປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ເພື່ອ​ນຳໄປ​ປັບປຸງ​ວຽກ​ງານ​ໃຫ້​ດີ​ຂຶ້ນ​ໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ